ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ກວດກາຂອງ ສປຊ ຢູ່ຊີເຣຍ ຖືກເລື່ອນ ໄປເປັນ ວັນພຸດມື້ອື່ນ (ວີດີໂອ/ສະໄລດ໌)


ຄະນະ​ກວດກາຂອງສປຊ ກໍາລັງເກັບກໍາຂໍ້ມູນຕ່າງໆ
ກ່ຽວກັບການນໍາໃຊ້ອາວຸດເຄມີ
ຄະນະ​ກວດກາຂອງສປຊ ກໍາລັງເກັບກໍາຂໍ້ມູນຕ່າງໆ ກ່ຽວກັບການນໍາໃຊ້ອາວຸດເຄມີ
ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຂອງ​ຊີ​ເຣຍ ກ່າວ​ວ່າ ຄະນະ
ກວດກາຂອງສະຫະປະຊາຊາດ​ຈະ​ບໍ່​ກັບ​ຄື​ນ​ໄປ​ຍັງສະຖານ
​ທີ່ທີ່ກ່າວ​ຫາ​ກັນ​ວ່າ​ ໄດ້ມີການນໍາໃຊ້ອາວຸດເຄມີໂຈມຕີ
ປະຊາຊົນນັ້ນ ໃນວັນ​ອັງ​ຄານມື້​ນີ້​ ​ຍ້ອນ​ວ່າມີ​ການ​ຖົກ​ຖຽງ
​ກັນ​ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ພວກ​ເຂົາ​ເຈົ້າ
ກັບຝ່າຍ​ຕໍ່ຕ້ານ.

ລັດຖະມົນຕີ​ການ​ຕ່າງ​ປະ​ເທດ Walid al-Moallem
​ໄດ້​ກ່າວ​ຕໍ່​ກອງ​ປະຊຸມຖະ​ແຫລ​ງຂ່າວ ການ​ລົງ​ພື້ນ​ທີ່​
ເພື່ອ​ໄປສໍາ​ຫລວດ​ເບິ່ງ ​ໃນມື້​ທີ່​ສອງຂອງ​ຄະນະ​ກວດກາ
​ໄດ້​ເລື່ອນ​ອອກ​ໄປໃສ່ ​ວັນ​ພຸດ​ມື້​ອື່ນ​ນີ້​.



​ທີ​ມງານ​ດັ່ງກ່າວ​ຂອງອົງການສະຫະປະຊາຊາດ​ໄດ້​ເລີ່​ມທໍາ​ການ​ກວດກາ​ໃນ​ວັນ​ຈັນ
​ວານ​ນີ້ ​ຢູ່​ໃນ​ເຂດ​ຊານ​ເມືອງ​ແຫ່ງ​ນຶ່ງ​ຂອງ​ກຸງດາມັ​ສກັສ ຊຶ່ງ​ຮວມທັງ​ການ​ເກັບ​ກໍາ​ເອົາ
​ເລືອດ​ຈາກ​ພວກ​ທີ່​ໄດ້​ຮັບ​ເຄາະ​ຈາ​ກການ​ໂຈມ​ຕີໃນ​ອາທິດ​ແລ້ວ​ນີ້ ທີ່ພວກ​ນັກ​ເຄື່ອນ
​ໄຫວ​ແລະຝ່າຍ​ຕໍ່ຕ້ານ ​ໄດ້​ຖິ້ມ​ໂທດ​ໃສ່ກອງ​ກໍາລັງ​ຊີ​ເຣຍ. ລັດຖະບານປະຕິເສດວ່າ
ຕົນ​ບໍ່​ໄດ້ໃຊ້ອາວຸດ ເຄມີ.

ທ່ານ Moallem ຍັງ​ເຕືອນ​ຕໍ່​ການ​ແຊກ​ແຊງ​ທາງ​ທະຫານ ຈາກ​ພາຍ​ນອກ ​ໂດຍ​ກ່າວ
​ວ່າ​ ການ​ໂຈມຕີ​ທາງ​ອາກາດ​ຂອງ​ສະຫະລັດ ທີ່ອາດ​ຈະ​ມີ​ຂຶ້ນ​ນັ້ນ ​ແມ່ນ​ຈະ​ເປັນ​ການ
ຮັບ​ໃຊ້ຜົນ​ປະ​ໂຫຍ​ດ ຂອງ​ທາງ​ອີສຣາ​ແອລ​ແລະກຸ່ມ al-Qaida. ທ່ານ​ກ່າວ​ວ່າ
ຊີ​ເຣຍ​ຈະ​ປົກ​ປ້ອງ​ ​ຕົນເອງ​ຢ່າງ​ສຸດ​ຄວາມ​ສາມາດ ຕ້ານການໂຈມ​ຕີ​ທາງ​ທະຫານ
​ໃດໆ​ກໍ​ຕາມ​.

​ເຈົ້າ​ໜ້າທີ່​ຈາກ​ສະຫະລັດ ອັງກິດ ຝຣັ່ງ ​ແລະເທີ​ກີ ກ່າວ​ວ່າ ພວກຕົນຍັງ​ຊັ່ງ​ຊາ
ຕີ​ລາຄາ​ເບິ່ງ​ຢູ່​ວ່າ ຄວນຈະຕອບ​ໂຕ້​ຢ່າງ​ໃດ ຕໍ່ການກ່າວ​ຫາ​ກ່ຽວ​ກັບ​ການນໍາໃຊ້
ອາວຸດເຄມີ​ໂດຍ ທາງ​ລັດຖະບານ​ຊີ​ເຣຍນັ້ນ.

UN Chemical Weapons Team Visits Damascus Suburb
please wait

No media source currently available

0:00 0:02:56 0:00
ລິງໂດຍກົງ
XS
SM
MD
LG