ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ກວດກາຂອງສະຫະປະຊາຊາດ ພ້ອມແລ້ວ ທີ່ຈະເລີ້ມເຮັດວຽກ ຢູ່ທີ່ໂຮງໄຟຟ້ານິວເຄລຍ ຂອງຢູເຄຣນ


ພາມມຸມມອງ ທີ່ສະແດງໃຫ້ເຫັນດ້ານນອກ ໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ ໃນທ່າມກາງ ບັນຫາຂັດແຍ້ງ ລະຫວ່າງ ຢູເຄຣນ ແລະຣັດເຊຍ ເຊິ່ງຣັດເຊຍ ໄດ້ເຂົ້າຄວຍຄຸມ ເມືອງອີເນີໂຮດາຣ ໃນເຂດຊາໂປຣີສເຊຍ ຂອງຢູເຄຣນ, ວັນທີ 30 ສິງຫາ 2022.
ພາມມຸມມອງ ທີ່ສະແດງໃຫ້ເຫັນດ້ານນອກ ໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ ໃນທ່າມກາງ ບັນຫາຂັດແຍ້ງ ລະຫວ່າງ ຢູເຄຣນ ແລະຣັດເຊຍ ເຊິ່ງຣັດເຊຍ ໄດ້ເຂົ້າຄວຍຄຸມ ເມືອງອີເນີໂຮດາຣ ໃນເຂດຊາໂປຣີສເຊຍ ຂອງຢູເຄຣນ, ວັນທີ 30 ສິງຫາ 2022.

ບັນດາຜູ້ກວດກາດ້ານນິວເຄລຍຂອງສະຫະປະຊາຊາດ ຄາດວ່າ ຈະເລີ້ມເຮັດວຽກໃນວັນພະຫັດມື້ນີ້ ຢູ່ທີ່ໂຮງໄຟຟ້ານິວເຄລຍຊາໂປຣີສເຊຍ ໃນການປະເມີນຄວາມປອດໄພ ແລະເລື້ອງຕ່າງໆກ່ຽວກັບຄວາມໝັ້ນຄົງ ທ່າມກາງຄວາມເປັນຫ່ວງຂອງນາໆຊາດ ທີ່ວ່າການສູ້ລົບກັນຢູ່່ໃນບໍລິເວນດັ່ງ​ກ່າວ ອາດເປັນໄພອັນ ຕະລາຍຕໍ່ສະຖານທີ່ແຫ່ງນີ້.

ທ່ານຣາຟາແອລ ກຣອສຊີ ຜູ້ອຳນວຍການໃຫຍ່ຂອງອົງການພະລັງປະລະມະນູສາກົນ ຫຼື IAEA ໄດ້ກ່າວໃນວັນພຸດວານນີ້ ວ່າ “ມັນເປັນພາລະກິດທີ່ຫາທາງເພື່ອປ້ອງກັນບໍ່ໃຫ້ເກີດອຸບັດເຫດດ້ານນິວເຄລຍ.”

ທ່ານກຣອສຊີ ໄດກ່າວວ່າ ທ່ານຄາດວ່າ ວຽກງານຂັ້ນຕົ້ນຂອງທີມງານທ່ານ ຢູ່ທີ່ໂຮງໄຟຟ້າດັ່ງກ່າວ ຈະໃຊ້ເວລາສອງສາມວັນ ໃນຂະນະດຽວກັນ ກໍຫວັງວ່າ ຈະຈັດຕັ້ງ “ການມີໜ້າຕໍ່ໄປ ຫຼື ຢ່າງຖາວອນ.”

ທ່ານກຣອສຊີ ເວົ້າວ່າ “ພວກເຮົາຈະເຮັດຫຼາຍຢ່າງ. ພວກເຮົາມີວຽກງານຫຼັກທາງດ້ານເທັກນິກ ທີ່ຈະຕ້ອງເຮັດເພື່ອທີ່ຈະປະເມີນສະຖານະການຢ່າງຮອບ ດ້ານໄດ້ ກ່ຽວກັບການກວດກາຕຶກອາຄານຕົວຈິງຂອງສະຖານທີ່ແຫ່ງນີ້, ແລະລະບົບການທຳງານຂອງຄວາມປອດໄພ. ພວກເຮົາຍັງຕ້ອງໄດ້ໂອ້ລົມກັບພວກພະນັກງານປະຈຳ ນຳດ້ວຍ.”

ຢູເຄຣນ ແລະຣັດເຊຍ ໄດ້ກ່າວຫາຊຶ່ງກັນແລະກັນຊ້ຳແລ້ວຊ້ຳອີກ ໃນການຍິງປືນໃຫຍ່ໂຈມຕີໃສ່ບໍລິເວນໃກ້ກັບໂຮງໄຟ້ຟ້ານັ້ນ ຊຶ່ງເປັນໂຮງໄຟຟ້ານິວເຄລຍທີ່ໃຫຍ່ທີ່ສຸດໃນຢູໂຣບ ແລະເປັນແຫລ່ງຂອງພະລັງງານທີ່ສຳຄັນສຳລັບຢູເຄຣນ. ໂດຍໂຮງໄຟ​ຟ້ານິວເຄລຍນີ້ ແມ່ນຢູ່ໃນເຂດຂອງສົງຄາມ ເຊິ່ງບັນດາຜູ້ນຳຂອງໂລກ ໄດ້ສະແດງຄວາມຢ້ານກົວວ່າ ມັນອາດໄດ້ຮັບຄວາມເສຍຫາຍ ແລະສົ່ງຜົນເຮັດໃຫ້ເກີດໄພພິບັດທາງດ້ານກຳມັນຕະລັງສີ ຄ້າຍຄືກັບທີ່ເກີດຂຶ້ນຢູ່ໂຮງໄຟ​ຟ້າ ເຊີຣໂນໂບລ ຂອງຢູເຄຣນ ໃນປີ 1986.

ຫົວໜ້າຝ່າຍນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານໂຈເຊັບ ໂບແຣລ ໃນວັນພຸດວານນີ້ ໄດ້ກ່າວຢ້ຳເຖິງການຮຽກຮ້ອງຂອງທ່ານ ຕໍ່ຣັດເຊຍ ໃຫ້ກຳນົດບໍລິເວນອ້ອມຮອບໂຮງໄຟຟ້າດັ່ງກ່າວ ເປັນເຂດປອດທະຫານຢ່າງເຕັມສ່ວນ.

“ພວກເຂົາເຈົ້າກຳລັງຫຼິ້ນເກມຢູ່. ພວກເຂົາເຈົ້າກຳລັງເດີມພັນກັບຄວາມໝັ້ນຄົງດ້ານນິວເຄລຍ” ທ່ານໂບແຣລ ໄດ້ກ່າວ ແລະກ່າວຕໍ່ໄປວ່າ “ພວກເຮົາບໍ່ສາ ມາດຫຼິ້ນເກມສົງຄາມຢູ່ໃນສະຖານທີ່ຂອງປະເທດເພື່ອນບ້ານໃກ້ຄຽງ ຄືແນວນີ້.”

ໂຄສົກທຳນຽບຫ້າແຈ ພົນຈັດຕະວາ ແພັດ ຣາຍເດີ ໄດ້ຍິນດີນຳການມີໜ້າຂອງທີມງານອົງການ IAEA ແລະໄດ້ຮຽກຮ້ອງຕໍ່ຣັດເຊຍ ຈົ່ງອະນຸຍາດໃຫ້ພວກເຂົາເຈົ້າ ປະຕິບັດວຽກງານຂອງເຂົາ ຢູ່ທີ່ໂຮງ​ໄຟ​ຟ້າຊາໂປຣີສເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG