ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີ ຊາວ​ຟີ​ລິບ​ປິນ ​ຈໍານວນຫຼວງຫຼາຍ ຕ້ອງການ ຄວາມຊ່ອຍເຫຼືອ (ສະໄລດ໌)


ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ຕົນຍັງ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ
ເກືອບ 250,000 ຄົນ ຂອງ ພວກ​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ
ທາງ​ດ້ານ​ອາຫານ​ສຸກ​ເສີນ 11 ມື້ ​ຫຼັງ​ຈາກ​ທີ່ໄຕ້ຝຸ່ນ Haiyan ​ໄດ້
ພັດ​ຖະຫຼົ່ມ ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່​ເຂດ​ພາກກາງ
ຂອງ​ຟິລິບ​ປີນ​.

​ໂຄງການ​ອາຫານ​ໂລກ ຫຼື World Food Program ຂອງ​ສະຫະ​
ປະຊາ​ຊາດ ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້ວ່າ ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້
ພວກ​ຕົ​ນໄດ້​ເຂົ້າ​ເຖິງຜູ້​ຄົນ​ທີ່​ໄດ້ປະສົບເຄາະແຕ່ພຽງ 1 ລ້ານ 9 ​
ແສນ​ຄົນ ຂອງຊາວ​ຟີ​ລິບ​ປິນ ​ຈໍານວນ 2 ລ້ານ​ເຄິ່ງ ທີ່​ຄາດ​ຄະ​ເນ
ໄວ້​ວ່າ ຕ້ອງການ ການ​ຊ່ອຍ​ເຫຼືອນັ້ນ.

ທ່ານນາງ Ertharin Cousin ຜູ້ອໍານ​ວຍການຂອງ​ໂຄງການ​ອາຫານ​ໂລກ ​ໄດ້​ກ່າວ​ກັບ
​ພວກ​ນັກ​ຂ່າວ​ທີ່​ກຸງ​ມະນີ​ລາວ່າ ອົງການ​ຂອງ​ທ່ານ​ນາງ​ ​ແມ່ນ​ບໍ່ໄດ້​ພ່າຍ​ແພ້ ແຕ່​ກໍ​ປະ​ເຊີນ
​ກັບ​ບັນຫາທ້າ​ທາຍ​ດ້ານ​ພະລາທິການ ໃນ​ການ​ເຂົ້າ​ເຖິງຫຼາຍໆ​ຂົງ​ເຂດ​ທີ່​ຫ່າງ​ໄກ​ສອກຫຼີກ​ນັ້ນ.

ທ່ານ​ນາງ​ກ່າວ​ວ່າ: “ທຸກໆ​ໄພພິບັດ​ທີ່​ເກີດ​ຂຶ້ນ​ນັ້ນ​ ຍ່ອມ​ມີ​ຄວາມ​ແຕກ​ຕ່າງ​ກັນໄປ ​ໃນ​ແຕ່​
ລະ​ຄັ້ງ.

ບັນຫາ​ທ້າ​ທາຍ​ໃນ​ຟິລິບປີນ ຕົ້ນຕໍ​ແລ້ວແມ່ນ​ພູມ​ລໍາ​ເນົາ​ຂອງ​ປະ​ເທດ ​ເພາະວ່າ​ມັນ​ເປັນ​
ປະ​ເທດ​ທີ່​ປະ​ກອບ​ດ້ວຍ​ເກາະດອນ ບັນຫາ​ທ້າ​ທາຍ​ດ້ານ​ພະລາທິການ ​ແມ່ນ​ການຈັດ
ລະບົບ​ສົ່ງສະບຽງ​ໄປ ​ໃຫ້​ປະຊາ​ຄົມ​ນ້ອຍໆ​ທີ່ຢູ່​ຢ່າງ​ກະຈັດ​ກະຈາຍ​ນັ້ນ.”

ມີ​ຜູ້​ຄົນ​ຫຼາຍ​ພັນ​ຄົນໄດ້ເສຍ​ຊີວິດ ​ເວລາໄຕ້​ຝຸ່ນ Haiyan ​ພັດເຂົ້າ​ຖະຫຼົ່ມ ທີ່​ນໍາ​ເອົາ​ຄື້ນຟອງ
ຍັກ​ ລັກສະນະແບບສຸນາ​ມິ ແລະ​ລົ​ມ​ແຮງພັດ​ເຂົ້າທຳລາຍໝູ່ບ້ານ​ຈຳນວນ​ນຶ່ງ.

ການຈັດ​ສົ່ງ​ເຄື່ອງ​ບັນ​ເທົາ​ທຸກ​ໄປ​ໃຫ້​ໃນ​ຂັ້ນຕົ້ນນັ້ນ ​ແມ່ນ​ໄດ້​ມີ​ອຸບປະສັກ​ຂັດຂວາງ​
ຍ້ອນ​ບັນຫາ​ໂຄ​ງລ່າງພື້ນຖານ​ ຊຶ່ງ​ຮວມທັງບໍ່​ມີໄຟຟ້າ​ໃຊ້ ຂາດການ​ສື່ສານ ​ແລະ​ຖະນົນ
​ຫົນທາງ​ທີ່ໃຊ້ການ​ບໍ່​ໄດ້​ແລະ​ຍາກ​ທີ່​ຈະ​ມີ​ນໍ້າມັນ​ໃຊ້.
XS
SM
MD
LG