ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ​ປ​ຊ ເຊື້ອເຊີນ ອີຣ່ານ ເຂົ້າຮ່ວມ ກອງປະຊຸມ ສັນຕິພາບ ຊີເຣຍ (ສະ​ໄລ​ດ໌/ວີດີໂອ)


UN Invites Iran to Syrian Peace Talks
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ
ສະຫະ​ປະຊາ​ຊາດ​ໄດ້​ເຊື້ອ​ເຊີນ​ອີຣ່ານ ​ຢ່າງ​ເປັນ​ທາງ​ການ​ ໃຫ້
ໄປຮ່ວມການ​ເຈລະຈາສັນຕິພາບ​ຊີ​ເຣຍ ທີ່​ໄດ້​ລໍຄອຍ​ມາ​ເປັນ
ເວລາ​ດົນ​ນານ ຊຶ່ງ​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ວັນ​ພຸດ​ສັບປະດາ​ນີ້​ ທີ່
Switzerland.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ຕໍ່​
ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດວານ​ນີ້​ວ່າ ທ່ານ​ເຊື່ອ​ວ່າ ອີຣ່ານ
“ຈຳເປັນຕ້ອງເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ແກ້​ໄຂ​ບັນຫາ​
ໃນ​ຊີເຣຍ”
​ແລະ​ວ່າ ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ
​ເທດ ໄດ້ໃຫ້​ຄວາມ​ໝັ້ນ​ໃຈແກ່​ທ່ານວ່າ ອີຣ່ານ​ເຂົ້າ​ໃຈ​ພື້ນຖານ
​ຂອງ​ການ​ພົບ​ປະ​ເຈລະຈາ​ກັນ​ນີ້.ທ່ານ​ພັນ​ກິ​ມູນ ກ່າວ​ວ່າ:

“ລັດຖະມົນຕີຕ່າງປະເທດ Zarif ແລະຂ້າພະເຈົ້າເຫັນພ້ອມນຳກັນວ່າ ເປົ້າໝາຍ
ຂອງການເຈລະຈານີ້ ແມ່ນເພື່ອສ້າງຕັ້ງ ໂດຍຄວາມຍິນຍອມນຳກັນ ຄະນະລັດຖະ
ບານຊົ່ວຄາວຂຶ້ນ​ມາ ໂດຍມີອຳນາດປົກຄອງໂດຍເຕັມທີ່​ບໍ່​ລຳອຽງ. ມັນ​ແມ່ນບົນພື້ນ
ຖານດັ່ງກ່າວນີ້ ທີ່ລັດຖະມົນຕີຕ່າງປະເທດ Zarif ໄດ້ໃຫ້ຄຳໝັ້ນສັນຍາວ່າອີຣ່ານ
ຈະດຳເນີນບົດບາດໃນທາງບວກແລະໃນທາງສ້າງສັນ​ໃນ​ການ​ເຈລະຈາ ທີ່ເມືອງ
Montreux ນັ້ນ.”


ກຸ່ມປະສົມແຫ່ງຊາດຊີເຣຍ ຝ່າຍຄ້ານບໍ່ຢາກໃຫ້ອີຣ່ານມາຮ່ວມໃນການເຈລະຈານີ້ແລະ
ເວົ້າວ່າ ພວກຕົນຈະຖອນໂຕອອກ ນອກຈາກວ່າທ່ານພັນກິມູນຈະຖອນການ ເຊື້ອເຊີນ
ອີຣ່ານເທົ່ານັ້ນ.

ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດ ຍັງ
ມີຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບການສະໜັບສະໜຸນຂອງອີຣ່ານຕໍ່ລັດຖະບານຂອງ
ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ ແລະວ່າ ອີຣ່ານຈະຕ້ອງຮັບເອົາເປົ້າໝາຍ
ຕ່າງໆຂອງກອງປະຊຸມສັນຕິພາບນີ້ຢ່າງເປີດເຜີຍຖ້າບໍ່ດັ່ງນັ້ນກໍຈະບໍ່ຖືກເຊື້ອເຊີນມາຮ່ວມໃນ
ກອງປະຊຸມສັນຕິພາບນີ້.

ທ່ານ Assad ກ່າວຕໍ່ສຳນັກງານຂ່າວຝຣັ່ງ ໃນການໃຫ້ສຳພາດທີ່ພິມ​ອອກ​ເຜີຍ​ແຜ່ໃນວັນ
ຈັນມື້ນີ້ວ່າ ກອງປະຊຸມດັ່ງກ່າວຈະຕ້ອງເພ່ງເລັງໃສ່​ເລື້ອງການກໍ່ການຮ້າຍແລະວ່າກຳລັງ
ຂອງທ່ານພວມທຳການຕໍ່ສູ້ກັບກຸ່ມຫົວຮຸນແຮງຈັດກຸ່ມນຶ່ງ ບໍ່ແມ່ນກັບການລຸກຮືຂຶ້ນຂອງ
ປະຊາຊົນ.


XS
SM
MD
LG