ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາ​ລະ​ກິດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ ໃນ​ມາ​ລີ ​ກ້າວເຂົ້າ​ສູ່ "ບົດ​​ສຸດ​ທ້າຍ"


ແຟ້ມພາບ - ເຈົ້າໜ້າທີ່ຕຳຫຼວດຂອງພາລະກິດຮັກສາສະຖຽນລະພາບຂອງສະຫະປະຊາຊາດ ໃນມາລີ (MINUSMA) ຮັກສາຄວາມປອດໄພໃນການເຂົ້າໄປວັດໃຫຍ່ ໃນພາກພື້ນ ທິມບັກຕູ (Timbuktu) ໃນວັນທີ 9 ທັນວາ 2021
ແຟ້ມພາບ - ເຈົ້າໜ້າທີ່ຕຳຫຼວດຂອງພາລະກິດຮັກສາສະຖຽນລະພາບຂອງສະຫະປະຊາຊາດ ໃນມາລີ (MINUSMA) ຮັກສາຄວາມປອດໄພໃນການເຂົ້າໄປວັດໃຫຍ່ ໃນພາກພື້ນ ທິມບັກຕູ (Timbuktu) ໃນວັນທີ 9 ທັນວາ 2021

ໃນອາທິດນີ້, ສະຫະປະຊາຊາດໄດ້ກ້າວເຂົ້າສູ່ໄລຍະທີສອງຂອງການ​ຫຼຸດ​ຜ່ອນພາລະກິດຮັກສາສັນຕິພາບ ທີ່ໃຫຍ່ທີ່ສຸດພາລະກິດນຶ່ງຂອງຕົນ, ຫຼັງຈາກເຈົ້າຫນ້າທີ່ທະຫານໃນປະເທດມາລີໄດ້ປະກາດໃນເດືອນມິຖຸນາ ວ່າພວກເຂົາຕ້ອງ ການໃຫ້ພາລະກິດດັ່ງກ່າວສິ້ນ​ສຸດ​ລົງ ໃນທ້າຍປີນີ້.

"MINUSMA ກໍາລັງ​ເຂົ້າ​ສູ່​ບົດ​ສຸດທ້າຍ​," ທ່ານ ເອລ-ກັຊຊິມ ວານ (El-Ghassim Wane) ຫົວໜ້າ​ຄະນະ​ປະຕິບັດ​ງານ ກ່າວ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ຈັນ​ວານ​ນີ້​ໃນ​ການ​ສະຫຼຸບ​ໂດຍ​ຫຍໍ້​ ທາງ​ວິ​ດີ​ໂອ​ຈາກ​ນະຄອນຫຼວງ ບາມາໂກ (Bamako) ຂອງ​ມາລີ. MINUSMA ຫຍໍ້ມາຈາກ ພາລະກິດສ້າງສະຖຽນລະພາບແບບປະສົມປະສານຫຼາຍມິຕິໃນມາລີ.

ໂດຍ​ເກືອບ​ບໍ່​ມີ​ການ​ແຈ້ງ​ໃຫ້​ຊາບ, ເຈົ້າ​ໜ້າ​ທີ່​ທະ​ຫານ​ຂອງ​ມາລີ, ເຊິ່ງ​ໄດ້​ຍຶດ​ອຳ​ນາດ​ໃນ​ການ​ກໍ່​ລັດຖະປະ​ຫານ​ໃນ​ປີ 2021, ໄດ້​ບອກ​ໃຫ້​ສະ​ຫະ​ປະ​ຊາ​ຊາດ​ຈັດເກັບ​ພາ​ລະ​ກິດ​ທີ່​ມີ​ອາ​ຍຸເປັນ​ທົດ​ສະ​ວັດ​ຂອງ​ຕົນ ແລະ​ອອກ​ໄປ. ພວກ​ເຂົາໃຫ້​ອົງເວລາອົງການ​ດັ່ງກ່າວ​ຈົ ນ​ຮອດ​ທ້າຍ​ປີ​ນີ້ ໃນການ​ສົ່ງ​ທະຫານ​ຮັກສາ​ສັນຕິພາບ​ສາກົນ 12,000 ກວ່າ​ຄົນກັບປະເທດ ​ແລະ​ແຍກ​ອອກ​ຈາກເຈົ້າໜ້າທີ່​ພົນລະ​ເຮືອນ 4,300 ຄົນ.

​ເມື່ອ​ປຽບທຽບກັນແລ້ວ, ​ໃນເວລາທີ່ອົງການ​ສະຫະ​ປະຊາ​ຊາດ​ຖອນ​ປະຕິບັດ​ງານ​ຮັກສາ​ສັນຕິພາບ ​ຢູ່​ພາກ​ພື້ນດາ​ຟົວ ຂອງ​ຊູ​ດານ, ​ເຊິ່ງມີ​ເຈົ້າໜ້າທີ່​ຮັກສາ​ສັນຕິພາບ​ເຄິ່ງນຶ່ງ ​ແລະ ເຈົ້າໜ້າທີ່​ພົນລະ​ເຮືອນນຶ່ງ​ສ່ວນ​ສາມ ຂອງພາລະກິດໃນມາລີ, ​ມັນໄດ້​ໃຊ້​ເວລາເຖິງ 3 ປີ. ໃນປະເທດມາລີ, ລັດຖະບານໄດ້ໃຫ້ເວລາສະຫະປະຊາຊາດ ພຽງແຕ່ 6 ເດືອນເທົ່ານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG