ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສ​ປ​ຊ ເຕືອນ​ກຸ່ມ ຕາ​ລີ​ບານ ກ່ຽວ​ກັບ ການ​ຫ້າມ​ພະ​ນັກ​ງານຍິງ ອາດ​ບັງ​ຄັບ​ໃຫ້​ປິດ​ການ​ປະ​ຕິບັດງານ​ ໃນ​ ອັ​ຟ​ກາ​ນິ​ສ​ຖານ


ພະ​ນັກ​ງານ​ອົງ​ການ UNHCR ຂົນ​ສິ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ຢູ່​ສູນ​ແຈກ​ຢາຍ ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ 28 ຕຸ​ລາ 2021.
ພະ​ນັກ​ງານ​ອົງ​ການ UNHCR ຂົນ​ສິ່ງ​ຂອງ​ການ​ຊ່ວຍ​ເຫຼືອ​ຢູ່​ສູນ​ແຈກ​ຢາຍ ໃນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ 28 ຕຸ​ລາ 2021.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ​ວ່າ ການ​ຫ້າມ​ “ທີ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ” ຂອງ​ກຸ່ມ​ຕາ​ລີ​ບານ ຕໍ່​ພະ​ນັກ​ງານ​ຍິງ​ໃນ ອັ​ຟ​ກາ​ນິ​ສ​ຖານ ອາດ​ຜັກ​ດັນ​ໃຫ້​ອົງ​ການ​ໂລກນັ້ນ ​ຢຸດ​ການ​ປະ​ຕິ​ບັດ​ການ​ໃນ​ປະ​ເທ​ດ​ດັ່ງ​ກ່າວ.

ອົງ​ການ​ພະ​ລະ​ກິດ​ການ​ຊ່ວຍ​ເຫຼືອ ສະ​ຫະ​ປະ​ຊາ​ຊາດ ໃນ​ອັ​ຟ​ກາ​ນິ​ສ​ຖານ ຫຼື UNAMA ໄດ້​ອອກ​ຄຳ​ເຕືອນ​ໃນ​ວັນ​ອັງ​ຄານ​ວານນີ້, ຫຼາຍ​ວັນຫຼັງ​ຈາກພວກ​ເຈົ້າ​ໜ້າ​ທີ່​ພື້ນ​ຖານ​ສາ​ສະ​ໜາ ໄດ້​ຫ້າມ​ບັນ​ດາ​ພະ​ນັກ​ງານ​ຍິງ ອັ​ຟ​ກາ​ນິ​ສ​ຖານ ບໍ່​ໃຫ້​ເຮັດ​ວຽກ​ສຳ​ລັບ​ອົງ​ການ​ດັ່ງ​ກ່າວ​ໃນ​ປະ​ເທດ​ທີ່​ທຸກ​ຍາກ​ຍ້ອນ​ສົງ​ຄາມຫຼາຍ​ປີ ແລະ ໄພ​ແຫ້​ງ​ແລ້ງ​ທີ່​ແກ່​ຍາວ.

ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ກ່າວ​ຢ້ຳ​ການ​ປະ​ນາມ ກ່ຽວ​ກັບ ການ​ຫ້າມທີ່ “ຊັດ​ເຈນ” ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໂດຍ​ກ່າວ​ວ່າອົງ​ການ​ໂລກ​ນັ້ນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ມັນ ໃນ​ຂະ​ນະ​ທີ່ມັນຂັດ​ກັບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ.

ອົງ​ການ UNAMA ໄດ້​ຢ້ຳ​ວ່າ “ຜ່ານ​ການ​ຫ້າມນີ້ ອຳ​ນາດ​ການ​ປົກ​ຄອງ​ທີ່​ແທ້​ຈິງ ຕາ​ລີ​ບານ ພະ​ຍາ​ຍາມ​ທີ່​ຈະ​ບັງ​ຄັບ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຕ້ອງ​ທຳ​ການ​ເລືອກ​ທີ່​ໜ້າ​ຕົກ​ໃຈ​ລະ​ຫວ່າງ​ການ​ຢູ່ ແລະ ນຳ​ສົ່ງ​ການ​ຊ່ວຍ​ເຫຼືອ​ໃຫ້​ປະ​ຊາ​ຊົນ ອັ​ຟ​ກາ​ນິ​ສ​ຖານ, ແລະ ຢືນ​ຄຽງ​ຂ້າງ​ມາດ​ຕະ​ຖານ ແລະ ກົດ​ເກນ ທີ່​ພວກ​ເຮົາ​ຖືກ​ຮຽກ​ຮ້ອງ​ໃຫ້​ສະ​ໜັບ​ສະ​ໜູນ.”

ຫົວ​ໜ້າ​ພາ​ລະ​ກິດ ທ່ານ ໂຣ​ຊາ ໂອ​ທັນ​ບາ​ເຢ​ວາ, ໄດ້​ເລີ່ມ​ຕົ້ນ​ການ​ທົບ​ທວນ ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ຂອງ UNAMA ໃນ​ປະ​ເທດ​ດັ່ງ​ກ່າວ ທີ່​ອາດ​ສືບ​ຕໍ່ໄປ​ຈົນ​ຮອດ​ວັນ​ທີ 5 ພຶດ​ສະ​ພາ, ອີງ​ຕາມ​ການ​ກ່າວ​ຂອງ​ຖະ​ແຫຼງ​ການ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG