ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫົວ​ໜ້າ​ມະ​ນຸດ​ສະ​ທຳ ສ​ປ​ຊ: ຊູ​ດານ​ປາ​ກົດ​ວ່າ ພວມ​ກ້າວ​ເຂົ້າ​ສູ່​ສົງ​ຄາມ​ກາງ​ເມືອງ


ແຟ້ມ - ຜູ້​ຄົນ​ຫຸ້ມ​ເບິ່ງ​ແປວ​ຄວັນ​ທີ່​ກຸ້ມ​ຂຶ້ນ ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງກອງ​ທັບ​ຊູ​ດານ ແລະ​ກຳ​ລັງ RSF ທີ່​ເມືອງ​ໂອມ​ເດີ​ແມນ ປະ​ເທດ​ຊູ​ດານ ວັນ​ທີ 4 ກໍ​ລະ​ກົດ 2023.
ແຟ້ມ - ຜູ້​ຄົນ​ຫຸ້ມ​ເບິ່ງ​ແປວ​ຄວັນ​ທີ່​ກຸ້ມ​ຂຶ້ນ ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງກອງ​ທັບ​ຊູ​ດານ ແລະ​ກຳ​ລັງ RSF ທີ່​ເມືອງ​ໂອມ​ເດີ​ແມນ ປະ​ເທດ​ຊູ​ດານ ວັນ​ທີ 4 ກໍ​ລະ​ກົດ 2023.

ຫົວ​ໜ້າ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າ ຊູ​ດານ​ປາ​ກົດ​ວ່າ ​ພວມ​ກ້າວ​ເຂົ້າ​ສູ່​ສົງ​ຄາມ​ກາງ​ເມືອງ "ຊະ​ນິດ​ທີ່​ໂຫດ​ຮ້າຍ​ທີ່​ສຸດ"​ ແລະ​ໂລກ​ຂອງ​ເຮົາ​ຈຳ​ເປັນ​ຕ້ອງ​ມີ​ເວ​ທີ​ອະ​ພິ​ປາຍ​ໃໝ່​ເພື່ອ​ເຈ​ລະ​ຈາ​ຊອກ​ຫາ​ຊ່ອງ​ທາງ​ໃຫ້​ມີ​ການ​ຢຸດ​ຍິງ ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ມາ​ຕິນ ກິ​ຟ​ຟິດ​ສ໌ ກ່າວ​ໃນ​ວັນ​ຈັນ​ວານນີ້ ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ຂອງ​ຂົງ​ເຂດ​ພົບ​ປະ​ກັນ ​ທີ່​ປະ​ເທດເອ​ທິ​ໂອ​ເປຍຊຶ່ງ​ເປັນເພື່ອນ​ບ້ານ ຫຼັງ​ຈາກ​ການ​ເຈ​ລະ​ຈາ​ຢູ່​ຊາ​ອຸ​ດີ​ ອາ​ຣາ​ເບຍ ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ໄດ້​ແຕກ​ຫັກ​ລົງ.

ເວ​ລານີ້ ອີ​ຈິບ​ກ່າວ​ວ່າ ຕົນ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ຊູ​ດານ ໃນ​ວັນ​ພະ​ຫັດ​ຈະ​ມາ​ນີ້ ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ສຳ​ລັບ​ສ້າງ​ສັນ​ຕິ​ພາບ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ.

ບັນ​ຫາ​ຂັດ​ແຍ້ງ​ດັ່ງ​ກ່າວ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ໄປ​ແລ້ວ​ຫຼາຍກວ່າ 3,000 ຄົນ​ແລະ​ເກືອບ 3 ລ້ານ​ຄົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໜີ​ໄປ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG