ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ປະ​ຊາ​ຊາດ ກ່າວ​ປະ​ນາມ ອີ​ຣ່ານ ກ່ຽວ​ກັບ ການ​ໃຊ້​ໂທດ​ປະ​ຫານ​ຊີ​ວິດຫຼາຍ​ຂຶ້ນ


ສະ​ມາ​ຊິກ​ຂອງ​ກອງ​ກຳ​ລັງ​ຕຳຫຼວດ​ພິ​ເສດ ອີ​ຣ່ານ ກວດ​ກາ​ເຊືອກ ກ່ອນ​ທຳ​ການ​ປະ​ຫານ​ຊີ​ວິດ​ດ້ວຍ​ການ​ແຂວນ​ຄໍ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, 2 ສິງ​ຫາ 2007.
ສະ​ມາ​ຊິກ​ຂອງ​ກອງ​ກຳ​ລັງ​ຕຳຫຼວດ​ພິ​ເສດ ອີ​ຣ່ານ ກວດ​ກາ​ເຊືອກ ກ່ອນ​ທຳ​ການ​ປະ​ຫານ​ຊີ​ວິດ​ດ້ວຍ​ການ​ແຂວນ​ຄໍ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, 2 ສິງ​ຫາ 2007.

ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ໄດ້​ກ່າ​ວ​ປະ​ນາມ​ ການດຳ​ເນີນ​ການ ແລະ ​ໃຊ້​ໂທດ​ປະ​ຫານ​ຊີ​ວິດຫຼາຍ​ຂຶ້​ນ ລວມ​ທັງ​ຕໍ່​ພວກ​ເດັກ​ນ້ອຍ ໃນ​ການ​ລ່ວງ​ລະ​ເມີ​ດ​ກົດ​ໝາຍ​ສາ​ກົນ. ທ່ານ​ເລ​ຂາ​ທິ​ການໃຫຍ່ ​ໄດ້​ສົ່ງ​ລາຍ​ງານ ກ່ຽວ​ກັບ ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ ​ໃນ ອີ​ຣ່ານ ໄປ​ໃຫ້​ສະ​ພາ​ສິດ​ທິ​ມະ​ນຸດ ​ສະ​ຫະ​ປະ​ຊາ​ຊາດ. ນັກ​ຂ່າວ​ວີ​ໂອ​ເອ ລີ​ຊາ ສ​ໄລ​ນ໌ ມີ​ລາຍ​ງານຈາກ​ນະ​ຄອນ ເຈ​ນີ​ວາ, ປະ​ເທດ ສວິ​ດ​ເຊີ​ແລນ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສ​ະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໄດ້ຕຳ​ໜິ​ການ​ດຳ​ເນີນ​ການ ແລະ ລົງ​ໂທດ​ປະ​ຫານ​ຊີ​ວິດ​ຂອງ​ລັດ​ຖະ​ບານ ເຕ​ຫະ​ຣ່ານ ຫຼາຍ​ຂຶ້ນ, ໂດຍ​ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້ອີງໃສ່​ຂໍ້​ກ່າວ​ຫາ​ຕ່າງໆ​ທີ່ບໍ່​ເທົ່າ​ກັບ “ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ” ແລະ ບໍ່​ສາ​ມາ​ດ​ທຽບ​ກັບ​ມາດ​ຕະ​ຖານ​ການ​ດຳ​ເນີນ​ຄະ​ດີ​ທີ່​ເປັນ​ທຳ.

ຮອງ​ຂ້າຫຼວງ​ໃຫ​ຍ່ເພື່ອສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ, ທ່ານ​ນາງນາ​ດາ ອາ​ລ-ນາ​ຊິ​ຟ, ຜູ້​ທີ່​ໄດ້​ນຳ​ສະ​ເໜີ​ລາຍ​ງານ​ດັ່ງ​ກ່າວ, ໄດ້​ກ່າວ​ວ່າ ​ຢ່າງ​ໜ້ອຍ 570 ຄົນ​ໄດ້​ຖືກ​ປະ​ຫານ​ຊີ​ວິດ, ທ່ານ​ນາງ​ກ່າວ​ວ່າ, ລວມ​ທັງ​ແມ່​ຍິງ​ຢ່າງ​ໜ້ອຍ 14 ຄົນ ແລະ ຫຼາຍກວ່າ 100 ຄົນ​ຈາກ​ພວກຊົນ​ກຸ່ມ​ນ້ອຍ.

ທ່ານ​ນາງ ອາ​ລ-ນາ​ຊິ​ຟ ໄດ້​ປະ​ນາມ​ການ​ປະ​ຫານ​ ຜູ້​ກະ​ທຳ​ຜິດ​ທີ່​ເປັນ​ເດັກ​ນ້ອຍ​ຢ່າງ​ໜ້ອຍ​ສອງ​ຄົນ ລະ​ຫວ່າງ​ເດືອນ​ສິງ​ຫາ 2021 ແລະ ມີ​ນາ 2022, ໃນ​ການ​ລະ​ເມີດ​ກົດ​ໝາຍ​ສາ​ກົນ. ທ່ານ​ນາງ​ໄດ້​ກ່າວ​ວ່າ​ຜູ້​ກະ​ທຳ​ຜິດ​ທີ່​ເປັນ​ເດັກ​ນ້ອຍ 85 ຄົນ ​ຍັງ​ຄົງ​ຖືກ​ໂທດ​ປະ​ຫານ​ຊີ​ວິດ.

ທ່ານ​ນາງ ນາ​ຊິ​ຟ ກ່າວ​ວ່າ “ຮູບ​ແບບ​ຂອງ​ການ​ສູນ​ເສຍ​ຊີ​ວິດ ​ໂດຍ​ພາ​ລະ​ການ​ຍ້ອນ​ການ​ໃຊ້​ກຳ​ລັງ​ເກີນ​ຂອບ​ເຂດ​ ໂດຍ​ພວກ​ເຈົ້າ​ໜ້າ​ທີ່ ​ຕໍ່​ຜູ້​ເດີນ​ທາງ​ຂ້າ​ມ​ຊາຍ​ແດນ, ຜູ້​ປະ​ທ້ວງ​ທີ່​ສະ​ຫງົບ ແລະ ຜູ້​ທີ່​ຖືກ​ກັກ​ຂັງ, ຍັງ​ສືບ​ຕໍ່​ໂດຍບໍ່​ຖືກ​ລົງ​ໂທດ. ຂອບ​ເຂດ​ຂອງ​ການ​ຕາຍ ​ໃນ​ການ​ຖືກ​ກັກ​ຂັງ, ເຊິ່ງ​ມີ​ຜົນ​ຈາກ​ຄວາມ​ຮຸນ​ແຮງ ແລະ ການ​ປະ​ຕິ​ບັດ​ທີ່ບໍ່​ດີ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່ ແລະ ຍ້ອນ​ການ​ຂາດ​ການ​ເຂົ້າ​ຫາ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ ໃຫ້​ທັນ​ເວ​ລາ​ແມ່ນ​ຄວາມ​ເປັນ​ຫ່ວງ​ທີ່​ຮ້າຍ​ແຮງ.”

ລາຍ​ງານ​ດັ່ງ​ກ່າວ​ໄດ້​ກ່າວ​ຫາ​ລັດ​ຖະ​ບານ ອີ​ຣ່ານ ກ່ຽວ​ກັບ ການ​ຄວບ​ຄຸມ​ຢ່າງເຄັ່ງ​ຄັດ​ຕໍ່​ປະ​ຊາ​ກອນ​ຂອງ​ເຂົາ​ເຈົ້າ ຜ່ານ​ມາດ​ຕະ​ການ​ກົດ​ຂີ່​ຍິ່ງ​ຂຶ້ນ. ເຂົາ​ເຈົ້າ​ເວົ້າ​ວ່າ​ລັດ​ຖະ​ບານ​ໄດ້​ຮັກ​ສາ​ການ​ຄວບ​ຄຸມ​ທັງ​ໝົດ​ຜ່ານ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ການ​ຈຳ​ກັດ, ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ການ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງ.

ທ່ານ​ນາງ ອາ​ລ-ນາ​ຊິ​ຟ ໄອ້​ອ້າງ​ເຖິງຫຼາຍ​ມາດ​ຕະ​ການ​ນິ​ຕິ​ບັນ​ຍັດ ດ້ວຍ​ຜົນ​ຕາມ​ມາ​ທີ່​ອັນ​ຕະ​ລາຍ​ສຳ​ລັບ​ສິດ​ທິ​ການ​ຈະ​ເລີນ​ພັນ ແລະ ການ​ເຂົ້າ​ຫາ​ອິນ​ເຕີ​ເນັດ​ທີ່ບໍ່​ໄດ້​ຖືກກວດ​ກາ​ຂອງ​ປະ​ຊາ​ຊົນ. ແຕ່​ແນວ​ໃດ​ກໍ່​ຕາມ, ທ່ານ​ນາງ​ໄດ້​ກ່າວ​ວ່າ​ກົດ​ໝາຍ​ແມ່ນບໍ່​ສາ​ມາດ​ທີ່​ຈະ​ເຮັດ​ໃຫ້​ການ​ໃຊ້​ຄວາມ​ຮຸນ​ແຮງ​ກັບ​ແມ່​ຍິງ​ເປັນ​ສິ່ງ​ຜິດ​ກົດ​ໝາຍ ແລະ ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ສິດ​ທິ​ຂອງ​ຊົນ​ກຸ່ມ​ນ້ອຍ, ໂດຍ​ສະ​ເພາະ​ສາ​ສະ​ໜາ ບາ​ຮາຍ ເຊິ່ງ​ເປັນ​ສາ​ສະ​ໜາ​ກຸ່ມ​ນ້ອຍ.

ທ່ານ​ນາງ ອາ​ລ-ນາ​ຊິ​ຟ ໄດ້​ກ່າວ​ວ່າ “ພື້ນ​ທີ່​ດ້ານ​ພົນ​ລະ​ເມືອງ ແລະ ປະ​ຊາ​ທິ​ປະ​ໄຕ​ສືບ​ຕໍ່​ຖືກ​ຈຳ​ກັດ​ຮັດ​ແຄບ ດ້ວຍ​ຜູ້​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ ຜູ້​ດຳ​ເນີນ​ການ​ດ້ານ​ສັງ​ຄົມ​ພົນ​ລະ​ເຮືອນ ປະ​ຕິ​ບັດ​ການ​ພາຍ​ໃນ​ສະ​ພາບ​ແວດ​ລ້ອມ​ບີບ​ບັງ​ຄັບ ບ່ອນ​ທີ່​ການ​ລ່ວງ​ລະ​ເມີດ​ແມ່ນ​ໄດ້​ຖືກ​ກະ​ທຳ​ໂດຍບໍ່​ມີ​ການ​ລົງ​ໂທດ. ໃນ​ເດືອນ​ເມ​ສາ ແລະ ພຶ​ດ​ສະ​ພາ 2022, ຢ່າງນ້ອຍ 55 ບຸກ​ຄົນ, ນາຍ​ຄູ, ທະ​ນາຍ​ຄວາມ, ຜູ້​ປົກ​ປ້ອງ​ສິດ​ທິ​ແຮງ​ງານ, ນັກ​ສິ​ລະ​ປະ ແລະ ການ​ສຶກ​ສາ ໄດ້​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ.”

ຮອງ​ຜູ້​ແທນ​ຖາ​ວອນ​ຂອງ ອີ​ຣ່ານ ໃນ​ນະ​ຄອນ ເຈ​ນີ​ວາ, ທ່ານ ເມ​ດີ ອາ​ລ ອາ​ບາ​ຈ ໄດ້​ກ່າວ​ປະ​ນາມ​ບົດ​ລາຍ​ງານ​ດັ່ງ​ກ່າວ​ວ່າ ​ສົກ​ກະ​ປົກ ແລະ ເປັນ​ເຄື່ອງ​ມື​ດ້ານ​ການ​ເມືອງ​ທີ່​ໜ້າ​ອັບ​ອາຍ ທີ່​ຖືກ​ໃຊ້​ໂດຍ ສະ​ຫະ​ລັດ ແລະ ກາ​ນາ​ດາ ຕໍ່​ປະ​ເທດ​ຂອງ​ທ່ານ. ທ່ານ​ໄດ້​ກ່າວ​ວ່າ​ລາຍ​ງານ​ດັ່ງ​ກ່າວ​ແມ່ນ​ລຳ​ອຽງ ແລະ ອີງ​ໃສ່​ການ​ກ່າວ​ຫາ​ທີ່​ຜິດ. ທ່ານ​ເວົ້າ​ວ່າ ອີ​ຣ່ານ ມີ​ຄວາມ​ມຸ່ງ​ໝັ້ນ​ຢ່າງ​ເຕັມ​ທີ່​ຕໍ່​ການ​ປົກ​ປ້ອງ ແລະ ສົ່ງ​ເສີ​ມ​ສິດ​ທິ​ມະ​ນຸດ ແລະ ເຄົາ​ລົບ​ພັນ​ທະ​ໜ້າ​ທີ່ສາ​ກົນ ​ຂອງ​ເຂົາ​ເຈົ້າ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG