ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ປະນາມການລະເມີດ ສິດທິມະນຸດ ໃນມຽນມາ ກັບ ເກົາຫລີເໜືອ.


ພວກປະທ້ວງການເລືອກຕັ້ງໃນມຽນມາ ຢູ່ນອກສວນສາທາລະນະແຫ່ງນຶ່ງ ທີ່ເມືອງແມ່ສອດ ໃນເຂດຊາຍແດນຂອງໄທ, ວັນທີ 7 ພະຈິກ 2010.
ພວກປະທ້ວງການເລືອກຕັ້ງໃນມຽນມາ ຢູ່ນອກສວນສາທາລະນະແຫ່ງນຶ່ງ ທີ່ເມືອງແມ່ສອດ ໃນເຂດຊາຍແດນຂອງໄທ, ວັນທີ 7 ພະຈິກ 2010.

ຄະນະ​ກໍາ​ມະ​ການ​ຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ທີ່​ຮັບ​ມືກັບ​ບັນຫາ​ຕ່າງໆ​ດ້ານ​ສິດທິ​ມະນຸດ ​ໄດ້​ຮັບ​ຜ່ານ ມະຕິ​ຫລາຍສະບັບ​ແຍກ​ກັນເມື່ອ​ວັນ​ພະຫັດ​ ທີ 18 ພະ​ຈິກຜ່ານ​ມາ​ນີ້ ທີ່​ປະນາມ​ການ​ລະ​ເມີດ​ສິດທິ​ມະນຸດ​ຢ່າງແຜ່​ຫລາຍ ​ຢູ່​ໃນ​ເກົາຫລີ​ເໜືອ ​ແລະ​ມຽນມາ ໃນ​ເວລາ​ນີ້.

ຄະນະ​ກໍາມະການ​ທີ່ສາມ​ຂອງ​ສະມັດຊາ​ໃຫຍ່​ ອົງການ​
ສະຫະປະຊາ​ຊາດ ທີ່​ປະຕິບັດ​ງານ​ກ່ຽວ​ກັບບັນຫາ​ຕ່າງໆ
ດ້ານ​ສັງຄົມ ມະນຸດສະ​ທໍາ ​ແລະ​ສິດທິມະນຸດ ​ໄດ້​ຮັບ​ຜ່ານ
ມະຕິ​ດັ່ງກ່າວດ້ວຍ​ຄະ​ແນນ​ສຽງ​ສະໜັບສະໜຸນ​ຢ່າງກວ້າງ
ຂວາງ​ ປະນາມ​ການ​ຝ່າຝືນ​ສິດທິ​ມະ​ໃນ​ມຽນມາ ​ແລະ ເກົາຫລີ​ເໜືອ​.

ມະຕິ​ທີ່​ກ່ຽວ​ກັບ​ປະ​ເທດມຽນມາ ຫລື​ທີ່ເອີ້ນກັນ​ໃນເມື່ອ​ກ່ອນ​
ວ່າ ພະມ້ານັ້ນ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການ​ປ່ອຍ​ຕົວ​ຜູ້​
ນໍາ​ຝ່າຍ​ນິຍົມ​ປະຊາທິປະ​ໄຕ ທ່ານ​ນາງ​ອອງຊານ​ຊູ​ຈີ ​ແລະ
ຮຽກຮ້ອງ​ໃຫ້​ປ່ອຍຕົວ​ພວກ​ນັກ​ໂທດ​ຈິດສໍານຶກ ​ຄົນ​ອື່ນໆ
ອີກ 2,100 ຄົນ ທີ່​ຍັງ​ຖືກຈໍາ​ຄຸກ​ຢູ່​ໃນ​ມຽນມາ​ນັ້ນ ໂດຍ​ບໍ່
ໃຫ້​ມີ​ ການ​ຊັກ​ຊ້າ​ ຫລືວາງເງື່ອນ​ໄຂ​ລ່ວງ​ໜ້າໃດໆ.

ແຕ່​ມະຕິ​ໄດ້ໃຫ້ຂໍ້​ສັງ​ເກດ​ດ້ວຍ​ຄວາມ​ເສຍ​ໃຈ​ ທີ່​ວ່າການ​
ເລືອກ​ຕັ້ງຄັ້ງ​ວັນ​ທີ່ 7 ພະຈິກ​ຜ່ານ​ມາ​ນີ້ ຊຶ່ງເປັນ​ການ​ເລືອກ​
ຕັ້ງ​ທົ່ວ​ປະ​ເທດ​ເທື່ອ​ທໍາ​ອິດ​ໃນຮອບ 20 ປີ​ນັ້ນ ​ເປັນ​ການ
ເລືອກ​ຕັ້ງ​ທີ່​ບໍ່​ຍຸຕິ​ທໍາ ​ບໍ່ເສລີ ບໍ່ມີ​ຄວາມໂປ່​ງ​ໃສ ​ຫລືບໍ່ລວມ​ເອົາ​ທຸກ​ພັກ​ຝ່າຍ. ມະຕິໄດ້ໄລ່​
ອອກ​ມາ​ຢ່າງລະອຽດ​ ລາຍ​ການ​ຝ່າຝືນ​ສິດທິມະນຸດ​ອັນ​ຍາວຢຽດຂອງ​ມຽນມາ ​ຊຶ່ງໂຮມທັງ
ການ​ກັກ​ຂັງ​ຈໍາ​ຄຸກ​ຕາມ​ອໍາ​ເພີ​ໃຈ ການ​ບັງຄັບ​ໃຫ້ຫາຍສາບ​ສູນ​ໄປ​ ການຂົ່ມຂືນ​ຊໍາ​ເລົາ ການ​
ທໍລະມານ ການ​ກະທໍາ​ຮຸນແຮງ​ຕໍ່​ບັນດາ​ຊົນ​ເຜົ່ານ້ອຍ​ທັງຫລາຍ ບັງຄັບ​ໃຫ້​ຍົກຍ້າຍຈາກ​ຖິ່ນ
ຢູ່​ອ​າ​ໃສ ​ແລະການເກນ​ເອົາ​ເດັກນ້ອຍໄປ​ເປັນທະຫານ ​ເປັນ​ຕົ້ນ.

ຄະນກໍາມະການເລືອກຕັ້ງ ພາກັນນັບ ບັດເລືອກຕັ້ງ ຢູ່ບ່ອນປອນບັດແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ, ວັນທີ 7 ພະຈິກ.
ຄະນກໍາມະການເລືອກຕັ້ງ ພາກັນນັບ ບັດເລືອກຕັ້ງ ຢູ່ບ່ອນປອນບັດແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ, ວັນທີ 7 ພະຈິກ.

ທ່ານ ທັນ ສ​ເວ່ ​ເອກ​ອັກຄະ​ລັດຖະທູດ​ມຽນ
ມາ​ປະ​ຈໍາ​ອົງການ​ສະຫະ​ປະຊາຊາດ ​ບອກ​
ຄະນະ​ກໍາມະການ​ດັ່ງກ່າວວ່າ ມະຕິ​ທີ່​ວ່ານີ້
ແມ່ນຂາດ​ຕົກບົກຜ່ອງຢ່າງ​ຮ້າຍ​ແຮງ ​ແລະ
ບໍ່​ສົມ​ດຸນ​ທີ່​ສຸດ ​ແລະ​ວ່າ ຫລັກ​ຖານ​ຕ່າງໆ
ນັ້ນ​ແມ່ນ​ໄດ້​ມາ​ຈາກການ​ກ່າວ​ຂານ​ກັນ​ຊື່ໆ
ແລະ​ເປັນ​ການ​ກ່າວ​ຫາ​ຂອງ​ກຸ່ມ​ຄັດຄ້ານ​ນັ້ນ ​ເອງ ຊຶ່ງ ທ່ານ ທັນ ສ​ເວ ກ່າວ​ຕໍ່​ໄປ​ອີກ​ວ່າ:

“ເປັນ​ທີ່​ແລ​ເຫັນ​ໄດ້​ວ່າ ເຈດ​ຕະນາ​ການ​ແທ້​ໆ​ຂອງ​ມະຕິ​ທີ່​ວ່ານີ້​ ແມ່ນ​ເພື່ອ​ສ້າງ​ຄວາມ​ກົດ​ດັນ​ທາງ​ການ​ເມືອງ​ຕໍ່​ມຽນມາ ພາຍ​ໃຕ້​ຂໍ້​ອ້າງ​ຂອງສິດທິ​ມະນຸດ”

