ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເຕືອນເຖິງ ຄວາມພິນາດ ດ້ານມະນຸດສະທຳ ໃນແຂວງ ດາຣາ ຂອງຊີເຣຍ


ຄວັນໄຟພຸ້ງຂຶ້ນ ຢູ່ໃນເຂດຍຶດຄອງຂອງຝ່າຍຄ້ານ ໃນເຂດຊົນນະບົດຂອງແຂວງດາຣາ ໃນວັນທີ 27 ມິຖຸນາ 2018.
ຄວັນໄຟພຸ້ງຂຶ້ນ ຢູ່ໃນເຂດຍຶດຄອງຂອງຝ່າຍຄ້ານ ໃນເຂດຊົນນະບົດຂອງແຂວງດາຣາ ໃນວັນທີ 27 ມິຖຸນາ 2018.

ທ່ານ​ເຊ​ອິສ ຣາອາດ ອາລ-ຮູ​ຊ​ເຊ​ນ ​ກຳມາ​ທິການສູງດ້ານສິດທິ​ມະນຸດຂອງອົງການ
ສະຫະປະຊາຊາດ​ໄດ້​ເຕືອນ​ໃນ​ວັນ​ສຸກ​ວານ​ນີ້ວ່າ “ມີ​ຄວາ​ມພິນາດ​” ດ້ານ​ມະນຸດ​ສະ​ທຳ​
ຢູ່​ແຂວງ​ດາຣາທີ່ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງປະ​ເທດ​ຊີ​ເຣຍ ຖ້າ​ຫາກ​ວ່າການ​ສູ້​ລົບ
ກັນ​ຍັງສືບ​ຕໍ່​ເພີ້​ມທະວີຂຶ້ນ ລະຫວ່າງ​ກຳລັງທະຫານຂອງ​ຊີ​ເຣຍທີ່​ໜູນ​ຫຼັງ​ໂດຍຣັດ​ເຊຍ
​ແລະ​ພວກ​ກະບົດ​ທີ່ຕິດ​ອາວຸດ.

ອົງການສະຫະ​ປະຊາ​ຊາດ​ກ່າວ​ວ່າ ຫຼາຍ​ພັນ​ຄົນ​ພາກັນ​ຫລົບໜີ​ຈາກການ​ສູ້​ລົບກັນ​ແຕ່
ກໍ​ໄດ້​ເຕືອນວ່າ​ ພວກ​ພົນລະ​ເຮືອນທີ່​ຕົກຢູ່ໃນເຂດທີ່ມີການກໍ່​ຄວາ​ມຮຸນ​ແຮງນັ້ນອາດ
ຈະພາກັນ​ຕິດ​ຄ້າງ​ຢູ່​ໃນ​ເຂດທີ່ປົກຄອງໂດຍ​ລັດຖະບານ ​ເພາະວ່າ​ປະ​ເທດ​ຈໍ​ແດນ​ໄດ້​
ປິດ​ຊາຍ​ແດນ ຊຶ່ງໄດ້ຕັດເສັ້ນທາງ​ຫລົບໜີ​ທີ່​ສຳຄັນ​ຂອງ​ເຂົາ​ເຈົ້າ.

ທ່ານ​ນາງ​ລິ​ສ ​ໂທ​ຣສ​ແຊ​ລ ​ໂຄ​ສົກປະຈໍາ​ກຳມາ​ທິການດັ່ງກ່າວເວົ້າ​ຕໍ່​ວີ​ໂອ​ເອວ່າ ການ
ເພີ້ມທະວີຂອງສະພາບການ ເປັນເຫັດ​ເຮັດ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ​ໃຫຍ່ຫລວງ.

ທ່ານ​ນາງ​ກ່າວ​ວ່າ “ຄວາມ​ເປັນ​ຫ່ວງ​ທີ່​ແທ້ຈິງ​ນັ້ນ​ກໍ​ຄືວ່າ ພວກ​ເຮົາ​ຈະເຫັນ​ເຫກກາ​ນ
ແບບດຽວກັນກັບສິ່ງ​ທີ່​ພວກ​ເຮົາໄດ້​ເຫັນ​ມາຢູ່່ເມືອງ​ກູຕາ​ຕາ​ເວັນ​ອອກ​ທີ່ມີການ​ນອງ​
ເລືອດ, ຄວາມທຸກ​ທໍລະມານ, ພົນລະ​ເມືອງໂດຍພື້ນຖານແລ້ວ​ຖືກຂັງຢູ່​ພາຍ​ໃຕ້​ການ
ປິດລ້ອມ...​ພົນລະ​ເຮືອນ​ຖືກ​ຕິດ​ຄ້າງຢູ່​ລະຫວ່າງກາງການ ຕໍ່ສູ້ຂອງສອງ​ຝ່າຍ. ​ແລະ​
ນັ້ນ​ແມ່ນ​ຄວາມ​ເປັນ​ຫ່ວງ​ຫລາຍ​ທີ່​ສຸດອີ່ຫລີ ໂດຍທີ່​ຄົນ​ໃນທີ່​ສຸດ ກໍ​ບໍ່​ສາມາດທີ່ຈະ
​ຫລົບໜີຈາກ​ການ​ຖະຫລົ່ມ ​ແລະການ​ຍິງ​ປືນ​ໃຫຍ່ ​ແລະ​ການ​ໂຈມ​ຕີ​ທາງພາກ​ພື້ນ​ດິນ
​ແລະທາງ​ອາກາດ.”

