ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ສິດທິມະນຸດ ສປຊ ຮຽກຮ້ອງໃຫ້ ລົງໂທດ ພວກກໍ່ອາຊະຍາກຳ ສົງຄາມ ຢູ່ ຊີເຣຍ

ທ່ານ ​ເຊ​ອີດ ຣາອາດ ອາລ ຮຸສ​ເຊ​ນ ​ຂ້າ​ຫຼວງ​ໃຫຍ່ດ້ານ​ສິດທິ​ມະນຸດຂອງອົງການສະຫະປະຊາຊາດ.
ທ່ານ ​ເຊ​ອີດ ຣາອາດ ອາລ ຮຸສ​ເຊ​ນ ​ຂ້າ​ຫຼວງ​ໃຫຍ່ດ້ານ​ສິດທິ​ມະນຸດຂອງອົງການສະຫະປະຊາຊາດ.

ຫົວໜ້າ​ດ້ານ​ສິດທິ​ມະນຸດຂອງສະຫະ​ປະຊາ​ຊາດ ​ໄດ້ສັ່ງສອນລັດຖະບານຊີ​ເຣຍ ​ໃນ
​ວັນຈັນ​ວານ​ນີ້​ ກ່ຽວກັບ​ບົດບາດ​ໃນ​ການ​ເລີ້ມ​ ກໍ່ໃຫ້ມີບັນຫາ​ຂັດ​ແຍ້​ງຢູ່​ໃນ​ປະ​ເ​ທດ
ຂອງ​ຕົນ ​ແລະໄດ້ຕິຕຽນສະພາ​ຄວາມ​ໝັ້ນຄົງ ທີ່​ບໍ່​ຕັດສິນ​ໃຈ​ຢ່າງ​ເດັດດ່ຽວ​ໃນ​ການ​ຍຸ
ຕິ​ຄວາ​ມທຸກທໍລະມານຢູ່ທີ່ນັ້ນ.

ທ່ານ ​ເຊ​ອີດ ຣາອາດ ອາລ ຮຸສ​ເຊ​ນ ​ຂ້າ​ຫຼວງ​ໃຫຍ່ດ້ານ​ສິດທິ​ມະນຸດຂອງອົງການ
ສະຫະປະຊາຊາດ ກ່າວ​ວ່າ “ທັງ​ໝົດ​ໄດ້​ເລີ້ມ​ຂຶ້ນເມື່ອ​ເຈັດ​ປີ​ກ່ອນ ​ເກືອບ ແມ່ນໃນ​ມື້​ນີ້
ດ້ວຍ​ການ​ທໍລະມານຕໍ່​ພວກ​ເດັກນ້ອຍ ​ແລະ​ການໄດ້​ຮັບ​ເວັ້ນ​ໂທດ​ຈາກລັດຖະບານ​ຊີ​
ເຣຍ ​ຕໍ່​ພວກ​ທີ່​ທຳ​ການ​ທໍລະມານນັ້ນ.” ທ່ານ​ໄດ້​ໝາຍເຖິງພວກ​ເດັກນ້ອຍຜູ້ຊາຍຈາກ​

ໂຮງຮຽນ​ເມືອງ​ດາຣາ ຊຶ່ງໃນ​ປີ 2011 ​ໄດ້​ແຕ້ມ​ປ້າຍ​ໂຄສະນາ​ຕໍ່ຕ້ານ​ລັດຖະບານ ທີ່​
ໄດ້​ພາໃຫ້ມີ​ການ​ຈັບກຸມ ການ​ທັບ​ມ້າງ​ປາບປາມພວກປະ​ທ້ວງ​ທີ່​ສະຫງົບ ແລະ​ໃນ​ທີ່
ສຸດ ກໍ​ໄດ້​ກາຍເປັນບັນຫາຂັດ​ແຍ້​ງຢ່າງເຕັມທີ່.

ທ່ານ​ກ່າວ​ຕໍ່​ໄປ​ວ່າ “ລັດຖະບານ​ຊີ​ເຣຍຍັງ​ອ້າງ​ວ່າ ​ທຳ​ຄວາມ​ພະຍາຍາມ​ທຸກ​ວິທີ​ທາງ
​ ເພື່ອ​ປ້ອງ​ກັນ​ພົນລະ​ເຮືອນ​. ​ແຕ່​ທ່ານ​ມີ​ເວລາໃນການທໍລະມານ ​ແລະ​ຂ້າ ຄົນ​ໂຕເອງ
ຢ່າງ​ບໍ່​ເລືອກໜ້າ ທ່ານ​ໄດ້ສູນເສຍ​ຄວາມ​ເຊື່ອ​ ມາ​ດົນ​ນານແລ້ວ.”

ລັດຖະບານ​ຂອງ​ປະ​ທາ​ນາ​ທິບໍດີ ບາຊາ ອາລ-ອາຊາດ ​ໄດ້​ກ່າວ​ວ່າ ຕົນ​ພຽງປະປະ
ຕິບັດ​ງານປາບປາມພວກ​ກໍ່​ການ​ຮ້າຍ ບໍ່​ໄດ້​ໂຈມ​ຕີພົນລະ​ເຮືອນຂອງ​ຕົນ.

ທ່ານ​ອາລ ຮຸ​ສ​ເຊ​ນ ກ່າວ​ວ່າ “​ເພື່ອ​ຕໍ່ຕ້ານພວກກໍ່​ການ​ຮ້າຍ​ນັ້ນ ພວກເຮົາ​ຕ້ອງ​ລະ
ເວັ້ນ ​ຈາກ​ການ​ໂຈມຕີ ​ທີ່​ບໍ່ມີຫ​ລັກ​ການ ​ແລະ​ໂຫດຮ້າຍປ່າເຖື່ອນ ​ຕໍ່​ຜູ້ທີ່ບໍ່ມີຄວາມ
ຜິດ ທີ່​ເປັນ​ຂີດ​ໝາຍ​ ທີ່​ສຳຄັນ​ທີ່​ສຸດ ຂອງ​ການ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດສຳລັບ​ເຂົາ​
ເຈົ້າ​ເອງ.”

ນອກນັ້ນ ອົງການ​ຂ້າ​ຫຼວງ​ໃຫຍ່ສະຫະປະຊາຊາດ ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ “ວິທີ
ການ​ທີ່​ຜິດ​ກົດໝາຍ​ຂອງ​ສົງຄາມ ​ໄດ້ຖືກ​ນຳ​ໃຊ້​ ໂດຍ​ທຸກ​ພັກ​ຝ່າຍ​ໃນບັນຫາຂັດ ​
ແຍ້​ງດັ່ງກ່າວ” ບໍ່​ແມ່ນ​ພຽງ​ແຕ່​ລັດຖະບານເທົ່ານັ້ນ.

ຄົນພາກັນແບກຫາມສິ່ງຂອງ ຫລົບໜີຈາກ ເມືອງທີ່ຖືກຍຶດຄອງຂອງພວກຕໍ່ຕ້ານລັດຖະບານ ເບັດ ຊາວາ ຂອງກູຕາ ທາງພາກຕ່ເວັນອອກຂອງ ປະເທດຊີເຣຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

UN Syria Human Rights
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG