ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ເລີ້ມສືບສວນ ການໂຈມຕີ ຢູ່ ຄອງໂກ ທີ່ສັງຫານ ກຳລັງ ສປຊ 15 ຄົນ


ກຳລັງຮັກສາສັນຕິພາບ ສປຊ ຢູ່ຄອງໂກ ທີ່ເອີ້ນຫຍໍ້ວ່າ
MONUSCO ພວມລາດຕາເວນ ຢູ່ໃນລົດຫຸ້ມເກາະ.
(20 ທັນວາ 2016)​
ກຳລັງຮັກສາສັນຕິພາບ ສປຊ ຢູ່ຄອງໂກ ທີ່ເອີ້ນຫຍໍ້ວ່າ MONUSCO ພວມລາດຕາເວນ ຢູ່ໃນລົດຫຸ້ມເກາະ. (20 ທັນວາ 2016)​

ອົງການສະຫະປະຊາຊາດກ່າວວ່າ ຕົນຈະເລີ້ມການສືບສວນພິເສດກ່ຽວກັບການໂຈມ
ຕີ ຢູ່ສາທາລະນະລັດປະຊາທິປະໄຕຄອງໂກ ທີ່ເຮັດໃຫ້ກຳລັງຮັກສາສັນຕິພາບສະຫະ ປະຊາຊາດ 15 ຄົນ ເສຍຊີວິດ ໃນເດືອນແລ້ວນີ້.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານແອນໂຕນີໂອ ກິວເຕີເຣສກ່າວ ຢູ່ໃນຖະແຫລງການສະບັບນຶ່ງ ໃນວັນສຸກວານນີ້ວ່າ ທ່ານໄດ້ແຕ່ງຕັ້ງ ໃຫ້ທ່ານດີມີຕຣີ
ຕີຕອຟ ຈາກຣັດເຊຍ ອະດີດຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ເປັນ
ຜູຸ້ກຳກັບນຳການສືບສວນດັ່ງກ່າວ.

ການໂຈມຕີ ທີ່ແຂວງກີວູເໜືອ ຂອງຄອງໂກ ເມື່ອວັນທີ 7 ທັນວາຜ່ານມາ ໄດ້ເຮັດໃຫ້ ກຳລັງຮັກສາສັນຕິພາບ ຊາວແທນຊາເນຍ 14 ຄົນ ແລະທະຫານຄອງໂກອີກ 5 ຄົນ
ເສຍຊີວິດ. ອົງການສະຫະປະຊາຊາດກ່າວວ່າ ນອກນັ້ນຍັງມີກຳລັງຮັກສາສັນຕິພາບ
43 ຄົນໄດ້ຮັບບາດເຈັບ ແລະອີກຄົນນຶ່ງຍັງຫາຍສາບສູນ.

ອົງການສະຫະປະຊາຊາດ ກ່າວໃນວັນສຸກວານນີ້ວ່າ ການສືບສວນດັ່ງກ່າວ ຈະສຳ ຫລວດກວດກາ ເບິ່ງສະພາບການໂຕຈິງ ຫ້ອມລ້ອມການໂຈມຕີ ຊັ່ງຊາຕີລາຄາເບິ່ງ ຄວາມພ້ອມຂອງກຳລັງຮັກສາສັນຕິພາບຢູ່ໃນຄອງໂກແລະໃຫ້ຄຳແນະນຳເພື່ອປ້ອງ ກັນບໍ່ໃຫ້ເກີດການໂຈມຕີໃນທຳນອງນີ້ອີກ.

ອົງການສະຫະປະຊາຊາດກ່າວວ່າ ຄະນະສືບສວນຊຶ່ງນອກຈາກເຈົ້າໜ້າທີ່ສະຫະປະ
ຊາຊາດແລ້ວ ແມ່ນຍັງຈະປອບດ້ວຍ ນາຍທະຫານ 2 ຄົນ ຈາກແທນຊາເນຍ ຈະເດີນ
ທາງໄປຄອງໂກ ໃນຕົ້ນເດືອນມັງກອນນີ້ ແລະຍັງຈະໄປຢ້ຽມຢາມ ປະເທດຕ່າງໆ ໃນ
ເຂດທະເລສາບໃຫຍ່ຫຼື Great Lakes.

ຫລັງຈາກການໂຈມຕີໃນເດືອນທັນວາແລ້ວ ເຈົ້າໜ້າທີ່ສະຫະປະຊາຊາດກ່າວຕໍ່ວີໂອ
ເອວ່າ ພວກກະບົດອູການດາ ທີ່ຮູ້ກັນໃນຊື່ ກຳລັງພັນທະມິດ ເພື່ອປະຊາທິປະໄຕ ຫຼື
ADF ແມ່ນສົງໄສວ່າ ເປັນຜູ້ຢູ່ເບື້ອງຫລັງການກໍ່ຄວາມຮຸນແຮງໃນຄັ້ງນີ້. ກຸ່ມດັ່ງກ່າວ
ແມ່ນເປັນພວກກະບົດອິສລາມ ທີ່ມີການເຄື່ອນໄຫວຢູ່ໃນແຂວງກີວູເໜືອ.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່າວວ່າ ການໂຈມຕີດັ່ງກ່າວນີ້ ແມ່ນ
ການໂຈມຕີ ຕໍ່ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ທີ່ຮ້າຍແຮງທີ່ສຸດ ໃນຮອບ ຫລາຍໆປີຜ່ານມາ ແລະກ່າວຢູ່ໃນຖະແຫລງການ ເມື່ອເດືອນແລ້ວນີ້ວ່າ ເຫດຮ້າຍນີ້ ແມ່ນເປັນການເຕືອນໃຫ້ເຫັນເຖິງການເສຍສະຫຼະພິເສດ ໂດຍພວກຜູ້ຊາຍແລະແມ່
ຍິງທີ່ກ້າຫານເຫຼົ່ານີ້ ໃນແຕ່ລະມື້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG