ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເພິ່ມທະວີຄວາມພະຍາຍາມປາບປາມ ການຄ້າມະນຸດ


ພວກຄົນງານຕ່າງດ້າວມຽນມາ ກໍາລັງອາບນໍ້າຢູ່ບ່ອນອາບນໍ້າລວມກັນ ໃນຄຸ້ມທີ່ພວກເຂົາເຈົ້າອາໃສຢູ່ ໃນເມືອງແມ່ສອດ ທາງພາກຕາເວັນຕົກສຽງເໜືອຂອງໄທ
ພວກຄົນງານຕ່າງດ້າວມຽນມາ ກໍາລັງອາບນໍ້າຢູ່ບ່ອນອາບນໍ້າລວມກັນ ໃນຄຸ້ມທີ່ພວກເຂົາເຈົ້າອາໃສຢູ່ ໃນເມືອງແມ່ສອດ ທາງພາກຕາເວັນຕົກສຽງເໜືອຂອງໄທ

ອາທິດຜ່ານມານີ້ ແມ່ນກໍານົດເສ້ນຕາຍ ສໍາລັບໂຄງການຈົດທະບຽນພວກຄົນງານຕ່າງດ້າວ ໃນປະເທດໄທ ທີ່ລົງບັນທຶກພວກຄົນງານຕ່າງປະເທດ ແລະພວກທຸລະກິດຕ່າງໆ ທີ່ວ່າຈ້າງ ພວກເຂົາເຈົ້າ. ໂຄງການດັ່ງກ່າວນີ້ແມ່ນແນເປົ້າໝາຍໃສ່ການກວາດລ້າງພວກແກ໊ງລັກລອບ ຄ້າມະນຸດທີ່ໄດ້ໝາກຜົນກໍາໄລງາມ ຈາກພວກຄົນງານຕ່າງດ້າວ ແລະພວກນາຍຈ້າງທັງ ຫລາຍທີ່ເອົາລັດເອົາປຽບພວກເຂົາເຈົ້ານັ້ນ. ທອງປານມີເລຶ່ອງນີ້ ມາສະເໜີທ່ານ.

ນາຍ ​ໄນ ຊາວ​ມຽນມາ ​ໄວ 25 ປີ ເຂົ້າມາ​ຢູ່ປະ​ເທດໄທ​ໄດ້ຫົກ​ປີ​ແລ້ວ ເພື່ອພະຍາຍາ​ມ
ທໍາ​ງານຫາ​ເງິນ​ ໄປ​ໃຊ້​ໜີ້​ທຸລະ​ກິດ​ຄ້າຂາຍ​ກຸ້ງທີ່​ຂາດທຶນຂອງ​ລາວ​ໃນ​ທາງ​ພາກ​ໃຕ້​ຂອງ ມຽນມາ.

ຄືກັນ​ກັບ​ຊາວ​ມຽນມາ​ອື່ນຫລາຍໆຄົນ ນາຍ​ໄນ​ໄດ້​ເລືອກ​ເອົາ​ພວກ​ແກ໊ງ ອາຊະຍາ​ກໍາໃຫ້ຊ່ວຍ​ຊອກ​ວຽກໃຫ້​ລາວເຮັດ. ແກ໊ງພວກ​ນີ້​ໄດ້​ລັກລອບ ເອົາຊາວ​ມຽນມາ​ຫລາຍ​ພັນ​ຄົນເຂົ້າ​ມາ​ໃນ​ໄທ ​ເພື່ອ​ເອົາ​ໄປ​ເຮັດ​ວຽກ​ຢູ່​ຕາມ​ໂຮງ​ຈັກ​ໂຮງງານ​ ​ເຮັດ​ວຽກ​ໃນ​ພາກສ່ວນ​ການ​ກະ​ເສດ ​ເປັນ​ຄົນ​ຮັບ​ໃຊ້​ຕາມ​ບ້ານ​ຄົນ​ ຫລືບໍ່ກໍ​ເປັນໂສ​ເພນີ ຄ້າ​ປະ​ເວ​ນີ ​ເປັນ​ຕົ້ນ.

ນາຍໄນຕ້ອງໄດ້​ຈ້າງ​ພວກ​ນາຍ​ໜ້າ​ ຫາ​ວຽກ​ໃຫ້​ລາວຢູ່​ທີ່​ໂຮງງານ​ແຫ່ງ​ນຶ່ງ​ຂອງໄທ. ພວກ​ນາຍ​ໜ້າໄດ້​ເອົາເງິນ​ໃຫ້​ນາຍ​ໄນ​ຍືມກ່ອນປະມານ 300 ​ໂດ​ລາ ​ເປັນ​ຄ່າ​ໃຊ້​ຈ່າຍ​ລ່ວງ​ໜ້າ ຊຶ່ງ​ຕາມ​ທີ່​ນາຍ​ໄນເວົ້າ​ນັ້ນ ມັນ​ເປັນ​ເງິນ ກູ້​ຢືມ​ທີ່​ຕ້ອງ​ຈ່າຍ​ຄືນ​ໃຫ້​ພວກ​ນາຍ​ໜ້າໄວໆ ພາຍ​ໃນ​ບໍ່​ເທົ່າ​ໃດ​ເດືອນ ຊຶ່ງ​ຈະ​ຫລາຍກວ່າ​ຈໍານວນ​ກູ້ຢືມ​ນັ້ນ ເປັນ​ສອງ ຫລື ສາມ​ເທົ່າ​ຕົວ.

ນາຍ​ໄນ​ເວົ້າວ່າ ສະພາບ​ການຢູ່​ໂຮງງານ​ ບ່ອນ​ລາວ​ເຮັດ​ວຽກແມ່ນ​ຂີ້ຮ້າຍ​ຫລາຍ​ທີ່​ສຸດ ​ນອກ​ ນັ້ນ​ແລ້ວ ກໍ​ຍັງມີ​ບັນຫາ​ການ​ຈ່າຍ​ເງິນຄ່າ​ຂົນ​ສົ່ງ​ຄືນ​ ​ໃນຈໍານວນ​ຫລາຍ​ກວ່າສອງ​ເທົ່າ​ຕົວ. ຫົວໜ້າ​ຫລື​ຜູ້​ຄຸມ​ຄົນ​ງານຈະ​ພົກ​ປືນ ​ແລະຖ້າ​ຫາກ​ວ່າຜູ້ກ່ຽວ​ບໍ່ພໍ​ໃຈ​ໃນ​ສິ່ງ​ທີ່ຕົນເຫັນ​ ກໍ​ຈະ​ໃຊ້​ຄວາມ​ຮຸນ​ແຮງຕໍ່ພວກຄົນ​ງານ​.

ນາຍ ໄນ ຄົນງານຕ່າງດ້າວຈາກມຽນມາ (VOA Photo Credit R. Corben).
ນາຍ ໄນ ຄົນງານຕ່າງດ້າວຈາກມຽນມາ (VOA Photo Credit R. Corben).

ນາຍ​ໄນ ​ໄດ້​ເອົາ​ຕົວ​ຫລົບໜີ​ອອກ​ມາ​ໄດ້ ​ແລະ​ບັດ​ນີ້​ລາວ​ເປັນ​ຜູ້ນຶ່ງ​ໃນ​ກຸ່ມ​ຊາວມຽນມາ​ຈໍານວນ​ 300,000 ກວ່າ​ຄົນ ທີ່​ທໍາ​ງານ​ຢູ່​ໃນ​ວົງ​ການ​ອຸດສາຫະກໍາ​ອາຫານ​ທະ​ເລ ທີ່​ຈັງຫວັດ​ສະມຸດ​ສາຄອນ​ຂອງ​ໄທ ​ໃນ​ເຂດ​ຊານ​ເມືອງບາງກອກ. ​ມີ​ປ້າຍ​ຕ່າງໆ​ເປັນ​ພາສາ​ມຽນມາຕິດຢູ່​ຕາມ​ຕະຫລາດ ​ຈັງຫວັດ​ ສະມຸດ​ສາຄອນ​ ອັນ​ເປັນ​ຮ່ອງຮອຍ​ສະ​ແດງ ໃຫ້​ເຫັນວ່າມີ​ຊາວ​ມຽນມາ​ອາ​ໃສ​ຢູ່​ໃນ​ປະຊາ​ຄົມນັ້ນ.

ລັດຖະບານ​ໄທ​ກ່າວ​ວ່າ ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ມີພວກ​ຄົນ​ງານ​ຊາວ​ຕ່າງ​ດ້າວ ປະມານນຶ່ງ​ລ້ານ​ຄົນ ທີ່​ໄດ້​ມາ​ຈົດ​ທະບຽນ​ກັບ​ໂຄງການ​ດັ່ງກ່າວ​ຂອງ​ລັດຖະບານ ທີ່ໄດ້​ເລີ່​ມຕົ້ນ​ມາຕັ້ງ​ແຕ່​ເດືອນມິຖຸນາ​ຜ່ານ​ມາ. ກໍາໜົດ​ວັນ​ໝົດອາຍຸການ ​ຈົດ​ທະບຽນ​ທີ່​ບົ່ງ​ໄວ້​ໃນ​ຕອນຕົ້ນ​ໆ ນັ້ນ​ແມ່ນ​ເດືອນ​ກໍລະກົດ ​ແຕ່​ລັດຖະບານ​ໄດ້​ຕໍ່​ອາຍຸ​ມື້​ໝົດ​ກໍານົດຈົດ​ທະບຽນຮອບ​ສຸດ​ທ້າຍ​ ສໍາລັບພວກ​ຄົນ​ງານ​ໃນ​ອຸດສາຫະກໍາການ​ປະມົງ​ໄປ​ຈົນ​ເຖິງ​ວັນເສົາ​ທີ​ 13 ສິງຫາທີ່​ຜ່ານ​ມາ​ນີ້.

ຫລັງ​ຈາກ​ກາຍມື້​ໝົດ​ອາຍຸ​ແລ້ວ ພວກ​ນາຍ​ຈ້າງ​ທັງຫລາຍ​ທີ່​ວ່າຈ້າງ​ພວກ​ຄົນ​ງານ​ທີ່​ບໍ່ໄດ້​ລົງທະບຽນນັ້ນ ຈະ​ຖືກ​ປັບ​ໃໝ ​ແລະ​ພວກ​ຄົນ​ງານ​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ກໍ​ອາດຈະ​ຖືກ​ປັບ​ໃໝ​ ແລະ​ຕິດຄຸກ​ໄດ້.

ລາຍ​ງານ​ວ່າ​ດ້ວຍ​ການ​ລັກລອບ​ຄ້າ​ມະນຸດ​ຂອງ​ກະຊວງຕ່າງປະ​ເທດ​ສະຫະລັດ ​ທີ່​ນໍາ​ອອກ​ເປີດ​ເຜີຍ​ໃນ​ປີ​ນີ້ ​ໄດ້​ຈັດປະ​ເທດ​ໄທ​ຢູ່​ໃນ​ກຸ່ມ​ທີ​ສອງ ຫລື tier 2 ​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ມີ​ສ່ວນ​ພົວພັນ​ກັບ​ການ​ລັກລອບຄ້າ​ແລະ​ຂົນ​ສົ່ງ​ມະນຸດ ຄຽງ​ຂ້າງ​ກັບ ອັຟກາ​ນີສຖານ ກໍາປູ​ເຈຍ ລາວ ຈີນ ລັດ​ເຊຍ ​ແລະ​ແຊມ​ເບຍ.

ເດັກນ້ອຍມຽນມາ ຊື້ເຂົ້າໜົມກິນ ທີ່ເມືອງແມ່ສອດ ຂອງໄທ.
ເດັກນ້ອຍມຽນມາ ຊື້ເຂົ້າໜົມກິນ ທີ່ເມືອງແມ່ສອດ ຂອງໄທ.

ອົງການ​ສະຫະ​ປະຊາ​ຊາດ​ກໍກ່າ​ວວ່າ ມີ​ປະຊາຊົນ​ປະມານ 2.5 ລ້ານຄົນ ຈາກ 127 ປະ​ເທດ​ທີ່​ຖືກ​ລັກລອບ​ຂົນ​ສົ່ງ​ເຂົ້າ​ໄປ​ໃນ​ຫລາຍ​ກວ່າ 130 ປະ​ເທດ​ໃນ​ແຕ່ລະ​ປີ ຊຶ່ງອົງການແຮງ​ງານ​ສາກົນປະ​ເມີນ​ວ່າ ການ​ລັກລອບ​ຄ້າ​ມະນຸດທີ່​ວ່າ​ນີ້​ ​ສ້າງ​ລາຍ​ໄດ້ ຫລາຍ​ກວ່າ 30 ພັນ​ລ້ານ​ໂດ​ລາ​ຕໍ່​ປີ ​ໃຫ້​ແກ່​ພວກ​ແກ໊ງອາ​ຊະ​ຍາ​ກໍາ.

