ອົງການສະຫະປະຊາຊາດຮຽກຮ້ອງໃຫ້ປະຊາຄົມນາໆຊາດ ຈົ່ງປະເລື້ອງຄວາມແຕກຕ່າງ
ທາງດ້ານການເມືອງນັ້ນ ໄວ້ຕ່າງຫາກ ແລະຫັນໄປໃຫ້ການຊ່ວຍເຫຼືອແກ່ກອງທຶນ ສຳຫຼັບ
ແກ້ໄຂໃນອັນທີ່ເອີ້ນວ່າຄວາມຕ້ອງການທາງດ້ານມະນຸດສະ ທຳທີ່ຮ້າຍແຮງສຸດຂອງຊາວ
ເກົາຫລີເໜືອ.
ອົງການສະຫະປະຊາຊາດກ່າວໃນວັນອັງຄານນີ້ວ່າ ຄວາມພະຍາຍາມໃນການຊ່ວຍເຫລືອ
ເກົາຫລີເໜືອ ແມ່ນຍັງບໍ່ໄດ້ຮັບເງິນພຽງພໍຢ່າງຫຼວງຫຼາຍ ເຖິງແມ່ນ ວ່າໃນຂະນະທີ່ພວມມີ
ການເປີດເຜີຍນີ້ ກອງທືນດັ່ງກ່າວ ກໍຍັງຕ້ອງການໆຊ່ວຍເຫລືອເພີ້ມເຕີມ ຈໍານວນ 198
ລ້ານໂດລາ ເພື່ອເປັນການຮັບມື ກັບບັນຫາຮີບ ດ່ວນຕ່າງໆດ້ານມະນຸດສະທໍາໃນປະເທດ
ຄອມມີວນິສເກົາຫຼີເໜືອທີ່ທຸກຍາກໃນປີ 2012 ນີ້.
ປະຊາຄົມນາໆຊາດທີ່ໃຫ້ການຊ່ວຍເຫລືອ ໄດ້ບໍລິຈາກ ຫຼາຍກວ່ານຶ່ງສ່ວນສາມຂອງຈໍາ
ນວນ 218 ລ້ານໂດລາ ທີ່ອົງການສະຫະປະຊາຊາດ ໄດ້ຂໍຮ້ອງການຊ່ອຍເຫຼືອສຳຫຼັບ
ເກົາຫລີເໜືອໃນປີ 2011. ຍ້ອນການຂາດເຂີນເງິນຊ່ວຍເຫຼືອ ອົງການສະຫະປະຊາຊາດ
ກ່າວວ່າ ຕົນຈຶ່ງບໍ່ສາມາດຮັບມືໄດ້ຢ່າງມີປະສິດທິຜົນ ຕໍ່ຄວາມຕ້ອງການດ້ານມະນຸດສະ
ທໍາ ຢູ່ທີ່ນັ້ນ.
ອົງການສະຫະປະຊາຊາດ ໄດ້ກ່າວຢູ່ໃນລາຍງານກ່ຽວກັບສະພາບການດ້ານມະນຸດສະ
ທໍາ ຢູ່ໃນເກົາຫລີເໜືອ ໂດຍເວົ້າວ່າ 16 ລ້ານຄົນຍັງສືບຕໍ່ປະເຊີນກັບສະພາບການຂາດ
ແຄນອາຫານແບບຊໍາເຮື້ອ ສະພາວະການຂາດແຄນໂພຊະນາການໃນອັດຕາສູງ ແລະ
ບັນຫາທີ່ຝັງເລິກທາງດ້ານເສດຖະກິດ.
ລາຍງານກ່າວອີກວ່າ ພວກເດັກນ້ອຍທີ່ຂາດແຄນອາຫານ ແມ່ນມີຄວາມສ່ຽງເປັນພິເສດ ຄືພວກເດັກນ້ອຍເກືອບນຶ່ງສ່ວນສາມ ທີ່ຕໍ່າກວ່າອາຍຸ 5 ປີໄດ້ສະແດງໃຫ້ເຫັນຮ່ອງຮອຍ
ໃນການບໍ່ເຕີບໂຕ ແລະອີກຫລາຍຮ້ອຍຄົນພາກັນເສຍ ຊີວິດຈາກສະພາບທີ່ປ້ອງກັນໄດ້
ເຊັ່ນວ່າ ພະຍາດຖອກທ້ອງເປັນຕົ້ນ.
ຮູບກຣ໊າຟຟິກສະແດງເຖິງການລຸດນ້ອຍລົງເລື້ອຍໆ ໃນການຊ່ວຍເຫລືອດ້ານອາຫານ
ແກ່ເກົາຫລີເໜືອ: