ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​​ ສິດ​ທິ​ມະ​ນຸດ​ ສປ​ຊ ພົບ​ປະ​ກັບ ປະ​ທາ​ນາ​ທິ​ບໍ​ດີ​ ເວ​ເນ​ຊູ​ເອ​ລາ


ຫົວ​ໜ້າ​​ສິດ​ທິ​ມະ​ນຸດ ​ອົງ​ການ​ ສປ​ຊ ທ່ານ​ນາງ Michelle Bachelet, ຊ້າຍ, ພົບ​ປະ​ກັບ​ທ່ານ​ມາ​ດູ​ໂ​ຣ ທີ່​ນະ​ຄອນ​ຫຼວງ​ ກາ​ຣາ​ກັ​ສ ​ປະ​ເທດເວ​ເນ​ຊູ​ເອ​ລາ, 21 ມິ​ຖຸ​ນາ 2019.
ຫົວ​ໜ້າ​​ສິດ​ທິ​ມະ​ນຸດ ​ອົງ​ການ​ ສປ​ຊ ທ່ານ​ນາງ Michelle Bachelet, ຊ້າຍ, ພົບ​ປະ​ກັບ​ທ່ານ​ມາ​ດູ​ໂ​ຣ ທີ່​ນະ​ຄອນ​ຫຼວງ​ ກາ​ຣາ​ກັ​ສ ​ປະ​ເທດເວ​ເນ​ຊູ​ເອ​ລາ, 21 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີເວ​ເນ​ຊູ​ເອ​ລາ ​ທ່ານ​ນິ​ໂຄ​ລັ​ສ ມາ​ດູ​ໂຣ ກ່າວ​ວ່າ ທ່ານ​ຈະ​ຮັບ​ເອົາ ການ​ສະ​ເໜີ​ແນະ ຂອງ​ຫົວ​ໜ້າສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ Michelle Bachelet ຢ່າງ​ຈິງ​ຈັງ.

ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບທ່ານ​ນາງ Bachelet ໃນ​ແລງວັນ​ສຸກ​ວານ​ນີ້​ແລ້ວ ​ທ່ານ​ມາ​ດູ​ໂຣ ໄດ້​ກ່າວ​ວ່າ “ມັນ​ຈະ​ມີກົດ​ເກນ ​ທີ່ແຕກ​ຕ່າງ​ກັນສະ​ເໝີ ໃນ​ແຕ່​ລະ​ປະ​ເທດ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ບອກ​ກັບທ່ານ​ນາງວ່າ ທ່ານນາງ​ສາ​ມາດ​ເຊື່ອ​ຂ້າ​ພະ​ເຈົ້າ​ໄດ້ ໃນ​ຖາ​ນະ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ຈະ​ປະ​ຕິ​ບັດ​ຕາມການ​ສະ​ເໜີ​ແນະ​ຂອງ​ທ່ານ​ນາງ, ຄຳ​ແນະ​ນຳ ແລະ​ຂ້ໍສະເໜີ​ຂອງ​ທ່ານ​ນາງ ​ຢ່າງ​ຈິງ​ຈັງ.”

ກ່ອນ​ໜ້າ​ນີ້ ຜູ້​ນຳ​ຝ່າຍ​ຄ້ານ​ຂອງເວ​ເນ​ຊູ​ເອ​ລາ ທ່ານຮ​ວານ ກວາ​ອີ​ໂດ ໄດ້​ກ່າວ​ວ່າ ທ່ານ​ນາງ Bachelet ຈະ​ປະ​ເຈົ້າ​ໜ້າ​ 2 ຄົນ ​ໄວ້ໃນເວ​ເນ​ຊູ​ເອ​ລາ ເພື່ອຕິດຕາມ​ສິ້ງ​ຊອມ​ເບິ່ງ ສະ​ພາບ​ການ​ກ່ຽວ​ກັບນັບ​ຖື​ສິດ​ທິ​ມະ​ນຸດ ໃນ​ປະ​ເທດ​ດັ່ງ​ກ່າວ.

