ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດມີຄວາມ "ຕົກໃຈທີ່ສຸດ" ຕໍ່ລາຍງານ ກ່ຽວກັບ ການສັງຫານໝູ່ຂອງພົນລະເຮືອນຢູ່ໃນ ມຽນມາ


ໃນຮູບພາບທີ່ຖືກເຜີຍແຜ່ໂດຍ ກອງກໍາລັງປ້ອງກັນຊາກກະຫຼ່ຽງ ຫຼື KNDF, ຄັວນ ແລະແປວໄຟທັ່ງອອກມາຈາກຍານພະຫະນະໃນເຂດເມືອງ ພຣູໂຊ, ລັດ ຄາຍະ, ປະເທດມຽນມາ, ວັນທີ 24 ທັນວາ 2021.
ໃນຮູບພາບທີ່ຖືກເຜີຍແຜ່ໂດຍ ກອງກໍາລັງປ້ອງກັນຊາກກະຫຼ່ຽງ ຫຼື KNDF, ຄັວນ ແລະແປວໄຟທັ່ງອອກມາຈາກຍານພະຫະນະໃນເຂດເມືອງ ພຣູໂຊ, ລັດ ຄາຍະ, ປະເທດມຽນມາ, ວັນທີ 24 ທັນວາ 2021.

ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານຮູ້ສຶກ “ຕົກໃຈທີ່ສຸດ” ກ່ຽວກັບ ການລາຍງານທີ່ໜ້າເຊື່ອຖືໄດ້ວ່າ ມີພົນລະເຮືອນຢ່າງນ້ອຍ 30 ຄົນໄດ້ຖືກສັງຫານ ແລະສົບຂອງພວກເຂົາເຈົ້າໄດ້ຖືກເຜົາຢູ່ໃນ ມຽນມາ, ເຊິ່ງທາງອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ລັດຖະບານເລີ້ມຕົ້ນປະຕິບັດການສືບສວນສອບສວນ.

ພະນັກງານສອງຄົນຂອງກຸ່ມທີ່ບໍ່ຫວັງຜົນກໍາໄລ Save the Children ຍັງຄົງຫາຍສາບສູນ ຫຼັງຈາກທີ່ຍານພາຫະນະຂອງພວກເຂົາເຈົ້າເປັນນຶ່ງໃນຫຼາຍຄັນທີ່ໄດ້ຖືກໂຈມຕີ ແລະເຜົາໃນສະຖານທີ່ເກີດເຫດການນັ້ນ ຢູ່ໃນລັດ ກາຍາ (Kaya) ຕາເວັນອອກ.

ກຸ່ມຕິດຕາມກວດສອບ ແລະສື່ມວນຊົນໃນທ້ອງຖິ່ນໄດ້ຖິ້ມໂທດການໂຈມຕີໃສ່ກອງກໍາລັງຂອງລັດຖະບານຜະເດັດການ.

ທ່ານ ມາຣ໌ຕິນ ກຣິຟຟິທສ໌ (Martin Griffiths), ຮອງເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດທາງດ້ານກິດຈະການມະນຸດສະທໍາ ກ່າວຢູ່ໃນຖະແຫຼງການວ່າ “ຂ້າພະເຈົ້າຂໍປະນາມຕໍ່ເຫດການທີ່ໜ້າເສົ້າສະຫຼົດໃຈນີ້ ແລະການໂຈມຕີພົນລະເຮືອນທັງໝົດໃນທົ່ວປະເທດ.”

ທ່ານຮຽກຮ້ອງໃຫ້ມີ “ການສືບສວນສອບສວນຢ່າງລະອຽດ ແລະຈະແຈ້ງ.”

ປະເທດມຽນມາ ໄດ້ຢູ່ໃນເຫດການທີ່ສັບສົນວຸ້ນວາຍມາຕັ້ງແຕ່ການກໍ່ລັດຖະປະຫານໃນເດືອນກຸມພາຕົ້ນປີນີ້, ໂດຍມີຜູ້ເສຍຊີວິດເຖິງ 1,300 ຄົນຈາກການຖືກປາບປາມໂດຍກອງກໍາລັງຄວາມໝັ້ນຄົງ, ອີງຕາມລາຍງານຂອງຜູ້ຕິດຕາມເຫດການຢູ່ໃນທ້ອງຖິ່ນ.

“ກອງກໍາລັງປ້ອງກັນປະຊາຊົນ” ຫຼື PDF ໄດ້ເກີດຂຶ້ນໃນທົ່ວປະເທດ ເພື່ອຕໍ່ສູ້ກັບລັດຖະບານທະຫານຜະເດັດການ ແລະ ດຶງກອງທັບທະຫານເຂົ້າສູ່ການປະທະກັນຢ່າງນອງເລືອດ ແລະ ການແກ້ແຄ້ນທີ່ບໍ່ສາມາດເຮັດຫຍັງໄດ້.

ໃນມື້ວັນເສົາທີ່ຜ່ານມາ, ຮູບພາບທີ່ປະກົດຢູ່ໃນສື່ສັງຄົມມີວັດຖຸປະສົງເພື່ອໃຫ້ເຫັນລົດບັນທຸກສອງຄັນ ແລະລົດເກັງ ທີ່ຖືກໄຟໄໝ້ຢູ່ເທິງທາງດ່ວນຂອງເຂດເມືອງ ພຣູໂຊ (Hpruso) ໃນລັດ ຄາຢະ (Kayah) ໂດຍຍັງຄົງມີສົບທີ່ຖືກເຜົາໄໝ້ຢູ່ໃນບັນດາຍານພາຫະນະດັ່ງກ່າວ.

ສະມາຊິກຂອງກຸ່ມ PDF ກ່າວວ່າ ບັນດາຜູ້ຕໍ່ສູ້ຂອງພວກເຂົາເຈົ້າໄດ້ພົບເຫັນຍານພາຫະນະດັ່ງກ່າວໃນຕອນເຊົ້າຂອງມື້ວັນເສົາທີ່ຜ່ານມາ ຫຼັງຈາກທີ່ໄດ້ຍິນວ່າພວກທະຫານໄດ້ຢຸດລົດຫຼາຍຄັນໃນເຂດເມືອງ ພຣູໂຊ ລຸນຫຼັງທີ່ມີການປະທະກັນກັບກຸ່ມຕໍ່ຕ້ານຂອງພວກເຂົາເຈົ້າຢູ່ບໍລິເວນໃກ້ຄຽງກັນຂອງມື້ວັນສຸກນັ້ນ.

ຜູ້ທີ່ບໍ່ປະສົງອອກນາມໄດ້ບອກກັບອົງການຂ່າວ AFP ໃນມື້ວັນເສົາທີ່ຜ່ານມາວ່າ “ເມື່ອພວກເຮົາໄປກວດສອບໃນບໍລິເວນທີ່ເກີດເຫດມື້ເຊົ້ານີ້, ພວກເຮົາໄດ້ພົບເຫັນຊາກສົບທີ່ຖືກເຜົາໄໝ້ຢູ່ໃນລົດບັນທຸກສອງຄັນ. ພວກເຮົາພົບເຫັນທັງໝົດ 27 ສົບ.”

ຜູ້ເຫັນເຫດການອີກຄົນນຶ່ງ ທີ່ບໍ່ປະສົງອອກນາມເຊັ່ນກັນກ່າວວ່າ “ພວກເຮົາໄດ້ພົບ 27 ກະໂຫຼກ,” ແລະກ່າວອີກວ່າ ຍັງມີສົບທີ່ນັບບໍ່ໄດ້ອີກຈໍານວນຫຼາຍ.

ໜ່ວຍງານ Save the Children ກ່າວໃນວັນເສົາທີ່ຜ່ານມາວ່າ ເຈົ້າໜ້າທີ່ຊາວມຽນມາສອງຄົນຂອງພວກເຂົາເຈົ້າ “ໄດ້ຖືກຈັບ” ຢູ່ໃນບ່ອນເກີດເຫດ ແລະກໍໄດ້ຫາຍສາບສູນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG