ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ຢືນຢັນ ການສະໜັບສະໜຸນ ຕໍ່ຍີ່ປຸ່ນ (ສະໄລດ໌)


ໝູ່ເກາະ ທີ່ຍີ່ປຸນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ໃນທະເລຈີນ ຕາເວັນອອກ
ໝູ່ເກາະ ທີ່ຍີ່ປຸນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ໃນທະເລຈີນ ຕາເວັນອອກ
ລັດຖະສະພາສະຫະລັດ ໄດ້ຮັບຮອງເອົາຢ່າງເປັນເອກະສັນກັນ
ຕໍ່ບົດແກ້ໄຂຂອງກົດໝາຍ ທີ່ໄດ້ຢືນຢັນອີກຄັ້ງນຶ່ງ ເຖິງຄວາມ
ໝັ້ນໝາຍຂອງກຸງວໍຊິງຕັນ ຕໍ່ການສະໜັບສະໜຸນຍີ່ປຸ່ນ ໃນ ບັນຫາຂັດແຍ້ງເລື່ອງເຂດນໍ້າແດນດິນຂອງປະເທດດັ່ງກ່າວ
ກັບຈີນກ່ຽວກັບໝູ່ເກາະຕ່າງໆ ໃນເຂດທະເລຈີນຕາເວັນອອກ.

ບົດແກ້ໄຂດັ່ງກ່າວ ແມ່ນໄດ້ແນບໃສ່ກັບຮ່າງກົດໝາຍອະນຸຍາດ
ດ້ານການ ປ້ອງກັນປະເທດສໍາລັບສົກງົບປະມານປີ 2012 ທີ່ຍັງ
ມີການອະພິປາຍກັນຢູ່ໃນສະພາສູງຂອງສະຫະລັດ.

ບົດແກ້ໄຂດັ່ງກ່າວເວົ້າວ່າ ສະຫະລັດຮັບຮູ້ການປົກຄອງຂອງຍີ່
ປຸ່ນໃນເກາະ Senkaku ແຕ່ກໍບໍ່ເອົາທ່າທີໃດໆຕໍ່ກ່ຽວກັບອະທິ
ປະໄຕໃນຂັ້ນສຸດທ້າຍຂອງ ດິນແດນດັ່ງກ່າວ. ນອກນັ້ນແລ້ວ
ບົດແກ້ໄຂ ສະບັບນີ້ຍັງໃຫ້ຂໍ້ສັງເກດວ່າ ສະຫະລັດຄັດຄ້ານຕໍ່ການດໍາເນີນຄວາມພະຍາ ຍາມໃດໆກໍຕາມເພື່ອບັງຄັບ, ນາບຂູ່ ຫລືໃຊ້ກໍາລັງເພື່ອແກ້ໄຂບັນຫາຂັດແຍ້ງກ່ຽວກັບ ເຂດນໍ້າແດນດິນດັ່ງກ່າວ.

ໝູ່ເກາະທີ່ອຸດົມສົມບຸນໄປດ້ວຍຊັບພະຍາກອນທໍາມະຊາດເຫລົ່ານີ້ ຍັງມີອີກຊື່ນຶ່ງວ່າ ໝູ່ ເກາະດຽວຢູໃນປະເທດຈີນ.

ເບິ່ງສະໄລດ໌ພາບໝູ່ເກາະ Senkaku ຫລື ດຽວຢູ ໃນເຂດທະເລຈີນຕາເວັນອອກ:
XS
SM
MD
LG