ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban
Ki-moon ກ່າວວ່າ ທີມງານກວດ ກາຂອງສະຫະປະຊາ
ຊາດ ທີ່ທໍາການກວດກາກ່ຽວກັບການນໍາໃຊ້ອາວຸດເຄມີ
ໂຈມຕີ ຢູ່ໃນຊີເຣຍນັ້ນ ຈະອອກຈາກຊີເຣຍໄປ ໃນວັນເສົາ
ຈະມາເຖິງນີ້.
ທ່ານໄດ້ກ່າວເຊັ່ນນັ້ນໃນວັນພະຫັດມື້ນີ້ ໃນຂະນະທີ່ທີມ
ງານກວດກາຂອງສະຫະປະຊາຊາດ ອອກໄປປະກອບ
ພາລະກິດເກັບກໍາຂໍ້ມູນເປັນມື້ທີ 3 ຢູ່ບ່ອນຖືກໂຈມຕີ
ແຫ່ງນຶ່ງ ໃນເຂດຊານເມືອງຫລວງດາມັສກັສ.
ທ່ານ Ban ກ່າວວ່າ ທີມກວດກາຂອງສະຫະປະຊາຊາດຈະລາຍງານໃຫ້ທ່ານຊາບຜົນ
ການຄົ້ນພົບຂອງເຂົາເຈົ້າຈາກການດໍາເນີນພາລະກິດເປັນເວລາ 2 ອາທິດ ທີ່ໃນເບື້ອງ
ຕົ້ນມີເປົ້າໝາຍ ເພື່ອພິສູດຂໍ້ກ່າວຫາຄັ້ງກ່ອນໆກ່ຽວກັບການນໍາໃຊ້ອາວຸດເຄມີໃນຊີເຣຍ
ນັ້ນ. ທ່ານຂໍຮ້ອງໃຫ້ທາງປະຊາຄົມນາໆຊາດປ່ອຍໃຫ້ທີມກວດກາດັ່ງກ່າວນີ້ ສໍາເລັດ
ການສືບສວນຂອງພວກເຂົາເຈົ້າ ແລະນໍາສະເໜີຫຼັກຖານເສຍກ່ອນ ກ່ອນທີ່ຈະຕັດສິນ
ໃຈ ທໍາການໂຕ້ຕອບໃດໆນັ້ນ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ທ່ານນຍັງບໍ່ທັນໄດ້ຕັດສິນໃຈ
ກ່ຽວກັບການເອົາບາດກ່າວໃດໆເທື່ອ ແຕ່ວ່າໃນເມື່ອລັດຖະບານຂອງທ່ານມີຄວາມ
ເຊື່ອໝັ້ນແລ້ວວ່າ ລັດຖະບານຊີເຣຍເປັນຜູ້ຜິດນັ້ນ, ທ່ານຈຶ່ງສັນຍາວ່າ ຜູ້ໃດກໍຕາມທີ່
ກະທໍາຜິດກົດລະບຽບສາກົນ ແມ່ນຈະຕ້ອງຖືກນໍາມາ ຮັບຜິດຊອບ ແລະຮັບໂທດທັນ.
ທ່ານ Obama ໄດ້ບອກກັບ ໂທລະພາບ PBS ໃນລາຍການ “NewsHour” ໃນວັນ
ພຸດວານນີ້ວ່າ ການໂຈມຕີທາງອາການໃດໆນັ້ນແມ່ນຈະມີຂອບເຂດຈໍາກັດ ເພື່ອສົ່ງ
ສັນຍານໄປໃຫ້ປະທາ ນາທິບໍດີ Bashar al-Assad ວ່າ ຈະບໍ່ມີການອົດທົນອົດກັ້ນ
ຕໍ່ໄປອີກແລ້ວ ຖ້າຫາກວ່າມີການນໍາໃຊ້ອາວຸດເຄມີອີກໃນອະນາຄົດ. ທ່ານຍັງໄດ້ກ່າວ
ອີກວ່າ ທ່ານບໍ່ໄດ້ສົນໃຈຕໍ່ການປ່ອຍໃຫ້ ການຂັດແຍ້ງກັນໃນຊີເຣຍນັ້ນ ດໍາເນີນຕໍ່ໄປ
ຢ່າງບໍ່ມີມື້ສິ້ນສຸດ.
ຊີເຣຍໄດ້ປະຕິເສດວ່າ ຕົນບໍ່ໄດ້ໃຊ້ອາວຸດເຄມີໃນການໂຈມຕີ.