ທ່ານນາງ Joy Ezeilo ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ກ່ຽວ​ກັບ​ການ​ລັກ​ລອບ​ຄ້າ ມະນຸດ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ໄທ​ເມື່ອ​ອາທິດ​ຜ່ານ​ມາ ​ເພື່ອ​ສັ່ງ​ຊາຕີ​ລາຄາເບິ່ງຄວາມ​ພະຍາຍາມ​ ໃນ​ການຮັບ​ມື ກັບ​ການລັກ​ລອບເຂົ້າ​ເມືອງຜິດ​ກົດໝາຍ ​ແລະ​ການ​ຄ້າມະນຸດນັ້ນ. ທ່ານ​ນາງກ່າວ​ວ່າ ການ​ຮ່ວມ​ໄມ້ຮ່ວມ​ມື​ທີ່​ດີ​ຂຶ້ນກວ່າ​ເກົ່າໃນ ລະຫວ່າງ​ຊາດ​ແມ່ນ​ຈໍາ​ເປັນ ​ເພື່ອ​ປາບ​ປາມການ​ລັກລອບ​ຄ້າ​ມະນຸດ ​ແຕ່ການ​ທີ່ວ່າ ບັນຫານີ້ເປັນ ບັນຫາ ​ທີ່​ໂຕ້​ແຍ້​ງ ກັນ​ໄດ້​ນັ້ນ ​ເຮັດ​ໃຫ້​ເປັນ​ການ​ຍາກ​ທີ່​ຈະ​ປັບປຸງ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ໃຫ້​ດີ​ຂຶ້ນກ່ວາ​ເກົ່າ ຊື່​ງທ່ານ​ນາງ​ກ່າວ​ວ່າ:

“​ເປັນ​ທີ່ໜ້າ​ເສຍ​ໃຈ ​ທີ່​ວ່າສິ່ງ​ເຫລົ່າ​ນີ້ບາງ​ຢ່າງ ກໍາລັງ​ກາຍ​ເປັນ​ເລຶ່ອງການ​ ເມືອງ​ຢ່າງ​ສູງໃນ​ຫລາຍໆ​ປະ​ເທດ​ຂອງ​ໂລກ ​ແລະ​ນອກ​ນັ້ນ​ແລ້ວ​ ກໍ​ຍັງ​ກໍ່​ໃຫ້ເກີດ​ຄວາມ​ເຄັ່ງ​ຕຶງ ​ແລະ​ວິທີ​ການຮັບ​ມື​ກັບບັນຫາ​ຂອງ​ພວກ​ຄົນ​ງານ ຕ່າ​ງດ້າວ ທີ່ສະ​ແດງ​ເຖິງກຽດ​ຊັງຊາວ​ຕ່າງປະ​ເທດສາລະພັດຢ່າງ. ນອກ​ນີ້​ແລ້ວ​ ພວກ​ເຮົາ​ກໍ​ຄວນຮູ້ດີ​ຢູ່​ແລ້ວວ່າ ພວກຄົນ​ງານຕ່າງ​ດ້າວ​ນັ້ນ ມີ​ສ່ວນ ປະກອບໃນ​ການພັດທະນາ​ ໃຫ້​ແກ່ທັງປະ​ເທດ​ທີ່​ຮັບ​ເອົາ ​ແລະປະ​ເທດເດີມທີ່​ພວກ​ເຂົາ​ເຈົ້າມາຈາກ​ ດັ່ງ​ນັ້ນ​ພວກ​ເຮົາ​ຄວນ​ຈະ​ມອງ​ເບິ່ງ​ເລຶ່ອງນີ້ໃນ​ຮູບ​ການ​ທີ່​ກວມ​ກວ້າງໄປກວ່ານັ້ນ.”

ທ່ານ​ນາງ ອີ​ເຊ​ໂລ ​ໄດ້​ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່​ລັດຖະບານ​ໄທ ຕະຫລອດ​ທັງພວກ​ກຸ່ມຈັດ​ຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ​ ແລະ​ກຸ່ມຄົນ​ງານ​ຊາວ​ຕ່າງ​ດ້າວເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ໂຄງການ ການ​ຈົດ​ທະບຽນ​ພວກ​ຄົນ​ຕ່າງ​ດ້າວ ​ແລະ​ບັນຫາ​ອື່ນໆ.

ນາຍ ສົມພົງ ສະ​ແຄຣ້ວ ຜູ້​ອໍານວຍ​ການ​ມູນ​ນິທີ​ເຄືອ​ຂ່າຍ​ສົ່ງ​ເສີມ​ສິດທິແຮງ​ງານ​ໃນ​ປະ​ເທດ​ໄທ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ ຜ່ານ​ມາ ລັດຖະບານ​ໄທ​ໄດ້​ເອົາຫລາຍ​ບາດກ້າວ​ເພື່ອ​ລົດ​ຜ່ອນ​ຄວາມ​ລໍາ ບາກ​ຍາກ​ແຄ້ນ​ຕ່າງໆ​ ທີ່​ປະ​ເຊີນໜ້າພວກ​ຄົນ​ງານ​ຜິດ​ກົດໝາຍ​ນັ້ນກໍ​ຕາມ ​ແຕ່​ມັນ​ກໍ​ຍັງ​ບໍ່ໄດ້​ຕາມ​ເປົ້າໝາຍ​ ທີ່​ຕັ້ງ​ໄວ້ໂດຍພວກອົງການ​ທີ່​ບໍ່ຂຶ້ນກັບ​ລັດຖະບານ​ນັ້ນ​ເທື່ອ

“​ໃນ​ໄລຍະສອງ​ປີ​ຜ່ານ​ມານີ້ ລັດຖະບານ​ໄທໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ນໍາເລຶ່ອງ ແຮງ​ງານ​ເດັກ ຄື​ກັນ ​ແລະ​ກະຊວງ​ແຮງ​ງານ​ກໍໄດ້​ປະຕິບັດ​ງານ​ຢ່າງໃກ້ຊິດ​ ກັບ​ອົງການ ແຮງ​ງານສາກົນ ກ່ຽວ​ກັບ​ບັນຫາແຮງງານ​ເດັກນັ້ນ. ​ແຕ່ ​ໃນ​ຂະນະ​ດຽວ​ກັນ ກະຊວງ​ແຮງ​ງານ​ໄທ​ພະຍາຍາມ​ປະຕິ​ເສດ​ວ່າ​ ບໍ່​ມີ​ແຮງງານ​ເດັກ​ຢູ່​ໃນ​ໂຮງ​ຈັກ​ໂຮງງານ​ໃນໄທ​.ແຕ່​ວ່າ ສະຖານະການແລະ​ຂໍ້​ມູນ​ທີ່​ໄດ້​ຮັບນັ້ນ ​ແມ່ນ​ແຕກ​ຕ່າງ ກັນລະ ຫວ່າງ​ລັດຖະບານ​ໄທ ​ແລະ​ກຸ່ມ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ​ ຄື​ກັນ​ກັບ​ກຸ່ມ​ຂອງ​ຂ້າພະ​ເຈົ້ານີ້.”

ກຸ່ມ​ແຮງ​ງານ​ຄົນ​ຕ່າງ​ດ້າວ ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ການ​ມາ​ຢ້ຽມຢາມ​ຂອງທ່ານ​ນາງ ອີ​ເຊ​ໂລ ​ແຕ່​ກໍ​ກ່າວ​ວ່າບັນຫາ​ນີ້​ເປັນ​ບັນຫາ​ລະດັບ​ຂົງ​ເຂດ ​ແລະ​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງເພ່ງ​ເລັງ ຄວາ​ມ​ເອົາ​ໃຈໃສ່​ ​ໄປ​ຍັງພວກ​ແກ໊ງອາຊະຍາກໍາ ທີ່​ຄວບ​ຄຸມການ​ຄ້າມະນຸດໃນ​ຂົງ​ເຂດ​ນີ້.

XS
SM
MD
LG