ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເວົ້າວ່າ ເລບານອນ ຮັບເອົາ ອົບພະຍົບ ຊີເຣຍ ກວ່າ 1 ລ້ານຄົນ (ສະໄລດ໌)


ອົບພະຍົບຊີເຣຍ ພາກັນລໍຖ້າ ຢູ່ສູນກາງລົງທະບຽນ ສປຊ ທີ່ ເລບານອນ
ອົບພະຍົບຊີເຣຍ ພາກັນລໍຖ້າ ຢູ່ສູນກາງລົງທະບຽນ ສປຊ ທີ່ ເລບານອນ
ອົງການ​ຂ້າ​ຫລວງ​ໃຫຍ່ອົບ​ພະ​ຍົບ ສະຫະ​ປະຊາ​ຊາດ
ຫລື UNHCR ກ່າວ​ວ່າ ​ເລ​ບາ​ນອນ ບັດ​ນີີ້​ໄດ້​ຕ້ອນຮັບ
​ອົບ​ພະ​ຍົບຊີ​ເຣຍຫລາຍກວ່າ 1 ລ້ານ​ຄົນ​ທີ່ໄດ້​ພາ ກັນ
ຫລົບໜີ​ຈາກປະ​ເທດ​ຂອງ​ເຂົາ​ເຈົ້າ ​ຍ້ອນວິດ​ກິ​ດການ
ທີ່ໄດ້ດຳເນີນເປັນເວລາ 3 ປີ.

ອົງການ UNHCR ກ່າວ​ວ່າ ໂຕເລກທີ່ສຳຄັນດັ່ງກ່າວ
​ໄດ້​ບັນລຸ​ກັນ ໃນ​ວັນ​ພະ ຫັດ​ມື້​ນີ້ ​ແລະເລ​ບາ​ນອນ ກຳ
ລັງ​ດີ້ນ​ລົນ​ເພື່ອ​ຮັບມືກັບການຫຼັ່ງໄຫລເຂົ້າ​ໄປ​ຂອງ​
ພວກອົບພະ​ຍົບ. ​ເລ​ບານ​ອນມີ​ພົນລະ​ເມືອງ​ຢູ່ປະມານ
6 ລ້ານ​ຄົນ.

​ຂ້າ​ຫລວງ​ໃຫຍ່ດ້ານອົບ​ພະ​ຍົບ ສະຫະ​ປະຊາ​ຊາດ ທ່ານ Antonio Guterres ​ຮ້ອງ
ຜົນ​ກະທົບ​ນີ້​ວ່າ “ບັນຫາ​ໜັກ” ​ແລະ​ກ່າວ​ວ່າ ​ເລ​ບາ​ນອນ​ຕ້ອງການໆ​ຊ່ວຍ​ເຫລືອ​ເພີ້​ມ​ເຕີມ ​ເພື່ອ​ສະໜອງການ​ບໍລິການຕ່າງໆ.

ສະຫະ​ປະຊາ​ຊາດ ​ໄດ້​ຮ້ອງ​ຂໍເງິນຫລາຍ​ກວ່າ 4 ພັນ​ລ້ານ​ໂດ​ລາ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ ແກ່ອົບ​ພະຍົຍຊີ​ເຣຍ ຢູ່​ໃນ​ຂົງ​ເຂດ​ ສຳລັບ​ປີ​ນີ້ ຊຶ່ງ​ເກືອບ​ເຄິ່ງນຶ່ງ​ແມ່ນສຳລັບ​ແຕ່​ເລ​ບາ​ນອນເທົ່ານັ້ນ. ລາຍ​ງານ​ກ່າວ​ວ່າ ​ເງິນທີ່ປະເທດແລະອົງ ການຕ່າງໆບໍລິຈາກ ​ແມ່ນໄດ້ແຕ່​ປະມານ 13 ​ເປີ​ເຊັນ​ຂອງ​ຂອງ​ຈຳນວນ​ທັງ​ໝົດທີ່ຮ້ອງຂໍໄປນັ້ນ.

ທະນາຄານໂລກ ກ່າວ​ວ່າ ວິ​ກິດ​ການ​ໃນຊີ​ເຣຍ ​ໄດ້​ສ້າງຄວາມເສຍຫາຍໃຫ້ແກ່​ເສດຖະ
ກິດເລ​ບາ​ນອນ ຊຶ່ງ​ຄາດ​ວ່າ ​ມີມູນຄ່າ 2 ພັນ 500 ລ້ານ​ໂດ​ລາ ໃນ​ປີ​ແລ້ວນີ້.
XS
SM
MD
LG