ສະຫະປະຊາຊາດ ກໍາລັງກ່າວປ້ອງກັນ ຕໍ່ການກ່າວອ້າງທີ່ວ່າ
ກຳລັງຮັກສາສັນຕິພາບຂອງຕົນ ເປັນຜູ້ຮັບຜິດຊອບກ່ຽວກັບ
ການລະບາດຂອງໂຣກອະຫິວາ ໃນ Haiti ທີ່ເຮັດໃຫ້ມີຜູ້ເສຍ
ຊີວິດ ປະມານ 8,000 ຄົນ ແລະລົ້ມປ່ວຍຫລາຍກວ່າ
650,000 ຄົນໃນປີ 2010 ລຸນຫລັງທີ່ໄດ້ເກີດແຜ່ນດິນໄຫວ
ທີ່ສ້າງຄວາມ ເສຍຫາຍຮ້າຍແຮງ.
ສະຖາບັນຍຸຕິທໍາ ແລະປະຊາທິປະໄຕ ທີ່ມີຫ້ອງການຕັ້ງຢູ່ນະ
ຄອນ Boston ໄດ້ປະກາດໃນວັນພຸດມື້ນີ້ວ່າ ຕົນຈະຍື່ນໜັງ
ສືຟ້ອງຮ້ອງກ່າວຫາວ່າ ພະຍາດດັ່ງ ກ່າວນີ້ ໄດ້ຖືກນໍາເຂົ້າ
ໄປໃນເຮຕີ ໂດຍກຳລັງຮັກສາສັນຕິພາບ ຈາກເນປານ ແລະ
ໄດ້ຮ້ອງຂໍໃຫ້ຈ່າຍເງິນຊົດເຊີຍສຳລັບພວກເຄາະຮ້າຍທີ່ເປັນ
ພະຍາດນີ້.
ອົງການສະຫະປະຊາຊາດ ກ່າວວ່າ ຕົນບໍ່ຍອມຮັບວ່າຕົນເປັນຜູ້ຮັບຜິດຊອບກ່ຽວກັບການລະບາດຂອງໂຣກອະຫິວາ. ນອກນັ້ນສະຫະປະຊາຊາດຍັງເວົ້າວ່າ ຕົນມີສິດພິເສດທາງດ້ານການທູດ ທີ່ຈະບໍ່ຖືກຟ້ອງຮ້ອງກ່ຽວກັບຄວາມປະໝາດ ຫລືເລີ້ນເລີ້ທາງດ້ານກົດໝາຍໃດໆ.
ຜ່ານມາ ສະຫະປະຊາຊາດ ໄດ້ກ່າວວ່າ ຕົນບໍ່ຮັບເອົາການການກ່າວອ້າງກ່ຽວ ກັບການຈ່າຍເງິນຊົດເຊີຍໃດໆໃນການລະບາດຂອງໂຣກອະຫິວາ ເຖິງແມ່ນວ່າຫົວໜ້າສິດທິ
ມະນຸດຂອງອົງການສະຫະປະຊາຊາດ ທ່ານ Navi Pillay ໄດ້ສະເໜີໃນວັນອັງຄານວານນີ້ວ່າພວກເຄາະຮ້າຍມີສິດທີ່ຈະໄດ້ຮັບເງິນຊົດເຊີຍ. ທ່ານ ນາງ ບໍ່ໄດ້ກ່າວເຈາະຈົງວ່າ ແມ່ນໃຜສົມຄວນຈະເປັນຜູ້ຈ່າຍເງິນດັ່ງກ່າວ.