ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ອຳ​ນວຍ ໂຄງ​ການ​ອາ​ຫານ​ໂລກ ​​ສ​ປ​ຊ ເດີນ​ທາງ​ໄປ​ ໂມ​ຊຳ​ບິກ ເພື່ອ​ຊ່ອຍ​ເຫຼືອ​ ເຂດ​ທີ່​ປະ​ສົບ​ ​ຄວາມເສຍ​ຫາຍ ​ຈາກ ພາ​​ຍຸ​ໄຊ​ໂຄລນ


ພວກພະນັກງານພາກັນຂົນສຳພາລະເຂົ້າຂອງຈາກການຊ່ອຍ
ເຫຼືອ ຈາກເຮືອບິນເຮລິຄອບເຕີ ຂອງກອງກຳລັງປ້ອງກັນ
ປະເທດອາຟຣິກາໃຕ້ ຫຼັງຈາກພາຍຸໄຊ​ໂຄ​ລນ ອີແດ ພັດ​ຖະ​ຫຼົ​່ມ ເມືອງບູຊີ ໃກ້ ກັບເບຣາ, ໃນໂມຊຳບິກ, 25 ມີນາ 2019.
ພວກພະນັກງານພາກັນຂົນສຳພາລະເຂົ້າຂອງຈາກການຊ່ອຍ ເຫຼືອ ຈາກເຮືອບິນເຮລິຄອບເຕີ ຂອງກອງກຳລັງປ້ອງກັນ ປະເທດອາຟຣິກາໃຕ້ ຫຼັງຈາກພາຍຸໄຊ​ໂຄ​ລນ ອີແດ ພັດ​ຖະ​ຫຼົ​່ມ ເມືອງບູຊີ ໃກ້ ກັບເບຣາ, ໃນໂມຊຳບິກ, 25 ມີນາ 2019.

ຜູ້​ອຳ​ນວຍ​ການໂຄງ​ການ​ອາ​ຫານ​ໂລກ ​ຂອງສະ​ຫະ​ປະ​ຊາ​ຊາດ ທ່ານ​ເດ​ວິດ ບີສ​ລີ
(David Beasley) ​ແມ່ນກຳ​ລັງ​ເດີນ​ທາງ​ໄປ​ຍັງ​ປະ​ເທດໂມ​ຊຳ​ບິກ ໃນ​ວັນ​ອັງ​ຄານ​ມື້​ນີ້
ເພື່ອ​ໃຫ້​ຄວາມ​ສົນ​ໃຈ ຕໍ່​ເຂດ​ທີ່​ປະ​ສົບ​ກັບ​ຄວາມເສຍ​ຫາຍ​ຈາກ ພາຍຸ​ໄຊ​ໂຄລນ ທີ່​ໄດ້​
ພັດ​ເຂົ້າ​ຖະ​ຫຼົ່ມ​ ​ຫວ່າງ​ມໍ່ໆ​ມາ​ນີ້ ຕໍ່ປະ​ເທດໂມ​ຊຳ​ບິກ, ຊິມ​ບັບ​ເວ ແລະ​ມາ​ລາ​ວີ ​
ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ທະ​ວີບ​ອາຟຣິ​ກາ.

ການ​ຢ້ຽມ​ຢາມ​ທີ່​ວ່າ​ນີ້ ມີ​ຂຶ້ນ ຫຼັງ​ຈາກ​ທີ່​ຫົວ​ໜ້າ​ຂອງ​ອົງ​ການ​ຊ່ອຍ​ເຫຼືອ ​ຂອງ​ສະ​ຫະ​
ປະ​ຊາ​ຊາດ ໄດ້​ກ່າວ​ວ່າ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແມ່ນ​ໄດ້​ຮຽກ​ຮ້ອງຂໍເງິນ​ຈຳ​ນວນ
282 ລ້ານ​ໂດ​ລາເພື່ອ​ຊ່ອຍ​ເຫຼືອ​ພວກ​ທີ່​ປະ​ສົບ​ໄພ​ຈາກພາຍຸ​ໄຊ​ໂຄລນ ​ອີ​ແດ
ໃນໂມ​ຊຳ​ບິກ.

ລົມ​ແຮງ ແລະ​ຝົນ​ຕົກ​ໜັກ ຈາກພາຍຸ​ໄຊ​ໂຄລນດັ່ງ​ກ່າວ ​ໄດ້​ສັງ​ຫານ​ຢ່າງ​ນ້ອຍ 750 ຄົນ
ໃນໂມ​ຊຳ​ບິກ ປະ​ເທດ​ເພື່ອນ​ບ້ານມາ​ລາ​ວີ ແລະ​ຊິມ​ບັບ​ເວ ແລະ​ໄດ້ເຮັດໃຫ້​ພວກ​ຜູ້​ຄົນ
​ຈຳ​ນວນ​ຫຼາຍ​ຮ້ອຍ​ພັນ​ຄົນ ຂາ​ດ​ທີ່​ຢູ່​ອາ​ໄສ.

