ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປ​ຊ ຫວັງ​ວ່າ ​ກອງ​ປະ​ຊຸມ​ ໃນ​ເດືອນ​ເມ​ສາ ຈະ​ປ້ອງ​ກັນ ​ບໍ່​ໃຫ້​ເກີດ​ສົງ​ຄາມ​ ຢູ່ໃນ​ລີ​ເບຍ


ທູດ​ພິ​ເສດສະ​ຫະ​ປະ​ຊາ​ຊາດ ສຳ​ລັບ​ລີ​ເຍບ ​ທ່ານ​ກາ​ສ​ຊານ ສາລາ​ມີ ກ່າວ​ຢູ່​ຫ້ອງ​ການ​ໃຫຍ່​ ສະ​ຫະ​ປະ​ຊາ​ຊາດ ທີ່ນະ​ຄອນຕ​ຣີ​ໂປ​ລີ ວັນ​ທີ 20 ມີ​ນາ 2019.
ທູດ​ພິ​ເສດສະ​ຫະ​ປະ​ຊາ​ຊາດ ສຳ​ລັບ​ລີ​ເຍບ ​ທ່ານ​ກາ​ສ​ຊານ ສາລາ​ມີ ກ່າວ​ຢູ່​ຫ້ອງ​ການ​ໃຫຍ່​ ສະ​ຫະ​ປະ​ຊາ​ຊາດ ທີ່ນະ​ຄອນຕ​ຣີ​ໂປ​ລີ ວັນ​ທີ 20 ມີ​ນາ 2019.

ສະ​ຫະ​ປະ​ຊາ​ຊາດ​ຈະ​ເປັນ​ຜູ້​ອຸ​ປະ​ຖຳ​ກອງ​ປະ​ຊຸມ​ ກ່ຽວ​ກັບ​ລີ​ເບຍ​ໃນ​ເດືອນ​ໜ້າ​ນີ້ ທີ່
​ອາດ​ຈະ​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທີ່​ລໍ​ຖ້າ​ມາ​ເປັນ​ເວ​ລາ​ນານ ຢູ່​ໃນ​ປະ​
ເທດ​ທີ່ມີ​ບັນ​ຫາ ແລະ​ການ​ແບ່ງ​ແຍກ​ກັນນັ້ນ.

ທູດ​ພິ​ເສດ​ທ່ານ​ກາ​ສ​ຊານ ສາລາ​ມີ ກ່າວ​ຕໍ່​ສະ​ພາ​ຄວາມໝັ້ນ​ຄົງ ຜ່ານ​ກອງ​ປະ​ຊຸມ​ທາງ
ວີ​ດີ​ໂອ ຈາກ​ນະ​ຄອນຫຼວງ​ຕ​ຣີ​ໂປ​ລີ ໃນ​ວັນ​ພຸດ​ວານ​ນີ້​ວ່າ “ຖ້າ​ຫາກ​ໂອ​ກາດ​ ທີ່​ຈະ​ຈັດ
ກອງ​ປະ​ຊຸມ​ແຫ່ງ​ຊາດ ​ບໍ່​ຖືກ​ຮັບ​ເອົາ ເວ​ລາ​ນັ້ນ​ເຮົາ​ຈະ​ປະ​ເຊີນ​ໜ້າ ​ກັບ​ສອງ​ທາງ
​ເລືອກ​ເທົ່າ​ນັ້ນ ການ​ແກ່​ຍາວ​ສະ​ພາບ​ການ​ບໍ່​ໄປ​ບໍ່​ມາ ຫຼືຂັດ​ແຍ້ງ.”

ທ່ານ​ກ່າວ​ວ່າ​ ກອງ​ປະ​ຊຸມ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ເມ​ສາ ຈົນ​ເຖິງວັນ​ທີ 16 ໃນ​ເມືອງ
​ກາ​ດາມ​ສ໌ ​ແມ່ນເປັນ​ໂອ​ກາດ “ກ້າວ​ຄືນ​ຫຼັງ​ຈາກ​ຂອບ​ເຫວ​ດັ່ງ​ກ່າວ.”

ບັນ​ດາ​ຜູ້​ນຳ​ຂອງ​ສອງ​ລັດ​ຖະ​ບານທີ່​ເປັນ​ຄູ່​ປໍ​ລະ​ປັກ ໄດ້​ເຫັນ​ພ້ອມ ​ທີ່​ຈະກະ​ກຽມ ໃຫ້​
ມີ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ແລະ​ຍັງ​ຈະ​ຫາ​ລື​ກ່ຽວ​ກັບ​ຄວາມເປັນ​ໄປ​ໄດ້​ຕໍ່​ຂໍ້​ຕົກ​ລົງການ
ຄອງ​ອຳ​ນາດ​ຮ່ວມ​ກັນ.

ແຕ່​ການ​ເພີ້ມ​ຄວາມ​ຮຸນ​ແຮງ​ຫວ່າງ​ມໍ່ໆ​ມາ​ນີ້ ແລະ​ການ​ຂົ່ມ​ຂູ່​ທີ່​ເກີດ​ບັນ​ຫາ​ຂັດ​ແຍ້ງ​
ທາງ​ທະ​ຫານ​ຢ່າງ​ເຕັມ​ທີ່ ໄດ້​ເຮັດ​ໃຫ້ມີ​ການຈຳ​ກັດ​ຕໍ່ຄວາມ​ຫວັງ​ດີ​ໃດໆ ທີ່​ອາດ​ເປັນ
​ໄປ​ໄດ້.

ທ່ານ​ສາ​ລາ​ມີ​ ໄດ້​ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ວ່າ ສະ​ພາບ​ການ​ມະ​ນຸດ​ສະ​ທຳ ແລະ​
ໂຄງ​ຮ່າງ​ຢູ່ໃນລີ​ເບຍກຳ​ລັງ​ຊຸດ​ໂຊມ​ລົງ “ຢ່າງ​ໜ້າ​ວິ​ຕົກ” ແລະ​ຜະ​ລິດ​ຕະ​ພັນ​ນ້ຳ​ຢູ່​ໃນ
​ປະ​ເທດ​ທະ​ເລ​ຊາຍ​ທີ່ກວ້າງ​ໃຫຍ່​ດັ່ງ​ກ່າວ “ໂດຍ​ສະ​ເພາະ​ຢູ່​ໃນ​ຄວາມບອບ​ບາງ.”

ອ່ານ​ຂ່າວ​ນີ້​ເພິ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG