ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າສິດທິມະນຸດ ສະຫະປະຊາຊາດ ເຕືອນ ອິນໂດເນເຊຍ ໃນການໃຊ້ກົດໝາຍ ເອົາຜິດ ພວກ LGBT


ທ່ານເຊອີດ ຣາອາດ ອາລ-ຮຸສເຊນ (Zeid Ra'ad Al Hussein) ຂ້າຫລວງໃຫຍ່ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ເດີນທາງໄປເຖິງ ກອງປະຊຸມ ສະພາສິດທິມະນຸດ ຄັ້ງທີ 36 ຢູ່ສຳນັກງານ ສປຊ ທີ່ ນະຄອນເຈນີວາ ປະເທດ ສະວິດເຊີແລນ, ວັນທີ 11 ກັນຍາ 2017.
ທ່ານເຊອີດ ຣາອາດ ອາລ-ຮຸສເຊນ (Zeid Ra'ad Al Hussein) ຂ້າຫລວງໃຫຍ່ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ເດີນທາງໄປເຖິງ ກອງປະຊຸມ ສະພາສິດທິມະນຸດ ຄັ້ງທີ 36 ຢູ່ສຳນັກງານ ສປຊ ທີ່ ນະຄອນເຈນີວາ ປະເທດ ສະວິດເຊີແລນ, ວັນທີ 11 ກັນຍາ 2017.

ຂ້າຫລວງໃຫຍ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານເຊອີດ ຣາອາດ
ອາລ-ຮຸສເຊນ (Zeid bin Ra’ad al-Hussein) ໄດ້ເຕືອນລັດຖະບານ ອິນໂດເນເຊຍ
ກ່ຽວກັບ ການລົງໂທດປະຊາຊົນ ທີ່ຖືກຈັດຢູ່ໃນກຸ່ມພວກຮັກຮ່ວມເພດ ແລະພວກປ່ຽນ
ເພດ ຫຼື LGBT.

ທ່ານເຊອີດກ່າວວ່າ ທັດສະນະຄວາມເຫັນ “ແບບແຮງຈັດ” ຂອງພວກນັກການເມືອງ
ທີ່ເປັນສາຍຫລັກ ແມ່ນສ້າງ “ຄວາມກັງວັນຢ່າງເລິກເຊິ່ງ” ໃນຂະນະທີ່ ສະພາແຫ່ງຊາດ
ພິຈາລະນາ ທີ່ຈະດັດແປງແກ້ໄຂກົດໝາຍອາຍາ ທີ່ຈະເຮັດໃຫ້ການມີເພດສຳພັນ ໃດໆ
ກໍຕາມ ນອກສົມລົດນັ້ນ ເປັນການກະທຳທີ່ຜິດກົດໝາຍ ​ແລະເຮັດໃຫ້ປະຊາຄົມ LGBT
ຊຶ່ງເປັນຊົນກຸ່ມນ້ອຍ ຂອງປະເທດນັ້ນ ເປັນພວກທີ່ມີຄວາມຜິດທາງອາຍາ.

ໃນລະຫວ່າງສອງສາມປີຜ່ານມານີ້ ແມ່ນໄດ້ມີການປຸກລະດົມເພີ້ມຂຶ້ນ ໃຫ້ຈັບກຸມປະຊາ
ຄົມຮັກຮ່ວມເພດ ແລະ ພວກປ່ຽນເພດ ຫຼື LGBT ບຸກເຂົ້າໄປກວດຄົ້ນ ແລະໃຊ້ຄຳເວົ້າ
ແບບບໍ່ສຸພາບ ໂຈມຕີ ໂດຍພວກເຈົ້າໜ້າທີ່ ແລະ ພວກພົນລະເຮືອນ.

ທ່ານຊາອີດກ່າວວ່າ ຖ້າອິນໂດເນເຊຍ ຊຶ່ງເປັນປະເທດທີ່ມີຊາວມຸສລິມໃຫຍ່ທີ່ສຸດໃນ
ໂລກນັ້ນ ຄາດຫວັງຢາກໃຫ້ປະເທດອື່ນໆ ຕໍ່ສູ້ກັບຄວາມຢ້ານກົວ ຈາກສາສະໜາ
ອິສລາມ ແລ້ວອິນໂດເນເຊຍ ກໍຕ້ອງກຽມພ້ອມ ທີ່ຈະຍຸຕິການຈຳແນກກີດກັນ ຕໍ່ບຸກ
ຄົນອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG