ການສົ່ງກຳລັງທະຫານຕ່າງປະເທດ ໄປຊ່ອຍທ້ອນໂຮມ ປະເທດ
ມາລີ ແຕ່ຂະນະດຽວກັນ ກໍທວງໃຫ້ ມີການດຳເນີນຄວາມພະຍາ
ຍາມເພື່ອສ້າງຄວາມຖືກຕ້ອງປອງດອງຊາດທາງ ດ້ານການເມືອງ
ຈັດໃຫ້ມີການເລືອກຕັ້ງ ແລະການຝຶກແອບຢູ່ໃນກອງທັບ.
ບັນດາປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງສະຫະປະ
ຊາຊາດໄດ້ລົງຄະແນນສຽງຢ່າງເປັນເອກກະສັນໃນວັນພະຫັດ
ວານນີ້ ໃຫ້ການອະນຸມັດຕໍ່ມະຕິ ທີ່ແນ່ໃສ່ເພື່ອຟື້ນຟູສັນຕິພາບ
ປົກປ້ອງສິດທິມະນຸດແລະກຳຈັດໄພຂົ່ມຂູ່ຂອງພວກກໍ່ການຮ້າຍ ໃຫ້ໝົດໄປຈາກປະເທດດັ່ງກ່າວ.
ທ່ານ Tieman Coulibaly ລັດຖະມົນຕີການຕ່າງປະເທດມາລີ
ເອີ້ນການຕັດສິນໃຈໃນຄັ້ງນີ້ວ່າ ເປັນບາດກ້າວທີ່ມີຄວາມສຳຄັນປະຫວັດສາດ ທີ່ຈະຊ່ອຍ ຟື້ນຟູອຳນາດຂອງລັດຖະບານທີ່ຖືກຕ້ອງຊອບທຳຕາມກົດໝາຍຂອງມາລີ.
ເອກອັກຄະລັດຖະທູດຝຣັ່ງປະຈຳອົງການສະຫະປະຊາຊາດທ່ານ Gerard Araud ກ່າວ ວ່າ ສະຫະພາບຢູໂຣບຈະໃຫ້ການສະໜັບສະໜຸນ ຕໍ່ການດຳເນີນຄວາມພະຍາຍາມ ເພື່ອ ສ້າງສະຖຽນລະພາບ ໃຫ້ແກ່ມາລີ ແລະຊອກສະແຫວງຫາການສະໜັບສະໜຸນທາງດ້ານ ການເງິນຕໍ່ການດຳເນີນຄວາມພະຍາຍາມທີ່ວ່ານີ້.
ໃນການຖະແຫຼງຕໍ່ພວກນັກຂ່າວ ໃນວັນພະຫັດວານນີ້ ຫຼັງຈາກການລົງມະຕິຂອງສະພາ ຄວາມໝັ້ນຄົງແລ້ວ ທ່ານ Araud ເວົ້າວ່າ ຍັງບໍ່ທັນມີການກຳນົດວັນເວລາກ່ຽວກັບການ ປະຕິບັດງານທາງທະຫານເທື່ອ. ທ່ານໄດ້ສະແດງຄວາມຫວັງອອກມາວ່າ ການແຊກແຊງ ດ້ວຍກຳລັງປະກອບອາວຸດອາດຈະບໍ່ມີຄວາມຈຳເປັນ.