ມະຕິ​ດັ່ງກ່າວ​ນີ້​ ໄດ້​ຖືກ​ຮັບ​ຜ່ານດ້ວຍ​ຄະ​ແນນ​ສຽງເຫັນ​ພ້ອມ​ນໍາ 96 ສຽງ​ ບໍ່​ເຫັນ​ພ້ອມ 28 ສຽງ ​ແລະ ບໍ່​ອອກ​ສຽງ 60 ສຽງ. ​ປະ​ເທດ​ຈີນ​ ແລະ​ຣັດ​ເຊຍ ​ອອກສຽງບໍ່​ເຫັນ​ພ້ອມນໍາ ​ໂດ​ຍກ່າວ​ວ່າມະຕິນີ້​ອາດ​ສົ່ງ​ຂໍ້ຄວາມ​ທີ່​ຜິດພາດໄປ​ຍັງພວກ​ເຈົ້າໜ້າ​ທີ່​ມຽນມາ​ໄດ້ ຫລັງ​ຈາກ​ການ​ເລືອກ​ຕັ້ງ ​ແລະ​ການ​ປ່ອຍ​ໂຕ ທ່ານ​ນາງ​ອອງຊານ​ຊູ​ຈີແລ້ວນັ້ນ.

ນອກ​ນີ້​ແລ້ວ ປະວັດ​ດ້ານ​ສິດທິ​ມະນຸດ​ຂອງ​ເກົາຫລີ​ເໜືອກໍໄດ້ຖືກ​ຕໍາ​ໜິຕິຕຽນ​ຢ່າງ​ຮຸນ​ແຮງ​
ເຊ່ນ​ກັນ. ມະຕິ​ກ່ຽວ​ກັບ​ເກົາຫລີ​ເໜືອ ທີ່ຖືກຮັບຮອງ​ເອົາ ດ້ວຍ 103 ສຽງ​ເຫັນ​ພ້ອມ 18
ສຽງ​ບໍ່​ເຫັນພ້ອມ ​ແລະ 60 ສຽງ​ສະລະ​ສິດນັ້ນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າ​ງໜັກ ນໍາ​
ລາຍ​ງານ​ຕ່າງໆ​ທີ່​ເວົ້າ​ວ່າ ມີການ​ຝ່າຝືນ​ສິດທິ​ມະນຸດ​ທີ່​ກໍາລັງ​ເກີດ​ຂຶ້ນຢ່າງກວ້າງຂວາງໂຮມ​
ທັງ​ການ​ທໍລະມານ ການ​ປະຫານ​ຊີວິດ​ໃນ​ທີ່ສາ​ທາ​ລະນະ ການ​ລົງ​ໂທດ​ລວມ ການ​ບັງຄັບ​
ໃຊ້​ແຮງ​ງານ ມີ​ຄຸກຄຸມ​ຂັງ​ຈໍານວນ​ຫລວງຫລາຍ ​ແລະການຂາດຂະບວນການຍຸຕິທໍາ ແລະ
ຕົວບົດກົດໝາຍ. ​ແລະຄະນະກໍາມະການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ພຽງຢາງ ຈົ່ງຍຸຕິການລະ
ເມີດ​ສິດທິ​ຂອງພວກແມ່ຍິງ ໂຮມທັງການບັງຄັບລັກລອບ​ເອົາພວກແມ່ຍິງໄປເປັນໂສເພນີ
ບັງຄັບໃຫ້ແທ້ງລູກ ແລະການກໍ່ຄວາມຮຸນແຮງ ​ໂດຍ​ອິງ​ໃສ່ເພດນັ້ນ.

ນອກນີ້ແລ້ວ ພວກຄະນະກໍາມະການ ຍັງຕໍາໜິຕິຕຽນເກົາຫລີເໜືອ ທີ່ຍັງສືບຕໍ່ປະຕິເສດ
ບໍ່ໃຫ້ຄວາມຮ່ວມມືກັບ ຜູ້ຊ່ຽວຊານດ້ານສິດທິມະນຸດອິດສະ ຫລະຂອງອົງການສະຫະປະ
ຊາຊາດ ຫລືທີ່​ເອີ້ນ​ກັນ​ວ່າຜູ້ຂຽນບົດລາຍງານພິເສດນັ້ນ.

