ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫ້ອງການສິດທິມະນຸດ ສປຊ ເຕືອນວ່າ ອາດຈະມີການເສຍຊີວິດ ຢ່າງຫຼວງຫຼາຍ ຢູ່ທາງພາກຕາເປັນອອກ ຂອງມຽນມາ


ແຜນທີ່ປະເທດມຽນມາ.
ແຜນທີ່ປະເທດມຽນມາ.

ເຈົ້າໜ້າທີ່ອົງການສະຫະປະຊາຊາດ ກ່າວວ່າ ລັດກາຢາ (kayah) ຢູ່ທາງພາກ ຕາເວັນ
ອອກຂອງມຽນມາ ກຳລັງຕົກຢູ່ໃນພາວະ ທີ່ຈະເກີດວິກິດການມະນຸດສະ ທໍາ ໂດຍທີ່ຫຼາຍ
ພັນຄົນ ພວມປະເຊີນໜ້າກັບຄວາມອຶດຢາກ ຫຼັງຈາກໄດ້ພາກັນ ຫຼົບໜີໄປຈາກເຮືອນ
ຊານພວກເຂົາເຈົ້າຍ້ອນມີການສູ້ລົບກັນລະຫວ່າງກຳລັງຮັກ ສາຄວາມປອດໄພ ແລະ
ກຳລັງກະບົດຊົນເຜົ່າ.

ທ່ານທອມ ແອນດຣູ (Tom Andrew) ຜູ້ລາຍງານພິເສດຂອງອົງການສະຫະ ປະຊາ
ຊາດ ກ່ຽວກັບສິດທິມະນຸດຢູ່ໃນມຽນມາ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນພຸດ
ວານນີ້ ກ່າວວ່າ ຫຼາຍກວ່າ 100,000 ຄົນ ຢູ່ໃນລັດກາຢາ ທີ່ຕັ້ງຢູ່ ລຽບຊາຍແດນປະ
ເທດໄທ ໄດ້ຖືກບັງຄັບໃຫ້ພ່າຍໜີໄປຈາກເຮືອນຊານແລະໝູ່ ບ້ານຂອງພວກເຂົາເຈົ້າ
ເພື່ອຫລົບໜີຈາກການ “ຖີ້ມລະເບີດ ແລະການຍິງປືນ ໃຫຍ່ໂຈມຕີ” ໂດຍກຳລັງຮັກ
ສາຄວາມປອດໄພ ຊຶ່ງຫຼາຍໆຄົນໄດ້ຖືກບັງຄັບໃຫ້ ເຂົ້າໄປລີ້ຢູ່ໃນປ່າທີ່ຕັ້ງຢູ່ໃກ້ໆນັ້ນ
ໂດຍປາດສະຈາກອາຫານ ນໍ້າແລະທີ່ພັກພາ ອາໄສ.

ທ່ານແອນດຣູ ກ່າວວ່າ ທ່ານໄດ້ຮັບລາຍງານວ່າ ກຳລັງທະຫານຝ່າຍລັດຖະ ບານ
ໄດ້ຕັ້ງບ່ອນກວດຂຶ້ນ ຢູ່ໃນລັດກາຢາ ເພື່ອປ້ອງກັນບໍ່ໃຫ້ສົ່ງການຊ່ວຍເຫຼືອທາງດ້ານ
ມະນຸດສະທຳ ເຂົ້າໄປໃຫ້ພວກອົບພະຍົບຫຼົບໄພ ຮວມທັງການວາງລະເບີດຝັງດິນ
ຢູ່່ຕາມຫົນທາງສາຍຕ່າງໆ.

ທ່ານໄດ້ເຕືອນວ່າ “ການເສຍຊີວິດເປັນຈຳນວນຫຼວງຫຼາຍຍ້ອນຄວາມອຶດຢາກ
ພະຍາດໂລຄາ ແລະບໍ່ມີບ່ອນພັກພາອາໄສ” ອາດຈະເກີດຂຶ້ນ ຢູ່ໃນລັດກາຢາ “ຖ້າ
ຫາກບໍ່ມີການເອົາມາດຕະການໃນທັນທີ” ແລະໄດ້ຮຽກຮ້ອງບັນດາປະເທດ ເພື່ອນ
ບ້ານ ດໍາເນີນການ “ທຸກສິ່ງຢ່າງ ທີ່ເປັນໄປໄດ້ ໃນການສະໜັບສະໜູນ ການເຄື່ອນ
ໄຫວໃຫ້ການຊ່ວຍເຫຼືອຂ້າມຊາຍແດນ ແລະເຂົ້າໄປໃນມຽນມາ.”

ມຽນມາໄດ້ຕົກຢູ່ໃນສະພາບຄວາມວຸ້ນວາຍ ນັບແຕ່ວັນທີ 1 ກຸມພາ ເປັນຕົ້ນມາ ຫຼັງ
ຈາກພວກທະຫານໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນ ແລະຜູ້ນຳທີ່ໄດ້ຮັບ ລາງ
ວັນໂນແບລ ຂະແໜງສັນຕິພາບ ທ່ານນາງອອງ ຊານ ຊູ ຈີ.

ທະຫານໄດ້ເລີ້ມການປາບປາມຢ່າງນອງເລືອດ ໃນການຮັບມືກັບການປະທ້ວງ ປະ
ຈຳວັນຢູ່ທົ່ວປະເທດ ຕໍ່ຕ້ານການຍຶດອຳນາດ. ກຸ່ມສິ້ງຊອນສິດມະນຸດກຸ່ມນຶ່ງ ທີ່ຕິດ
ຕາມເບິ່ງສະຖານະການ ກະປະມານວ່າ ມີພວກປະທ້ວງຢ່າງໜ້ອຍ 850 ຄົນ ໄດ້
ຖືກຂ້າຕາຍ ນັບແຕ່ມີການເຮັດລັດຖະປະຫານ ເຖິງແມ່ນວ່າ ພວກທະ ຫານໄດ້ໂ
ຕ້ແຍ້ງໂຕເລກດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG