ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຂໍເຂົ້າໄປຈີນ ເພື່ອສືບສວນ ການລະເມີດ ສິດທິມະນຸດ ໃນເກົາຫຼີເໜືອ


ຜູ້​ພິພາກສາ​ອອກ​ກິນ​ເບ້ຍ​ບໍານານຂອງ ​ອອສ​ເຕຣ​ເລຍ​ ທ່ານ Michael Kirby
ຜູ້​ພິພາກສາ​ອອກ​ກິນ​ເບ້ຍ​ບໍານານຂອງ ​ອອສ​ເຕຣ​ເລຍ​ ທ່ານ Michael Kirby
ນັກ​ສືບສວນ ສະຫະ​ປະຊາ​ຊາດ ຄົນ​ນຶ່ງ ​ກ່າວ​ວ່າ ທ່ານ​ໄດ້​ຂໍ​ໃຫ້
ຈີນ ​ອະ​ນຸຍາດ ​ໃຫ້​ຄະນະ​ຂອງ​ທ່ານເຂົ້າໄປ​ສືບສວນ​ເບິ່ງ ​ການ
ສົງ​ໄສທີ່​ວ່າ​ມີ​ການ​ລ່ວງ​ລະ​ເມີດສິດທິ​ມະນຸດຢູ່ໃນ​ເກົາຫລີ​ເໜືອ
ທີ່​ເປັນປະ​ເທດ​ເພື່ອນ​ບ້ານຂອງ​ຈີນ​ນັ້ນ.

ໃ​ນການ​ສໍາພາດກັບຕໍ່ວີ​ໂອ​ເອ ທີ່​ນະຄອນຫລວງວໍ​ຊິງ​ຕັນ ​ໃນ​ວັນ
​ພະຫັດ​ວານ​ນີ້ ຜູ້​ພິພາກສາ​ອອກ​ກິນ​ເບ້ຍ​ບໍານານຂອງ​ອອສ​
ເຕຣ​ເລຍ​ ທ່ານ Michael Kirby ກ່າວ​ວ່າ ທ່ານ​ຫວັງ​ວ່າ ຄະນະ
​ກໍາມະການທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເພື່ອ​ດຳ​ເນີນ ການ​ສືບສວນ
ຂອງສະຫະ​ປະຊາ​ຊາດ ຈະ​ສາມາດ​ຢ້ຽມຢາມ​ຈີນ ພາຍ​ໃນ​ໄລຍະ
​ສອງ​ເດືອນ​ຂ້າງໜ້າ​ນີ້.

ຄະນະດັ່ງ​ກ່າວ​ ຕ້ອງ​ໄດ້ເສັດ​ສີ້​ນກນຂ​ຂຽນລາຍ​ງານ ກ່ຽວກັບ​ປະຫວັດການ​ເຄົາລົບ​ນັບຖື
ສິດທິ​ມະນຸດ ​ໃນເກົາຫລີ​ເໜືອ ​ໂດຍ​ຈະເລີ້ມ​ຕົ້ນ​ໃນ​ເດືອນກຸມພາຈະ​ມາ ​ເພື່ອ​ວ່າ​ຈະ​ນໍາ​
ສະ​ເໜີ​ຕໍ່ສະພາສິດທິ​ມະນຸດສະຫະ​ປະຊາ​ຊາດ ທີ່​ມີ​ຫ້ອງ​ການ​ຢູ່ນະ ຄອນ​ເຈ​ນີວາໃນ
​ເດືອນ​ມີນາ.

ປະທານ​ຄະນະ​ກໍາມະການ ທ່ານ Kirby ​ໄດ້ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ຢູ່​ນອກ​ການ​ໃຫ້ການ
ກ່ຽວກັບ​ການ​ກ່າວ​ຫາ ​ໃນ​ການລະ​ເມີດ​ສິດທິ​ມະນຸດ​ຂອງ​ເກົາຫລີ​ເໜືອ.

​ເກົາຫລີ​ເໜືອ ​ໄດ້​ປະຕິ​ເສດວ່າ ຕົນ​ບໍ່​ໄດ້​ລ່ວງ​ລະ​ເມີດ​ສິດທິ​ມະນຸດ​ໃດໆ ​ແລະ​ກໍ​ບໍ່ ຍອມ​ໃຫ້​
ການ​ຮ່ວມ​ມື ​ແກ່​ຄະນະສືບສວນສະຫະ​ປະຊາ​ຊາດ ​ໂດຍ​ຮ້ອງ​ວ່າ ​ເປັນ​ການ​ກະທຳ​ທີ່​ມຸ່ງ​
ຮ້າຍ​ທາງການ​ເມືອງ.
XS
SM
MD
LG