ທ່ານ Pak Tok Hun ຮອງເອກອັກຄະລັດຖະທູດເກົາຫລີເໜືອປະຈໍາອົງການສະຫະປະ
ຊາຊາດ ບໍ່​ໃຫ້​ຄວາມ​ສໍາຄັນ​ແກ່​ມະຕິ​ນີ້ ໂດຍກ່າວວ່າ:

“ຄະນະຜູ້​ແທນຂອງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ເກົາຫລີ ຫລື
DPRK ກໍ​ຄືເກົາຫລີເໜືອ ​ແມ່ນປະຕິ​ເສດ​ຢ່າງ​ເດັດຂາດ ຕໍ່ຮ່າງຍັດຕິທີ່ນໍາ
ສະເໜີ ໂດຍສະຫະພາບຢຸໂຣບ ແລະຍີ່ປຸ່ນ ນັ້ນ ​ໃນ​ຖານະ​ທີ່​ມັນເປັນຜົນຂອງ
ການວາງ​ແ​ຜນທາງການເມືອງ ຂອງສະຫະລັດແລະພວກ​ສະໜັບສະໜູນ​
ສະຫະລັດ ແລະເປັນເອກະສານ ຜິດກົດໝາຍທີ່ລ່ວງລໍ້າອະທິປະໄຕຂອງ ເກົາຫລີເໜືອ.”

ພ້ອມ​ດຽວ​ກັນ​ນີ້ ຄະນະກໍາມະການທີ​ສາມ​ຂອງ​ສະມັດຊາ​ໃຫຍ່ ຍັງໄດ້ອອກມະຕິປະນາມ
ການຝ່າຝືນສິດທິມະ ນຸດໃນອິຣ່ານນັ້ນ ນໍາອີກ.

ຫລາຍໆປະເທດ ​ໃນ​ບັນດາ​ພວກ​ປະ​ເທດທີ່ອອກສຽງຄັດຄ້ານຫລືສະລະສິດ ໃນລະຫວ່າງ
ການອອກສຽງກ່ຽວ​ກັບ​ມະຕິສາມສະບັບ​ນີ້ ກ່າວວ່າ ພວກເຂົາເຈົ້າມີ​ຄວາມຮູ້ສຶກວ່າ ສະພາ​
ວ່າ​ດ້ວຍສິດທິມະນຸດ ໃນນະຄອນເຈນີວານັ້ນ ເປັນສະຖານທີ່ເໜາະສົມສໍາລັບບັນຫາເຫລົ່ານີ້
ຫລາຍ​ກ່ວາ. ນອກນີ້ແລ້ວ ພວກເຂົາເຈົ້າຍັງຄັດຄ້ານຕໍ່ອັນທີ່ພວກເຂົາເຈົ້າເອີ້ນວ່າ “ການ​ແນ
ເປົ້າໝາຍ” ​ໃສ່ປະເທດໃດນຶ່ງ​ໂດຍ​ສະ​ເພາະ ​ເພື່ອຕໍາໜິຕິຕຽນປະວັດດ້ານສິດທິມະນຸດຂອງ ພວກເຂົາເຈົ້ານັ້ນ.

ບັດນີ້ ມະຕິ​ເຫລົ່າ​ນີ້​ຂອງຄະນະກໍາມະການທີ​ສາມ ຈະຕ້ອງ​ໄປຜ່ານກອງ ປະຊຸມຄົບ​ຄະນະ
ຂອງສະມັດຊາໃຫຍ່ສະຫະ​ປະຊາ​ຊາດ ບ່ອນທີ່​ເກືອບ​ເປັນ​ທີ່​ແນ່ນອນ​ແລ້ວວ່າ ຈະ​ຕ້ອງ​ໄດ້​ ຮັບ​ການ​ຮັບຮອງ​ເອົາ​ນັ້ນ.

XS
SM
MD
LG