ທ່ານ ກວາ​ອີ​ໂດ ໄດ້​ກ່າວ​ວ່າ ຄະ​ນະ​ຂອງ​ທ່ານ​ນາງ Bachelet ຈະ​ທຳ​ການ​ສືບ​ສວນ​ສອບ​ສວນ ​ເບິ່ງ​ບັນ​ຫາ​ຕ່າງໆ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຂາດ​ແຄນ​ອາ​ຫານ​ການ​ກິນ​ແລະ​ຢຸກ​ຢາ​ຕ່າງໆນັ້ນ. ພວກ​ເຂົາ​ເຈົ້າ​ຈະ​ສືບ​ສວນ​ເບິ່ງການ​ກ່າ​ວ​ຫາ​ທີ່​ວ່າ​ລັດ​ຖະ​ບານ​ຂອງ​ທ່ານ​ມາ​ດູ​ໂຣ ​ໄດ້​ລະ​ເມີດ​ສິດ​ທິ​ມະ​ນຸດ ໃນ​ນະ​ທີ່​ປາບ​ປາມ​ ພວກ​ຝ່າຍ​ຄ້ານນັ້ນ.

ການ​ໄປ​ຢ້ຽມ​ຢາມ​ເວ​ເນ​ຊູ​ເອ​ລາ​ຂອງ​ທ່ານ​ນາງ Bachelet ແມ່ນເປັນ​ຄັ້ງ​ທຳ​ອິດ​ ໃນ​ຖາ​ນະ​ທີ່​ເປັນ​ຜູ້ກວດ​ກາ​ສິ້ງ​ຊອມ​ດ້ານ​ສິດ​ທິ​ມະ​ນຸດ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ຜູ້​ທີ່​ຮັບ​ໜ້າ​ທີ່​ກ່ອນ​ທ່ານ​ນາງ ຄື ທ່ານ Zeid Ra'ad al-Hussein ແມ່ນ ​ຖືກ​ປະ​ຕິ​ເສດຊ້ຳ​ແລ້ວ​ຊ້ຳ​ເລົ່າ ບໍ່​ໃຫ້​ເຂົ້າ​ໄປ​ປະ​ເທດດັ່ງ​ກ່າວ ​ຍ້ອນ​ອັນ​ທີ່​ທ່ານ​ໄດ້​ພິ​ຈາ​ລະ​ນາ​ວ່າ ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ ແມ່ນ​ປະ​ຕິ​ເສດ ທີ່​ຈະ​ຮັບ​ຮູ້​ເຖິງວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ.

ທ່ານ​ມາ​ດູ​ໂ​ຣ ເບິ່ງ​ຄື​ວ່າ ຈະ​ເອົາ​ບາດ​ກ້າວ​ທາງ​ດ້ານ​ການ​ທູດ​ຫຼາຍ​ຂຶ້ນ ໃນ​ເວ​ລາ​ນີ້, ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ປ່ອຍ​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ 28 ຄົນ ​ຊຶ່ງ​ຫຼາຍໆຄົນ​ຖືວ່າເປັນ​ນັກ​ໂທດ​ທາງ​ການ​ເມືອງນັ້ນ ນຶ່ງມື້​ກ່ອນ​ທີ່​ທ່ານ​ນາງ​ຈະ​ໄປ​ເຖິງ.

​ທ່ານ​ນາງ Bachelet ໄປ​ຢ້ຽມ​ຢາມ​ເວ​ເນ​ຊູ​ເອ​ລາ ໃນຄັ້ງ​ນີ້ ຍ້ອນ​ການ​ເຊື້ອ​ເຊີນ​ຂອງ​ລັດ​ຖະ​ບານ. ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ ກ່ອນ​ໜ້າກອງ​ປະ​ຊຸມເວ​ລາ 3 ສັບ​ປະ​ດາ ຂອ​ງ​ສະ​ພາ​ສິດ​ທິ​ມະ​ນຸດ ທີ່​ຈະ​ເລີ້ມ​ໃນ​ວັນ​ທີ 24 ມິ​ຖຸ​ນາ ຈະ​ມາ​ເຖິງ​ນີ້.

ສະ​ຫະ​ລັດແລະ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ແມ່ນ​ຄາດ​ວ່າຈະ​ປະ​ນາມ​ລັດ​ຖະ​ບານ ​ຂອງ​ທ່ານ​ມາ​ດູ​ໂຣ ທີ່​ຖືກ​ກ່າວ​ຫາວ່າ ​ໃຊ້​ກຳ​ລັງ​ເກີນ​ຂອບ​ເຂດ ແລະການ​ບໍ​ລິ​ຫານທີ່ຜິດ​ພາດ ທີ່​ໄດ້​ນຳ​ພາໃຫ້​ມີ​ການ​ຂາດ​ເຂີນ ​ສິ່ງ​ຈຳ​ເປັນຕ່າງໆແບບ​ເຮື້ອ​ຮັງ​ມາ​ດົນ​ນານ​ແລ້ວ ເຊັ່ນ​ເຂົ້າ​ປາ​ອາ​ຫານ​ແລະ​ຢຸກ​ຢາ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG