ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສະຫະປະຊາຊາດ ຈະໄປຢ້ຽມຢາມຍີ່ປຸ່ນ


ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ
ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ


















ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຈະ​ທໍ​າ​ການ​ຢ້ຽມຢາມ​ຂົງ​ເຂດ​ຕ່າງໆ​ທີ່​ຖືກ​ຄື້ນຟອງ​ຍັກ​ສຸ​ນາ​ມິ​ປະ​ທະ​ ໃກ້ໆ​ກັບ​ໂຮງ​ໄຟຟ້າ​ນີວ​ເຄລຍ Fukushima ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ໃນ​ສັບປະດາ​ໜ້າ​ນີ້.

ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ພັນ​ກິ​ມູນ​ຢາກ​ເຫັນ​ດ້ວຍ​ຕົນ​ເອງ
ຄວາມ​ເສຍ​ຫາຍ​ທີ່​ໄດ້​ຮັບ​ຈາກ​ໄພ​ແຜ່ນ​ດິນ​ໄຫວ​ແລະຄື້ນຟອງ​ສຸນາ​ມິ​ ເມື່ອວັນ​ທີ 11 ມີນາ​
ແລ້ວ​ນີ້​ ທີ່​ໄດ້​ທໍາລາຍຫລາຍໆຫົວເມືອງ​ຢ່າງ​ຮາບຄາບ​ຈໍາ​ດິນ​ແລະ​ເຮັດ​ໃຫ້​ປະຊາຊົນ​ເສຍ
ຊີວິດແລະຫາຍ​ສາບ​ສູນໄປ​ຈໍານວນ​ຫລາຍ​ກວ່າ 20 ພັນ​ຄົນນັ້ນ. ສະຫະປະຊາ​ຊາດ​ ກ່າວ​
ວ່າ ທ່ານ​ພັນ​ກິ​ມູນ​ຈະ​ໄປ​ຢ້ຽມາ​ມສູນ​ອົບ​ພະຍົບ​ແຫ່ງ​ນຶ່ງ ເພື່ອ​ທໍາ​ການໂອ້​ລົມ​ສົນທະນາ​
ກັບ​ພວກ​ຊາວບ້ານ​ຊາວ​ເມືອງ​ ທີ່​ໄດ້​ຖືກ​ອົບພະຍົບມາ​ອາ​ໄສ​ຢູ່​ໃນ​ສູນ​ດັ່ງກ່າວ​ຕັ້ງ​ແຕ່​ຄື້ນ
ຟອງ​ຍັກ​ສຸ​ນາ​ມິ​ໄດ້​ທໍາລາຍເຕົາ​ປັ່ນ​ໄຟຟ້າ 3 ໜ່ວຍ ເຮັດ​ໃຫ້​ກໍາ​ມັນ​ຕະພາບ​ລັງສີ​ນີວ​ເຄລຍ
ຮົ່ວ​ໄຫລອອກ​ມາ​ຈາກໂຮງ​ໄຟຟ້າ​ນີວ​ເຄລຍ Fukushima Daichi ນັ້ນ.

ທ່ານ​ພັນ​ກິ​ມູນ​ໄດ້​ກ່າວ​ຕໍ່​ສື່​ມວນ​ຊົນ​ຍີ່ປຸ່ນ​ວ່າ ທ່ານ​ຢາກ​ສະ​ແດງ​ຄວາມ​ຍ້ອງຍໍ​ສັນລະ​ເສີນ
ຕໍ່​ວິທີ​ການ​ຮັບ​ມືກັນ​ໄພ​ຫາ​ຍະ​ນະຂອງ​ລັດຖະບານ​ແລະ​ປະຊາຊົນ​ຍີ່ປຸ່ນນັ້ນ.

ສະຫະ​ປະຊາ​ຊາດ​ກ່າວວ່າ ການ​ຢ້ຽມຢາມ​ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາຈະ​ມາ​ນີ້ ຈະ​ພາ​ທ່ານ
ພັນ​ກິ​ມູນ​ໄປ​ຍັງ​ເກົາຫລີ​ໃຕ້ ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ເຊ່ນ​ກັນ ​ເພື່ອ​ເປີດ​ກອງ​ປະ
ຊຸມ​ໂຕແບບ​ບັ້ນ​ນຶ່ງຂອງ​ສະຫະປະຊາ​ຊາດ​ ຊຶ່ງ​ຈະ​ມີໂຕ​ແທນພວກນັກ​ສຶກສາ 600 ຄົນ
ຈາກ 53 ປະເທດ ​ເຂົ້າ​ຮ່ວມ​ນໍາ.

ສະຫະ​ປະຊາ​ຊາດ​ກ່າວ​ວ່າ ທ່ານ​ພັນ​ກິ​ມູນ​ຈະ​ພົບ​ປະ​ຢູ່​ທີ່​ກຸງ​ໂຕ​ກຽວ​ກັບ​ນາຍົກລັດຖະມົນ
ຕີ Naoto Kan ​ແລະ​ທ່ານ Takeaki Matsumoto ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ຍີ່ປຸ່ນ.
ທີ່​ກຸງ​ໂຊນ ທ່ານ​ຈະ​ພົບ​ປະ​ກັບ​ປະທານາ​ທິບໍດີ Lee Myung-bak ​ແລະລັດຖະມົນຕີ​ຕ່າງ
ປະ​ເທດ Kim Sung-hwan ຕະຫຼອດ​ທັງ​ເຈົ້າ​ໜ້າ​ທີ່​ອື່ນໆ​ຂອງ​ເກົາຫລີ​ໃຕ້.

XS
SM
MD
LG