ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຂາດແຄນອາຫານ ຂອງເດັກນ້ອຍລາວ


ການຂາດແຄນອາຫານ ຂອງເດັກນ້ອຍລາວ
ການຂາດແຄນອາຫານ ຂອງເດັກນ້ອຍລາວ

ອົງການກອງທຶນເດັກຂອງສະຫະປະຊາຊາດຫຼື UNICEF ກ່າວວ່າ ຕົນໄດ້ພົບເຫັນວ່າ ມີການຂາດແຄນອາຫານໃນ ລະດັບສູງ ໃນໝູ່ພວກເດັກນ້ອຍ ຢູ່ໃນເຂດທີ່ໄດ້ຮັບຜົນກະ ທົບ ຈາກໄພນໍ້າຖ້ວມ ແລະລົມພາຍຸໃຕ້ຝຸ່ນ ຂອງລາວໃນ ຮອບ 2 ປີ ຜ່ານມານີ້.

ໃນເດືອນພຶດສະພາແລະມິຖຸນາແລ້ວນີ້ ອົງການ UNICEF ໄດ້ທຳການສຳຫຼວດຢູ່ໃນ 9 ແຂວງ ຮ່ວມກັບສະຖາບັນ ສາທາລະນະສຸກແຫ່ງຊາດຂອງລາວ. ແຂວງເຫຼົ່ານີ້ ໄດ້ ປະສົບກັບໄພນໍ້າຖ້ວມ ຢ່າງຮ້າຍແຮງໃນປີ 2008 ແລະ ໄຕ້ຝຸ່ນເກດສະໜາ ໃນປີກາຍ.

ລາຍງານແຈ້ງວ່າ ມີການຂາດແຄນອາຫານ ຢ່າງຮ້າຍແຮງລະດັບສູງ ຢູ່ໃນບັນດາແຂວງ ເຫຼົ່ານີ້ ຊຶ່ງໄດ້ພາໃຫ້ພວກເດັກນ້ອຍ ເປັນໂຣກໂລຫິດຈາງ ແລະບໍ່ມີການເຕີບໂຕຕາມປົກ ກະຕິ ໃນລະດັບສູງ. ເກືອບ 19% ຂອງພວກເດັກນ້ອຍ ທີ່ແຂວງອັດຕະປື ໄດ້ເປັນໂຣກ ຂາດອາຫານ ຢ່າງຮ້າຍແຮງ.

ອົງການສະຫະປະຊາຊາດກ່າວວ່າ ລັດຖະບານລາວ ແລະອົງການໃຫ້ການຊ່ອຍເຫຼືອຕ່າງໆ ເລີ້ມແຜນການໃຫ້ການຊ່ອຍເຫຼືອສຸກເສີນ ທີ່ແນໃສ່ພວກເດັກນ້ອຍ 200,000 ຄົນ ຮວມທັງ ການປຸກລະດົມ ເພື່ອຍຸກຍູ້ສົ່ງເສີມ ໃຫ້ມີການກິນນົມແມ່ ຢ່າງຖືກຕ້ອງນຳດ້ວຍ.

XS
SM
MD
LG