ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສປຊ ຮຽກຮ້ອງ ໃຫ້ເປີດປະຊຸມ ກ່ຽວກັບ ຄວາມຮຸນແຮງ ໃນບຸຣຸນດີ


Burundi Unrest
please wait
Embed

No media source currently available

0:00 0:01:17 0:00

ຄວາມຮຸນແຮງໃນບຸຣຸນດີ

ສະພາ​ສິດທິ​ມະນຸດ ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫຼື Human
Rights Council
ກ່າວ​ວ່າ ຕົນ​ຈະຈັດໃຫ້ມີ​ການ​ປະຊຸມນັດ​ພິ​ເສດ
​ ກ່ຽວ​ກັບ​ຄວາມ​ຮຸນ​ແຮງ ​ໃນບຸຣຸນດີ ​ໃນ​ທ້າຍ​ສັບປະດາ​ນີ້.

ກອງ​ປະຊຸມ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ມີ​ໝາຍ​ກຳໜົດ​ທີ່​ຈະ​ຈັດ​ຂຶ້ນ​ ໃນ​ວັນ​
ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້ ຕາມ​ຄຳຮຽກຮ້ອງ​ຂອງທາງ​ສະຫະລັດ ​
ແລະ​ສະມາຊິກ​ອີກ 17 ປະ​ເທດ ຂອງສະພາ​ສິດທິ​ມະນຸດ ​ແລະ​ອີກ 25 ປະ​ເທດສັງ​ເກດ​ການ. ມີ​ພຽງ​ແຕ່​ Ghana ປະ​ເທດ​ດຽວ​ຈາກ​ບັນດາ​ປະ​ເທດ​ແຖບ​ອາ​ຟຣິກາ ທີ່​ໃຫ້ການ​ສະໜັບ
ສະໜຸນ ​ຕໍ່​ມາດ​ຕະການ​ນີ້.

ນີ້​ຈະ​ເປັນ​ການ​ພົບ​ປະກັນພິ​ເສດຄັ້ງ​ທຳ​ອິດ​ ຂອງ​ກຸ່ມ​ດັ່ງກ່າວ​ ນັບ​ຕັ້ງ​ແຕ່​ເດືອນເມສາຜ່ານ​ມາ​ນີ້ ​ເປັນ​ຕົ້ນ​ມາ ​ເວລາ​ສະພາ​ສິດທິ​ມະນຸດ​ປະຊຸມ​ກັນ ​ເພື່ອ​ຫາລື​ກັນ​ກ່ຽວ​ກັບການ​ໂຈມ​ຕີ ​ຂອງ​ພວກ​ກໍ່​ການ​ຮ້າຍ ​ແລະ​ເລື້ອງການລະ​ເມີດ​ສິດທິ​ມະນຸດ ​ໂດ​ຍກຸ່ມ​ກໍ່​ການ​ຮ້າຍ Boko Haram ​ໃນ​ພາກ​ເໜືອ​ຂອງ Nigeria ນັ້ນ.

ກອງ​ປະຊຸມໃນວັນ​ພະຫັດ​ທີ່​ຈະ​ເຖິງ​ນີ້ ຈະ​ພິຈາລະນາ​ກ່ຽວ​ກັບ​ຮ່າງ​ຍັດຕິ ຮ້ອງ​ຂໍ​ໃຫ້​ຂ້າ​ຫຼວງ ​ໃຫຍ່ດ້ານ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Zeid Ra’ad al-Hussein ​ສົ່ງ​ນັກ​ຊ່ຽວຊານນາໆ​ຊາດ ​ໄປ​ຍັງ​ບຸຣຸນດີ ພາຍ​ໃນ 45 ​ມື້ ​ເພື່ອ​ທຳ​ການ​ສືບ​ສວ​ນສອບສວນ ກ່ຽວກັບ​ຄວາມ​ຮຸນ​ແຮງແລະໃຫ້​ການແນະນຳ​ກ່ຽວ​ກັບບາດກ້າວ​ຕ່າງໆ​ ​ເພື່ອ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ລົງ.

ທູດ​ພິ​ເສດຂອງ​ສະຫະລັດ ​ປະຈຳ​ເຂດ​ທະ​ເລ​ສາບ​ໃຫຍ່​ຂອງ​ອາ​ຟຣິກາ ທ່ານ Thomas Perriello ​ໄດ້​ບອກ​ກັບ VOA ພະແນກອາ​ຟຣິກາ​ກາງ ໃນ​ວັນ​ຈັນ​ວານ​ນີ້ວ່າ “ສະຖານະ​ການ​ໃນ​ບຸຣຸນດີ​ ນັ້ນ​ແມ່ນຮ້າຍ​ແຮງ. ພວກ​ເຮົາ ຕ້ອງ​ໄດ້​ເພັ່ງ​ເລັງ​ໃສ່​ຄວາມ​ປອດ​ໄພ​ຂອງປະຊາຊົນ.​”

ທ່ານ Perriello ​ໄດ້​ຢ້ຽມຢາມ Uganda ຫວ່າງ​ໝໍ່ໆ​ມາ​ນີ້ ພ້ອມ​ກັບ​ຄະນະ​ທູດ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ ສະຫະພາບ​ອາ​ຟຣິກາ ​ແລະ​ສະຫະພາບ​ຢູ​ໂຣບ ​ເພື່ອ​ຈະ​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ ​ທີ່​ຈະເລີ້ມ​ການ​ໄກ່​ເກ່ຍພາຍ​ໃນ​ຂົງ​ເຂດຕໍ່ບຸຣຸນດີ. ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ທ່ານ​ມີ​ຄວາມຫວັງ​ໄປ​ໃນ​ແງ່​ດີ ​ແລະ​ວ່າ ການເຈລະຈາຈະ​ເລີ້ມ​ຂຶ້ນ​ໃນ Uganda
ໄວໆ​ນີ້​.

XS
SM
MD
LG