ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະ​ປະຊາ​ຊາດ ​ຮັບຜ່ານມະຕິ ທີ່ບໍ່​ຮັບ​ຮູ້ວ່າ ​ເຈຣູຊາ​ແລັມ ​ເປັນ​ນະຄອນ​ຫຼວງ ​ຂອງ​ອິສຣາ​ ແອ​ລ


ຜູ້ຕາງໜ້າຂອງປະເທດຕ່າງໆ ໄປເຕົ້າໂຮມກັນຢູ່​ເຕັມ​ຫ້ອງປະຊຸມຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ ໃນວັນທີ 21 ທັນວາ, 2017 ຢູ່ທີ່ຫ້ອງການໃຫຍ່ຂອງອົງການສະຫະ​ປະຊາ​ຊາດ ໃນນະຄອນນີວຢອກ.
ຜູ້ຕາງໜ້າຂອງປະເທດຕ່າງໆ ໄປເຕົ້າໂຮມກັນຢູ່​ເຕັມ​ຫ້ອງປະຊຸມຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ ໃນວັນທີ 21 ທັນວາ, 2017 ຢູ່ທີ່ຫ້ອງການໃຫຍ່ຂອງອົງການສະຫະ​ປະຊາ​ຊາດ ໃນນະຄອນນີວຢອກ.

ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້ຮັບຄະແນນສຽງຢ່າງ​ຖ້ວມ​ລົ້ນເພື່ອຮັບຮອງເອົາຮ່າງ
ມະຕິ ທີ່ປະຕິ​ເສດ​ຕໍ່ການຕັດ ສິນ​ໃຈ​ຂອງ​ສະຫະລັດ ທີ່​ຮັບ​ຮູ້​ເອົານະຄອນເຈລູຊາ​ແລັມວ່າ
​ເປັນ​ນະຄອນ​ຫຼວງ​ຂອງ​ອິສຣາ​ ແອ​ລ ​ແລະ​ຍ້າຍ​ສະຖານທູດ​ຂອງ​ຕົນ​ໄປ​ຢູ່​ທີ່​ນັ້ນ. ທ່ານ​ນາງ
​ນິກກີ​ ​ເຮ​ລີ​ ກ່າວ​ຕໍ່ຜູ້​ຄົນ​ທີ່​ໄປຢູ່​ເຕັມ​ຫ້ອງປະຊຸມ​ກ່ອນ​ການ​ລົງ​ຄະ​ແນນ​ສຽງວ່າ “ສະຫະລັດ
​ຈະ​ຈົດ​ຈໍາ​ມື້​ນີ້ ມື້​ທີ່ປະ​ເທດ​ຕົນ​ຖືກ​ແບ່ງ​ແຍກ​ໃຫ້​ເປັນ​ປະ​ເທດ​ດຽວທີ່​ຖືກ​ໂຈມ​ຕີ​ຢູ່​ໃນ​ສະ
ມັດຊາໃຫຍ່ສະຫະ​ປະຊາ​ຊາດ ​ທີ່ໄດ້ໃຊ້​ສິດຂອງ​ພວກ​ເຮົາ​ໃນ​ນາມທີ່ເປັນ​ປະ​ເທດທີ່​ມີ​
ອະທິປະໄຕ​.”

ທ່ານ​ນາງ​ກ່າວ​ເພີ້​ມອີກ​ວ່າ “ພວກ​ເຮົາ​ຈະ​ຈົດ​ຈຳ​ໄວ້ ​ເ​ວລາ​ທີ່​ພວກ​ເຮົາຖືກ​ຮ້ອງຫາ​ອີກ​ຄັ້ງ
​ນຶ່ງເພື່ອ​ໃຫ້ການຊ່ວຍ​ເຫລືອ​ທີ່​ໃຫຍ່​ສຸດ​ໃນ​ໂລກ​ ແກ່​ສະຫະປະຊາ​ຊາດ ​ແລະ​ພວກ​ເຮົາຈະ
​ຈົດ​ຈຳໄວ້​ອີກ​ໃນເວລາທີ່​ຫລາຍໆ​ປະ​ເທດ​ມາ​ຮ້ອງ​ຂໍໃຫ້ພວກ​ເຮົາຊ່ວຍ ດັ່ງ​ທີ່ພວກ​ເຂົາ
​ເຈົ້າ​ມັກເຮັດ​ມາ​ເລື້ອຍໆ ​ເພື່ອ​ໃຫ້​ຈ່າ​ຍເງິນຊ່ວຍເຫລືອຫລາຍ​ຂຶ້ນກວ່ານີ້ ​ແລະ​ກໍໃຊ້​ອິດ​ທິ
ພົນ​ຂອງພວກ​ເຮົາ​ເພື່ອເຮັດ​ໃຫ້​ເກີດ​ປະ​ໂຫຍ​ດ​ແກ່​ປະເທດເຂົາ​ເຈົ້າ.”

