ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າ ສິດທິມະນຸດ ຂອງ ສປຊ ຈະເດີນທາງ ໄປຢ້ຽມຢາມ ຈີນ ໃນເດືອນພຶດສະພາ ນີ້

ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດຢືນຢູ່ປະຕູທາງເຂົ້າສູນກັກຂັງ ອູຣໍາຈີ (Urumqi) ເບີ 3, ໃນເມືອງດາບານເຊັງ, ໃນເຂດປົກຄອງຕົນເອງຂອງຊາວວີເກີ ຢູ່ແຂວງຊິນຈຽງ ຂອງປະເທດຈີນ ເມື່ອວັນທີ 23 ເມສາ 2021. ອູຣໍາ​ຈີ ເບີ 3, ແມ່ນສູນກັກຂັງທີ່ໃຫຍ່ທີ່ສຸດ ຂອງປະເທດຈີນ ເຊິ່ງມີຫ້ອງສໍາລັບນັກໂທດຢ່າງນ້ອຍ 10,000 ຄົນ.

ຫົວ​ໜ້າ​ດ້ານສິດທິມະນຸດຂອງອົງການສະປະຊາຊາດກ່າວວ່າ ທ່ານນາງຈະເດີນ ທາງໄປຢ້ຽມຢາມປະເທດຈີນ ເຊິ່ງລວມມີແຂວງ ຊິນຈຽງ ໃນເດືອນພຶດສະພາທີ່ຈະມາເຖິງນີ້.

ທ່ານນາງ ມິເຊລ ບາເຊີເລັດທ໌ (Michelle Bachelet), ໄດ້ບອກກັບສະພາສິດທິມະນຸດແຫ່ງອົງການສະຫະປະຊາຊາດ ໃນມື້ວັນອັງຄານວານນີ້ວ່າ ການເດີນທາງທີ່ໄດ້​ມີ​ການຫຼ້າຊ້າ​ມາເປັນເວລາດົນນານ​ແລ້ວນັ້ນ ອາດຈະເກີດຂຶ້ນໄດ້.

ທ່ານນາງກ່າວວ່າ “ຂ້າພະເຈົ້າມີຄວາມຍິນດີທີ່ຈະປະກາດວ່າ ນະເວລານີ້ ພວກເຮົາໄດ້ບັນລຸຂໍ້ຕົກລົງ ໃນການເດີນທາງໄປຢ້ຽມຢາມກັບລັດຖະບານຈີນແລ້ວ.”

ປະເທດຕາເວັນຕົກຫຼາຍໆປະເທດ ໄດ້ກ່າວ​ຫາປະເທດຈີນ ໃນການຂ້າລ້າງເຊື້ອ​ຊາດເຜົ່າພັນຊາວວີເກີ ຢູ່ໃນແຂວງຊິນຈຽງ ປະມານ 1 ລ້ານຄົນ. ກຸ່ມ​ປົກ​ປ້ອງ ສິດທິມະນຸດ ໄດ້ກ່າວຫາລັດຖະບານປັກກິ່ງວ່າ ດໍາເນີນສູນກັກຂັງ, ບັງຄັບໃຊ້ແຮງງານ ແລະບັງຄັບໃຫ້ພວກເຂົາເຈົ້າເຮັດໝັນ.

ຈີນ ໄດ້ປະຕິເສດຕໍ່ຂໍ້ກ່າວຫາເຫຼົ່ານັ້ນ ໂດຍກ່າວວ່າ ສູນ​ສຳ​ມະ​ນາ​ຊາວວີເກີ ດັ່ງກ່າວ ແມ່ນມີໄວ້ສໍາລັບປາບ​ປາມພວກຫົວຮຸນແຮງ​ຈັດພາຍໃນກຸ່ມມຸສລິມ​ດັ່ງ​ກ່າວ.

ແຟ້ມຮູບ-ປະຊາຊົນຜູ້ທີ່ອາໄສຢູ່ໃນຂົງເຂດນັ້ນ ຍ່າງຜ່ານປ້າຍການໂຄສະນາຊວນເຊື່ອຂອງລັດຖະບານ, ເຊິ່ງມີບາງສ່ວນອ່ານວ່າ “ຄຸນຄ່າຕ່າງໆ ແມ່ນພື້ນຖານຂອງສັງຄົມນິຍົມ,” ໃນເມືອງ ໂຮຕັນ (Hotan) ຢູ່ທາງທິດຕາເວັນຕົກສຽງເໜືອຂອງຈີນ ຂົງເຂດປົກຄອງຕົນເອງຊີນຈຽງ ຂອງຊາວມຸສລິມ ວີເກີ, ວັນທີ 22 ມີນາ 2021.

ຈີນໄດ້ກ່າວມາດົນແລ້ວວ່າ ຍິນດີຕ້ອນຮັບການມາຢ້ຽມຢາມຂອງທ່ານນາງ ບາເ​ຊີເລັດທ໌, ແຕ່ເບິ່ງຄືວ່າ ຂັດຂວາງຕໍ່ຄວາມຕ້ອງການຂອງທ່ານນາງໃນ “ການເຂົ້າເຖິງທີ່ມີຄວາມໝາຍ ແລະເປັນອິດສະຫຼະ.”

ທ່ານນາງ ບາເຊີເລັດທ໌ ກ່າວຕໍ່ສະພາ ໃນວັນອັງຄານວານນີ້ວ່າ ຄະນະປະ​ຕິ​ບັດ​ງານ​ລ່ວງ​ໜ້າ ຈາກ OHCHR ຈະເດີນທາງໄປປະເທດຈີນໃນເດືອນໜ້ານີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG