ເມື່ອມີການປະທະກັນດ້ວຍກຳລັງອາວຸດ ຫຼືເກີດຄວາມບໍ່ທຸ່ນທ່ຽງທາງດ້ານການເມືອງ ມັນໄດ້ສົ່ງຜົນເຮັດໃຫ້ມີຜູ້ຄົນຫລົບໜີອອກຈາກບັນດາປະເທດທີ່ປະສົບກັບວິກິດການທີ່ວ່ານີ້ ໃນທົ່ວໂລກ ຊຶ່ງພວກເດັກນ້ອຍຕ້ອງໄດ້ພາກັນຫລົບໜີບໍ່ພຽງແຕ່ຈາກບ້ານເຮືອນຂອງພວກເຂົາເຈົ້າເທົ່ານັ້ນ ແຕ່ໃນຫລາຍໆກໍລະນີການສຶກສາຂອງພວກເຂົາເຈົ້ານຳ.
ນັ້ນແມ່ນຈຸດເພັ່ງເລັງຂອງລາຍງານໃໝ່ທີ່ນຳອອກເຜີຍໃນວັນພະຫັດມື້ນີ້ ໂດຍອົງການອົບພະຍົບຂອງສະຫະປະຊາຊາດ ທີ່ລະບຸວ່າ ມີພວກເດັກນ້ອຍ 3 ລ້ານ 7 ແສນ ຄົນ ບໍ່ໄດ້ຮັບການສຶກສາຮ່ຳຮຽນ ຕາມກົດລະບຽບທີ່ບັງຄັບໄວ້.
ສະຖານະການແມ່ນນັບມື້ນັບຊຸດໂຊມລົງ ໃນຂະນະທີ່ພວກເດັກນ້ອຍມີອາຍຸຫຼາຍຂຶ້ນນັ້ນ ໂດຍທີ່ 50 ເປີເຊັນບໍ່ໄດ້ຮັບການສຶກສາໃນລະດັບປະຖົມ ຫາ 22 ເປີເຊັນ ໃນ ລະດັບມັດ ທະຍົມ. ອິງຕາມສະຖິຕິຂອງອົງການ ສະຫະປະຊາຊາດແລ້ວ 1 ເປີເຊັນຂອງພວກອົບພະ ຍົບ ໄປຮຽນຕໍ່ຂັ້ນມະຫາວິທະຍາໄລ ປຽບທຽບໃສ່ 34 ເປີເຊັນ ຂອງຈຳນວນປະຊາກອນ
ໂລກໂດຍທົ່ວໄປ.
“ການສຶກສາຂອງພວກອົບພະຍົບ ແມ່ນຖືກປະລະ ບໍ່ຫລຽວແລ ເປັນຈຳນວນຫຼວງຫຼາຍ ເວລາທີ່ມັນເປັນພຽງນຶ່ງໃນຫລາຍໆໂອກາດເທົ່ານັ້ນ ຊຶ່ງພວກເຮົາຕ້ອງໄດ້ຫັນປ່ຽນແລະ ສ້າງຄົນຮຸ່ນໃໝ່ ເພື່ອໃຫ້ພວກເຂົາເຈົ້າ ຈະສາມາດປ່ຽນແປງຊະຕາກຳຂອງ ຜູ້ຄົນຫຼາຍລ້ານຄົນ ທີ່ຖືກບັງຄັບໃຫ້ອົບພະຍົບຫລົບໜີຢູ່ໃນທົ່ວໂລກ,” ນັ້ນແມ່ນຄຳເວົ້າຂອງທ່ານ Filippo Grandi ຈາກອົງການອົບພະຍົບສະຫະປະຊາຊາຊາດ ຫຼື UNHCH.
ບັນຫາທ້າທາຍ ຕໍ່ການໃຫ້ບໍລິການດ້ານການສຶກສາຕໍ່ພວກອົບພະຍົບນີ້ ແມ່ນມີຄວາມຫຍຸ້ງຍາກຕື່ມຂຶ້ນ ຍ້ອນມີຈຳນວນພວກອົບພະຍົບເພີ້ມຂຶ້ນ ແລະຂາດງົບປະມານ.
ອິງຕາມອົງການສະຫະປະຊາຊາດແລ້ວ ຈຳນວນຂອງພວກເດັກນ້ອຍທີ່ຕ້ອງຮ່ຳຮຽນເພີ້ມ ຂຶ້ນ 30 ເປີເຊັນ ໃນປີ 2014 ຊຶ່ງຈຳນວນດັ່ງກ່າວນີ້ ແມ່ນຕ້ອງການນາຍຄູເພີ້ມ ຂຶ້ນ 20 ພັນຄົນ.