ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພົນລະເຮືອນ ທີ່ພະຍາຍາມ ຫຼົບໜີອອກຈາກ ເມືອງ ໂມຊູລ ຖືກຂ້າຕາຍ 231 ຄົນ


ເດັກຍິງຄົນໜຶ່ງກົ້ມຫົວລົງ ເວລາລາວຫລົບໜີອອກຈາກ
ໝູ່ບ້ານ al-Rifai ກັບນ້ອງຂອງລາວ ໃນຂະນະທີ່ກອງກຳລັງ
ພິເສດ ອີຣັກ ແລະ ພວກລັດອິສລາມຕໍ່ສູ້ກັນໃນພາກຕາເວັນ
ຕົກຂອງເມືອງ ໂມຊູລ. ອີຣັກ. 17 ພຶດສະພາ, 2017.
ເດັກຍິງຄົນໜຶ່ງກົ້ມຫົວລົງ ເວລາລາວຫລົບໜີອອກຈາກ ໝູ່ບ້ານ al-Rifai ກັບນ້ອງຂອງລາວ ໃນຂະນະທີ່ກອງກຳລັງ ພິເສດ ອີຣັກ ແລະ ພວກລັດອິສລາມຕໍ່ສູ້ກັນໃນພາກຕາເວັນ ຕົກຂອງເມືອງ ໂມຊູລ. ອີຣັກ. 17 ພຶດສະພາ, 2017.

ຫ້ອງການສິດທິມະນຸດ ຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ພວກເຂົາເຈົ້າມີ “ລາຍງານທີ່ເຊື່ອຖືໄດ້” ລະບຸໃຫ້ເຫັນວ່າ ພວກນັກຮົບລັດອິສລາມໃນ
ອີຣັກ ໄດ້ຂ້າພົນລະເຮືອນຢ່າງໜ້ອຍ 231 ຄົນ ຜູ້ທີ່ພະຍາຍາມຫຼົບໜີອອກຈາກເມືອງ
ໂມຊູລ.

ການເຂັ່ນຂ້າທີ່ຖືກລາຍງານນັ້ນ ໄດ້ເກີດຂຶ້ນໃນວັນທີ 26 ພຶດສະພາ ແລະ 3 ມິຖຸນາ, ທັງໝົດແມ່ນເກີດຂຶ້ນໃນໝູ່ບ້ານ al-Shifa, ແລະ ປະກອບດ້ວຍປະຊາຊົນຜູ້ທີ່ພະຍາ
ຍາມໜີ ອອກຈາກເຂດທີ່ຖືກຄວບຄຸມໂດຍພວກລັດອິສລາມ ໄປຫາສະຖານທີ່ໆຖືກ
ຄວບຄຸມໂດຍກອງກຳລັງ ອີຣັກ.

ນອກນັ້ນ ອົງການສະຫະປະຊາຊາດ ຍັງກ່າວວ່າ ພວກເຂົາເຈົ້າກຳລັງສືບສວນສອບ
ສວນລາຍງານຕ່າງໆ ກ່ຽວກັບ ການເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນຄົນ
ອື່ນໆ ຈາກການໂຈມຕີທາງອາກາດໃນພາກສ່ວນເມືອງ Zanjilu ຂອງພາກຕາເວັນຕົກ
ເມືອງ ໂມຊູລ ທີ່ຖືກລາຍງານວ່າ ໄດ້ສັງຫານປະຊາຊົນ ລະຫວ່າງ 50 ຫາ 80 ຄົນ.

ການຕໍ່ສູ້ເພື່ອຍາດເອົາພາກຕາເວັນຕົກຂອງເມືອງ ໂມຊູລຄືນ ໄດ້ດຳເນີນມາແຕ່ເດືອນ
ກຸມພາ ຫຼັງຈາກກອງກຳລັງ ອີຣັກ ທີ່ໄດ້ຮັບການໜູນຫຼັງໂດຍການໂຈມຕີທາງອາກາດ ຈາກພັນທະມິດນຳໜ້າໂດຍ ສະຫະລັດ ໄດ້ເຂົ້າຍຶດເອົາຟາກຕາເວັນອອກຂອງເມືອງ
ຢ່າງປະສົບຄວາມສຳເລັດ. ການຍຶດໄດ້ ເມືອງ ໂມຊູລ ຢ່າງເຕັມທີ່ ຈະເປັນຂີດໝາຍ
ຂອງ ການໄດ້ຮັບໄຊຊະນະຄັ້ງໃຫຍ່ ໃນການຕໍ່ສູ້ ເພື່ອຂັບໄລ່ກຸ່ມຫົວຮຸນແຮງ ທີ່ໄດ້ດຳ
ເນີນຜ່ານຂົງເຂດຂະໜາດໃຫຍ່ຂອງ ອີຣັກ, ລວມທັງເມືອງ ໂມຊູລ ນຳ ໃນປີ 2014.

ຊາຕາກຳຂອງພວກພົນລະເຮືອນ ທີ່ຍັງຢູ່ໃນເມືອງໃຫຍ່ອັນດັບສອງຂອງ ອີຣັກ ນັ້ນ ຍັງ
ຄົງແມ່ນຄວາມເປັນຫ່ວງທີ່ສຳຄັນຢູ່, ດ້ວຍກຸ່ມສິດທິມະນຸດ, ອົງການຊ່ວຍເຫຼືອສາກົນ
ແລະ ອົງການສະຫະປະຊາຊາດ ໄດ້ເຕືອນ ກ່ຽວກັບ ການຂາດເຂີນເຄື່ອງໃຊ້ ທີ່ຈຳເປັນ
ຕ່າງໆ ແລະ ອັນຕະລາຍຂອງການຕໍ່ສູ້ ທີ່ເກີດຂຶ້ນ ໃນຖະໜົນທີ່ມີຄົນໜາ

ແໜ້ນ. ກຸ່ມສິດທິມະນຸດ ແລະ ມະນຸດສະທຳ ໄດ້ຮຽກຮ້ອງໃຫ້ກອງກຳລັງ ອີຣັກ ແລະ ພັນ
ທະມິດນຳໜ້າໂດຍ ສະຫະລັດ ໃນວັນພະຫັດມື້ນີ້ ໃຫ້ຫຼີກ ລ່ຽງການໃຊ້ອາວຸດທີ່ອາດເຮັດ
ໃຫ້ພວກພົນລະເຮືອນຕົກເປັນເປົ້າໝາຍຢ່າງແຍກແຍະບໍ່ໄດ້ ໃນລະຫວ່າງການຜັກດັນ
ຄັ້ງສຸດທ້າຍ ເພື່ອຍຶດຄືນ ພາກຕາເວັນຕົກຂອງເມືອງ ໂມຊູລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG