ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ສືບສວນ ການລວນລາມ ທາງເພດ ຄັ້ງທີ 17 ຢູ່ ອາຟຣິກາກາງ


ໜ່ວຍປະຕິບັດງານ ສະຫະປະຊາຊາດ (MINUSCA) ທີ່ ສາທາລະນະລັດ ອາຟຣິກາກາງ.
ໜ່ວຍປະຕິບັດງານ ສະຫະປະຊາຊາດ (MINUSCA) ທີ່ ສາທາລະນະລັດ ອາຟຣິກາກາງ.

ສະມາຊິກ​ພົນລະ​ເຮືອນ​ຄົນ​ນຶ່ງ ຂອງຄະນະປະຕິບັດ​ງານ ​ສະຫະ
ປະຊາ​ຊາດ ຢູ່​ໃນສາທາລະນະ​ລັດອາ​ຟຣິກາກາງ ​ໄດ້​ຖືກ​ກ່າວ​ຫາ
ວ່າ​ ລວນ​ລາມ​ທາງ​ເພດ ຊຶ່ງ ເປັນກ່າວ​ຫາ​ຄັ້ງທີ 17 ​ໃນຮອບ 17 ​
ເດືອນຜ່ານ​ມາ ທີ່ພົວພັນ​ກັບກໍາລັງ​ຮັກສາ​ສັນຕິພາບ ​ແລະ​ບັນດາ​
ຜູ້​ເຄາະ​ຮ້າຍ​ທ້ອງ​ຖິ່ນ ທີ່​ມີ​ອາຍຸ​ນ້ອຍເຖິງ 11 ປີ.

ຄະນະ​ປະຕິບັດ​ງານສະຫະ​ປະຊາ​ຊາດ ທີ່ຮູ້​ກັນໂດຍຊື່ຫຍໍ້​ວ່າ
MINUSCA ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ການ​ກ່າວ​ຫາ​ເທື່ອ
ຫ​ລ້າ​ສຸດ​ແມ່ນກ່ຽວກັບເຫດການທີ່ໄດ້ ເກີດ​ຂື້ນ​ໃນ​ວັນ​ເສົາ​ແລ້ວນີ້.

ຖະ​ແຫລ​ງການ​ໄດ້​ປະນາມ “ການສວຍ​ໃຊ້​ຜົນ​ປະ​ໂຫຍ​ດທາງ​ທາງ
ເພດ​ໃດໆກໍ ຕາມ" ​ໂດຍກຳລັງ​ຮັກສາ​ສັນຕິພາບ. ​ແຕ່ບໍ່ໄດ້​ໃຫ້​ລາຍລະອຽດຫຍັງຫຼາຍ
ແລະບໍ່​ໄດ້​ເປີ​ດ​ເຜີຍ​ເຖິງ​ສັນຊາດ​ຂອງຜູ້​ທີ່ຖືກກ່າວຫາວ່າກະທຳ​ຄວາມ​ຜິດ. ຖະແຫຼງການ
ກ່າວ​ວ່າ ມີການແຈ້ງໃຫ້ບັນດາ​ເຈົ້າ​ໜ້າ​ທີ່ທ້ອງຖິ່ນຊາບວ່າ​ ພວກ​ເຈົ້າ​ໜ້າ​ທີ່ ສະຫະ​ປະຊາ
​ຊາດ ກຳ​ລັງ​ທຳການສືບ​ສວນ​ພາຍ​ໃນຢູ່.

ຄະນະປະຕິບັດ​ງານ​ຂອງສະຫະ​ປະຊາ​ຊາດ ທີ່ ສາທາລະນະ​ລັດອາ​ຟຣິກາ​ກາງ ​ໄດ້​ເລີ້ມ​
ຮັບ​ເອົາໜ້າ​ທີ່​ໃນການຮັກສາ​ສັນຕິພາບ ຈາກກຳລັງ​ສະຫະພາບອາ​ຟຣິກາ ​ໃນ​ເດືອນ​ເມສາ
2014. ບັນດາປະເທດສະມາຊິກ ມີ​ຄວາມ​ຮັບຜິດຊອບໃນ​ການ​ດຳເນີນຄະດີທະຫານຂອງ​
ເຂົາ​ເຈົ້າ ທີ່​ເຂົ້າຮ່ວມ​ຢູ່​ໃນ​ການ​ປະຕິບັດ​ງານ ຂອງສະ ຫະປະຊາຊາດ ​ໃນ​ຂະນະ​ທີ່​ສະຫະ
ປະຊາຊາດ ມີ​ອຳນາດຈຳກັດ​ໃນ​ການນຳຕົວພວກທີ່ຖືກກ່າວຫາວ່າກະທຳຜິດມາລົງໂທດ. ​

XS
SM
MD
LG