​ເອກ​ອັກຄະ​ລັດຖະທູດ​ອິສຣາ​ແອ​ລ ປະ​ຈໍາ​ສະຫະ​ປະຊາ​ຊາດ ທ່ານ​ແດນ​ນີ ດານ​ອນ ກ່າວ​
ວ່າ “ບັນດາ​ຜູ້​ສະໜັບສະໜູນ​ຕໍ່​ມະຕິ​ມື້​ນີ້ ຄື​ດັ່ງ​ຫຸ່ນ​ທີ່​ຖືກດຶງ​ສາຍ​ໂດຍ​ພວກຫົວໜ້າ​ໃຫຍ່​
ປາ​ແລ​ສ​ໄຕ​ນ໌. ພວກ​ທ່ານ​ຄືຫຸ່ນຕຸກກະຕາ​ທີ່​ຖືກ​ບັງຄັບ​ໃຫ້​ຟ້ອນ​ໃນ​ຂະະນະ​ທີ່​ພວກ​ຜູ້ນຳ
​ປາ​ແລັສ​ໄຕ​ນ໌ ພາກັນ​ເບິ່ງ​ດ້ວຍທ່າ​ທາງທີ່​ມີ​ຄວາມ​ປິ​ຕິ​ຍິນ​ດີ.”

ພວກປາ​ແລ​ສ​ໄຕ​ນ໌​ໄດ້​ຮ້ອງ​ຂໍ​ໃຫ້​ມີການ​ປະຊຸມ​ສຸກ​ເສີນ​ຂອງສະມັດຊາໃຫຍ່ສະຫະ​ປະຊາ
​ຊາດໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອໃຫ້ພິຈາລະນາຮັບຮອງ​ເອົາຮ່າງມະຕິທີ່​ຮ່າງໂດຍອີ​ຈິບ.

ການ​ລົງມະຕິ​ດັ່ງກ່າວ ມີ​ຂຶ້ນພາຍຫລັງທີ່​ສະຫະລັດ​ໄດ້ລົງ​ຄະ​ແນນ​ສຽງຄັດຄ້ານໃນ​ວັນ​ຈັນ
​ທີ່​ຜ່ານ​ມາຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງຕໍ່ຮ່າງ​ມະຕິ​ທີ່ເກືອບ​ຄ້າຍຄືກັນ​ກັບ​ຮ່າງມະຕິສະບັບ​ນີ້
ທີ່​ມີ 14 ປະ​ເທດສະມາຊິກອື່ນ ​ໄດ້​ໃຫ້ການ​ສະໜັບສະໜູນ​ແລ້ວ.

ມະ​ຕິຂອງ​ສະມັດຊາ​ໃຫຍ່​ສະຫະປະຊາຊາ​ດ ​ໄດ້​ໃຫ້ການ​ຢືນຢັນ​ຄືນໃໝ່​ຂອງ​ຖານະ​ພິ​ເສດ
ຂອງນະຄອນ​ເຈ​ລູຊາ​ແລັມວ່າເປັນ​ເມືອງ​ສັກສິດ ​ແລະເປັນບັນ​ຫາທາງ​ດ້ານ​ສະຖານະ​ພາບ
ອັນ​ສຸດ​ທ້າຍ ​ເພື່ອໃຊ້​ໃນ​ການ​ເຈລະຈາ​ລະຫວ່າງອິສຣາ​ແອ​ລ-ປາ​ແລ​ສ​ໄຕ​ນ໌ໃນ​ອານາ​ຄົດ​.

ນອກ​ນັ້ນ​ມະຕິ​ສະບັບ​ນີ້ຍັງ​ເວົ້າອີກ​ວ່າ “ການ​ຕັດສິນໃຈ​ໃດໆ ​ແລະ​ປະຕິບັດ​ໃດໆ​ທີ່​ປາກົດ
​ວ່າ​ແນໃສ່​ໃຫ້​ມີ​ການດັດແປງວັກ​ສະ​ນະ, ສະຖານະພາບ ຫລື​ການ​ປະ​ກອບ​ຂອງພົນລະ
​ເມືອງ​ຂອງ​ຕົວ​ເມືອງສັກສິດ​ເຈ​ລູຊາ​ແລັມນັ້ນ ​ແມ່ນບໍ່​ມີ​ຜົນ​ບັງຄັບ​ທາງ​ດ້ານ​ກົດໝາຍ,
​ແມ່ນ​ຖືວ່າເປັນໂມຄະ ​ແລະ​ໃຊ້ການບໍ່ໄດ້ ​ແລະ​ຕ້ອງຖືກລົບ​ລ້າງ​ໄປ.” ​

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

XS
SM
MD
LG