ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ສປຊ ຫວັງຈະໄດ້ຮັບ ຜູ້ສັງເກດການ ເພີ້ມຂື້ນ


ທ່ານ Kofi Annan ທູດພິເສດນາໆຊາດ ຮັບຟັງການປະຊຸມຂອງຄະນະກໍາມະການໃນກອງປະຊຸມ ຂອງບັນດາ ລັດຖະມົນຕີ ສັນນິບາດຊາດອາຣັບ ກ່ຽວກັບຊີເຣຍ ທີ່ 17, ເມສາ 2012.

ສຽງ​ລະ​ເບີດຂະໜາດ​ແຮງ ​ໄດ້ສັ່ນ​ສະ​ເທືອນ​ນະຄອນຫລວງ​ຂອງຊີ​ເຣຍ​ໃນ​ວັນ​ສຸກ​
ມື້​ນີ້ ​ໃນ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່ສະ​ຫະປະຊາ​ຊາດລໍຖ້າ​ບັນດາຜູ້​ສັງ​ເກດ​ການ​ໆ​ຢຸດ​ຍິງ​
ໃນ​ຈຳນວນ​ເພີ່ມ​ເຕີມ​ເດີນທາງ​ໄປ​ເຖິງປະ​ເທດດັ່ງກ່າວ

ປະຊາຊົນ​ແລະ​ບັນດາ​ນັກ​ເຄື່ອນໄຫວ ​ລາຍ​ງານ​ວ່າ​ໄດ້ຍິນ​ສຽງລະ​ເບີດ​ແຕກຫຼາຍໆ
ຄັ້ງ​ໃນ​ວັນ​ສຸກມື້ນີ້ ທີ່​ເຂດ​ອຸດສາຫະກໍາ​ໃນ​ກຸງ Damuscus ​ແຕ່​ໃນ​ເວລາ​ນີ້ຍັງ​ບໍ່​ທັນ
ມີ​ລາຍ​ງານກ່ຽວ​ກັບ​ບາດ​ເຈັ​ບລົ້ມ​ຕາຍໃດໆ​ເທື່ອ.

ເລຂາ​ທິການ​ໃຫ່ຍຂອງ​ສະຫະ​ປະຊາ​ຊາດ ທ່ານ Ban Ki-Moon ​ໄດ້​ກ່າວ​ຫາຊີ​ເຣຍ
ວ່າ ບໍ່​ໄດ້​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ໄກ່​ເກ່ຍ​ໂດຍ​ທູດ​ນາໆ​ຊາດພິ​ເສດ ທ່ານ
Kofi Annan ​ໃນ​ຂະນະ​ດຽວກັນ ​ບັນດາ​ນັກ​ເຄື່ອນໄຫວກໍພາກັນ​ໃຈ​ຮ້າຍ ທີ່​ວ່າມັນ
ໃຊ້​ເວລາ​ດົນ​ເກີນໄປ ​ໃນ​ການ​ສົ່ງ​ ຜູ້​ສັງ​ເກດ​ການ​ເຂົ້າໄປ​ໃນ​ຊີ​ເຣຍ​ຕື່ມ​ອີກ.

ປັດ​ຈຸ​ບັນ​ນີ້ ມີ​ຜູ້​ສັງ​ເກ​ດການ​ພຽງໜ້ອຍ​ດຽວ​ທໍ່​ນັ້ນຢູ່ໃນຊີ​ເຣຍ ຊຶ່ງ​ເປັນ​ພາກສ່ວນນຶ່ງ​
ຂອງ​ຄະນະ​ລ່ວງໜ້າ​ ​ໃນ​ການ​ປະຕິບັດ​ງານ​ສັງ​ເກດ​ການ ຂອງສະຫະ​ປະຊາ​ຊາດ.
ໂຄສົກຄະນະ​ປະຕິບັດ​ງານ​ສະຫະ​ປະຊາ​ຊາດ​ທ່ານ Neeraj Singh ກ່າວໃນ​ວັນ​ສຸກ​
ນີ້ວ່າ ບັນດາ​ຜູ້​ສັງ​ເກດ​ການ​ຈໍານວນ​ນຶ່ງ​ກໍາລັງ​ເດີນທາງ​ໄປ​ຍັງ​ຊີ​ເຣຍ.

ທ່ານເວົ້າ​ວ່າ ພວກ​ເຮົາ​ກໍາລັງ​ລໍຖ້າ​ການໄປເຖິງ​ຂອງ​ຜູ້​ສັງ​ເກດ​ການ​ໃນ
ມື້​ນີ້ ​ແລະເວລາ​ໃດ ຂ້າພະ​ເຈົ້າຫາກໄດ້ຮັບ​ການ​ຢືນຢັນ​ກ່ຽວ​ກັບ​ເລື່​ອງນີ້ ຂ້າພະ​ເຈົ້າ​ຈະ
ສາມາດບອກ​ໃຫ້​ທ່ານ​ໄດ້​ຊາບ. ​ເຮົາ​ມີ​ຈໍານວນ​ທັງ​ໝົດ​ສິບ​ຫ້າ​ຄົນ​ໃນ​ຂະນະ​ນີ້. ຂ້າພະ​
ເຈົ້າ​ພຽງ​ແຕ່​ລໍຖ້າຄຳ​ຢືນຢັນ​ກ່ຽວ​ກັບ​ຈຳນວນ ທີ່​ສົ່ງ​ໄປ​ຕື່ມ ​ແລະ​ຈະ​ບອກ​ໃຫ້​ທ່ານ
ໄດ້​ຊາບ.

ໂຄສົກ​ຂອງ​ທູດ​ພິ​ເສດນາໆ​ຊາດທ່ານ Kofi Annan ກ່າວຕໍ່ອົງການ​ຂ່າວ Reuters
ໃນວັນສຸກນີ້ວ່າ ອີກຈໍານວນ 15 ຄົນຂອງຄະນລ່ວງ ໜ້າ​ຈະ​ໄປເຖິງໃນມື້ວັນຈັນ. ທ່ານ
ຍັງປ້ອງ​ກັນກ່ຽວ​ກັບ​ການ​ໃຊ້​ເວລາໃນ ສົ່ງ​ເຈົ້າໜ້າ​ທີ່​ໄປ​ປະຕິບັດ​ງານ ​ໂດຍ​ເວົ້າວ່າ ຂັ້ນ
ຕອນ​ແມ່ນ​ໄດ້​ດຳ​ເນີນ ​ໄປ “ເປັນທີ່ວອງໄວຢ່າງໜ້າສັນລະເສີນ.”

ສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ໄດ້ອະນຸມັດ​ຕໍ່ແຜນການ​ທີ່ ຈະສົ່ງຜູ້ສັງເກດ
ການທັງ​ໝົດຈໍານວນ 300 ຄົນໄປຍັງດຊີເຣຍ.

XS
SM
MD
LG