ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະປະຊາຊາດວ່າ ຝ່າຍຕໍ່ຕ້ານໃຊ້ ອາວຸດເຄມີ ຢູ່ຊີເຣຍ (ສະໄລດ໌)


ທ່ານ​ນາງ Carla Del Ponte ສະມາຊິກຂອງ 7totກໍາມາທິການສືບສວນ​ສາກົນ ທີ່​ເປັນອິດ​ສະລະ ທີ່ທໍາການຊອກຫາຂໍ້ມູນ ກ່ຽວກັບຊິເຣຍ
ທ່ານ​ນາງ Carla Del Ponte ສະມາຊິກຂອງ 7totກໍາມາທິການສືບສວນ​ສາກົນ ທີ່​ເປັນອິດ​ສະລະ ທີ່ທໍາການຊອກຫາຂໍ້ມູນ ກ່ຽວກັບຊິເຣຍ
ສະມາຊິກຄົນ​ນຶ່ງ ​ໃນຄະນະ​ກໍາມະການຂອງ​ອົງການ​ສະຫະ
​ປະຊາຊາດ ທີ່​ທໍາ​ການສືບສວນ ກ່ຽວ​ກັບການ​ລ່ວງລະ​ເມີດ
ສິດທິ​ມະນຸດໃນຊິ​ເຣຍກ່າວ​ວ່າ ​ມີ​ການ​ສົງ​ໄສກັນ​ຢ່າງ​ແຮງວ່າ​
ຝ່າຍ​ທີ່​ຕໍ່ຕ້ານ​ປະທານາທິບໍດີຊີ​ເຣຍ ທ່ານ Bashar al-
Assad ນັ້ນ ​ໄດ້​ໃຊ້​ອາ​ວຸດ​ເຄມີ.

ທ່ານ​ນາງ Carla Del Ponte ​ໄດ້​ບອກໂທລະ​ພາບຊ່ອງ​ນຶ່ງ​ຂອງ
Swiss ​ໃນ​ແລງ​ວັນ​ອາທິດ​ວານນີ້ ວ່າ ອິງຕາມ​ຄໍາ​ບອກ​ກ່າວ​ຂອງ
​ພວກ​ໄດ້​ຮັບ​ເຄາະ ​ແລະ​ພວກ​ທ່ານໝໍ​ນັ້ນ ​ແມ່ນວ່າ ພວກນັກ​ລົບ
ຈາກ​ກຸ່ມ​ຝ່າຍ​ຕໍ່ຕ້ານ​ ໄດ້​ນໍາ​ໃຊ້ ແກ໊ສ “Sarin.”


ທ່ານ​ນາງ Del Ponte ​ກ່າວ​ວ່າ ພວກ​ເຈົ້າ​ໜ້າທີ່​ສືບ​ສວນ​ຍັງ​ບໍ່ໄດ້​ຫຼັກ​ຖານ​ທີ່​ຄັກ​ແນ່​ເທື່ອ
​ແລະ​ເຕືອນ​ວ່າ ການ​ສືບ​ສວນ​ສອບ​ສວນ​ຍັງໄກ​ຫລາຍ​ ຈາກ​ການ​ທີ່​ຈະ​ສະຫລູ​ບຜົນ​ໄດ້.
ທ່ານ​ນາງ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ ກ່ຽວ​ກັບວ່າ​ມີ​ການ​ໃຊ້ອາ​ວຸດ​ເຄມີນັ້ນ ຢູ່​ບ່ອນ​ໃດ ​ແລະ​
ວັນ​ເວລາ​ໃດ.

ທ່ານ​ນາງ Del Ponte ​ແມ່ນ​ເປັນສະມາຊິກຂອງກໍາມາ​ທິການສືບສວນ​ສາກົນ ທີ່​ເປັນ
ອິດ​ສະລະ ທີ່​ເກັບ​ກໍາ​ຂໍ້​ມູນ​ກ່ຽວ​ກັບຊິ​ເຣຍ ​ແລະ​ເປັນ​ອົງການ​ນຶ່ງ​ຕ່າງຫາກແຍກ​ຈາກ
ຄະນະ​ກໍາມະການ​ຊອກ​ຫາ​ຂໍ້ມູນຄວາມ​ຈິງ ທີ່ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ
​ປະຊາ​ຊາດ ທ່ານ Ban Ki-moon​ ​ໄດ້​ແຕ່ງ​ຕັ້ງ​ຂຶ້ນ​ມາ ຊຶ່ງ​ໃນ​ຕອນ​ນີ້ ກໍ​ຍັງ​ບໍ່​ໄດ້​ຮັບ​
ອະນຸຍາດໃຫ້​ເຂົ້າ​ໄປເຮັດ​ວຽກ​ ພິສູດ​ກ່ຽວ​ກັບການ​ໃຊ້​ອາ​ວຸດ​ເຄມີ ໃນ​ຊິ​ເຣຍ ນັ້ນເທື່ອ.

XS
SM
MD
LG