ພວກລອດຊີວິດມາໄດ້ ຈາກພາຍຸໄຊໂຄລນ ອີແດ ໃນສູນອົບພະຍົບຊົ່ວຄາວ ໃກ້ໆກັບຖະໜົນຫຼວງ ນຳມາທານດາ ປະມານ 50 ຫຼັກກິໂລແມັດ ຈາກເບຣາ, ໂມຊຳບິກ, 22 ມີນາ 2019.ຮອງ​ເລ​ຂາ​ທິ​ການ​ໃຫ​ຍ່​ ພ້ອມ​ທັງ​ເປັນ​ຜູ້​ປະ​ສານ​ງານຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
ພວກລອດຊີວິດມາໄດ້ ຈາກພາຍຸໄຊໂຄລນ ອີແດ ໃນສູນອົບພະຍົບຊົ່ວຄາວ ໃກ້ໆກັບຖະໜົນຫຼວງ ນຳມາທານດາ ປະມານ 50 ຫຼັກກິໂລແມັດ ຈາກເບຣາ, ໂມຊຳບິກ, 22 ມີນາ 2019.ຮອງ​ເລ​ຂາ​ທິ​ການ​ໃຫ​ຍ່​ ພ້ອມ​ທັງ​ເປັນ​ຜູ້​ປະ​ສານ​ງານຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ

ຮອງ​ເລ​ຂາ​ທິ​ການ​ໃຫ​ຍ່​ ພ້ອມ​ທັງ​ເປັນ​ຜູ້​ປະ​ສານ​ງານຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
ເພື່ອໃຫ້​ການ​ຊ່ວຍ​ເຫຼືອດ້ານ​ມະ​ນຸດ​ສະ​ທຳແລະ​ບັນ​ເທົາ​ທຸກສຸກ​ເສີນ ທ່ານ ມາ​ຄ ໂລ​ຄອ​ຄ
ໄດ້​ກ່າວ​ວ່າ ການ​ຮ້ອງຂໍສຳ​ລັບ​ມາ​ລາ​ວີ ແລະ​ຊິມ​ບັບເວ ແມ່ນ​ຈະ​ມີ​ຂຶ້ນ ໃນ​ອີກ​ບໍ່​ເທົ່າ​ໃດ​
ມື້​ຂ້າງ​ໜ້າ​ນີ້.

​ສະ​ຫະ​ພັນກາ​ແດງ​ສາ​ກົນ ແລະ​ອົງ​ການສັງ​ຄົມສະ​ພາ​ກາ​ແດງ ແມ່ນ​ໄດ້​ຮ້ອງຂໍ ເງິນ​ໃນ
​ຈຳ​ນວນ 30 ລ້ານ 5 ແສນ​ໂດ​ລາ ສຳ​ລັບ​ການ​ຊ່ອຍ​ເຫຼືອ​ ຕໍ່ພວກ​ລອດ​ຊີ​ວິດມາ​ໄດ້ທີ່ຍັງ​
ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ຢູ່ໂ​ມ​ຊຳ​ບິກ.

ໃນ​ຂະ​ນະ​ດຽວ​ກັນ​ນີ້ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ໄດ້​ກ່າວ​ວ່າ ຕົນ​ຈະໃຫ້​ເງິນ
​ໃນ​ມູນ​ຄ່າ 6 ລ້ານ 5 ແສນ ໂດ​ລາ ໃນ​ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ ໃນ​ທັນ​ທີ
ຕໍ່​ປະ​ເທດໂ​ມ​ຊຳ​ບິກ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພວກຜູ້ຄົນ ຢືນຢູ່ທ່ານ້ຳ ບ່ອນທີ່ຂົວໄດ້ຖືກນ້ຳພັດໄປ ຫຼັງຈາກພາຍຸໄຊໂຄລນ ອີແດ ໃກ້ໆກັບໝູ່ບ້ານ John Segredo, ໂມຊຳບິກ, 24 ມີນາ 2019.
ພວກຜູ້ຄົນ ຢືນຢູ່ທ່ານ້ຳ ບ່ອນທີ່ຂົວໄດ້ຖືກນ້ຳພັດໄປ ຫຼັງຈາກພາຍຸໄຊໂຄລນ ອີແດ ໃກ້ໆກັບໝູ່ບ້ານ John Segredo, ໂມຊຳບິກ, 24 ມີນາ 2019.
XS
SM
MD
LG