ທ່ານ​ນາງ​ໂທຣສ​ແຊ​ລ ກ່າວອີກ​ວ່າ​ ມີລາຍງານວ່າດ່ານ​ກວດຂອງ​ລັດຖະບານ​ຫຼາຍ​
ແຫ່ງທີ່​ຢູ່​ໃນ​ພາກຕ່າງໆ​ຂອງ​ແຂວງ​ດາຣາ​ໄດ້ເກັບ​ເອົາ​ເງິນ​ຫຼາຍ​ຮ້ອຍ​ໂດ​ລາ​ຈາກພວກ​
ພົນລະ​ເຮືອນຊຶ່ງເປັນຈໍານວນເງິນຫຼາຍ​ເກີນ​ໄປໂພດກ່ອນຈະປ່ອຍ​ໃຫ້​ເຂົາ​ເຈົ້າ​ຜ່ານ.
ທ່ານ​ນາງ​ກ່າວ​ວ່າ ຫ້ອງການ​ຂອງ​ທ່າ​ນາງ​ໄດ້​ຮັບ​ລາຍ​ງານ​ວ່າ ພວກ​ນັກ​ລົບ​ລັດ​ອິສ
ລາມ ທີ່ຄວບ​ຄຸມ​ຢູ່​ໃນ​ເຂດ​ອ່າງນໍ້າ​ຢາຣມຸກ ຢູ່​ທາງ​ພາກ​ຕາ​ເວັນ​ຕົກຂອງແຂວງ​ດາຣາ
ຊຶ່ງເປັນ​ພາກຂອງລັດຖະບານນັ້ນ ບໍ່​ອະນຸຍາດ​ໃຫ້ພົນລະ​ເຮືອນ​ໜີ​ອອກ​ຈາກ​ເຂດດັ່ງ
ກ່າວໄປ.

ຄົນກຳລັງພາກັນຫລົບໜີອອກຈາກແຂວງດາຣາ ພາກຕາເວັນຕົກສຽງໃຕ້ຂອງຊີເຣຍ ໃນວັນທີ 28 ມິຖຸນາ 2018
ຄົນກຳລັງພາກັນຫລົບໜີອອກຈາກແຂວງດາຣາ ພາກຕາເວັນຕົກສຽງໃຕ້ຂອງຊີເຣຍ ໃນວັນທີ 28 ມິຖຸນາ 2018

​ໃນ​ຂະນະ​ທີ່​ການ​ສູ້​ລົບ​ແຜ່​ອອກ​ໄປ ພວກ​ກະບົດ​ກຳລັງ​ຄວບ​ຄຸມ​ຢູ່​ຫຼາຍເມືອງ ຢູ່​ໃນ​
ເຂດຊົນນະບົດ​ທາງ​ພາກ​ຕາ​ເວັນ​ນອກ​ເມືອງ​ດາຣາ ທີ່​ພິຈາລະນາ​ຂໍ້​ຕົກ ລົງ​ໃຫ້​ມີ​ການ​
ປ່ຽ​ນ​ແປງ​ລະບອບ ​ໃນ​ການ​ແລກປ່ຽນ​ໃຫ້​ສິ້ສຸດ​ການ​ຖີ້ມລະ​ເບີດ​ທີ່​ຮ້າຍ​ແຮງ​ໂດຍ​ກຳລັງ​ລັດຖະບານ​ທີ່​ໜູນ​ຫຼັງ​ໂດຍຣັດ​ເຊຍ ​ອີງ​ຕາມ​ຫ້ອງການ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ.

ອົງການ​ຂ່າວ​ລັດຖະບານ​ຊີ​ເຣຍ ຊາ​ນາ ​ໄດ້​ລາຍ​ງານ​ວ່າ​ພວກ​ກະບົດ​ໄດ້ເຫັນ​ພ້ອມ​ໃຫ້
​ລະບອບ​ຄວບ​ຄຸມ​ເອົາ​ເປັນ​ເວລາ​ສອງ​ມື້​ທີ່​ຜ່ານ​ມາ.

ຜູ້​ບັນຊາ​ການ​ທະຫານ​ຊີ​ເຣ​ຍຄົນ​ນຶ່ງ ກ່າວ​ໂດຍ​ບໍ່​ປະສົງ​ອອກ​ຊື່ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ
​ຂ່າວ​ວ່າ ຄວາມ​ຄືບ​ໜ້າ​ຂອງ​ທະຫານ ບໍ່​ໄດ້​ໃຫ້​ “ທາງ​ເລືອກ” ​ແກ່ພວກ​ກະບົດ ​ແຕ່
​ຍອມຜ່າ​ຍ​ແພ້.

ອ່ານຂ່າວນີ້ເພີ້ມເປັນສາສາອັງກິດ

XS
SM
MD
LG