ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະນັກງານແພດ ສະຫະປະຊາຊາດ ເສຍຊີວິດ ຍ້ອນອີໂບລາ​


ພະນັກງານການແພດຂອງອົງການສະຫະປະຊາຊາດ ຜູ້ທີ່ຕິດ
ເຊື້ອໄວຣັສ ອີໂບລາ ​ໃນຂະນະທີ່ເຮັດວຽກ ຢູ່ທີ່ Liberia ເສຍ
ຊີວິດແລ້ວ ຢູ່ໂຮງພະຍາບານ​ ໃນເຢຍຣະມັນ.

ໂຮງພະຍາບານ St. Georg ທີ່ເມືອງ Leipzig ກ່າວໃນວັນ
ອັງຄານມື້ນີ້ວ່າ ຜູ້ປ່ວຍໄວ 56 ປີ ໄດ້ເສຍຊີວິດເມື່ອຄ່ຳວານນີ້ ເຖິງແມ່ນໄດ້ຮັບການປິ່ນປົວຮັກສາຢ່າງ​ຂຸ້ນຂ້ຽວ ​ກໍຕາມ.

ສະຖິຕິຂອງກໍລະນີໂຣກອີໂບລາໃນອາຟຣິກາຕາເວັນຕົກ
ສະຖິຕິຂອງກໍລະນີໂຣກອີໂບລາໃນອາຟຣິກາຕາເວັນຕົກ

ໜ່ວຍງານ​ຂອງອົງການສະຫະປະຊາຊາດ ໃນ Liberia ໄດ້ປະ
ກາດໃຫ້​ຮູ້ ໃນອາທິດແລ້ວນີ້ວ່າ ພະນັກງານຂອງຕົນຄົນນີ້ ໄດ້ຖືກ
ກວດພົບວ່າເປັນໂຣກອີໂບລາ ໃນວັນທີ 6 ຕຸລາ ແລະກ່າວວ່າ ໃນ
ຈຳນວນ 41 ຄົນ ທີ່​ອາດ​ໄດ້​ສຳ​ພັດ​ກັບ​ຜູ້ກ່ຽວ​ນັ້ນ ບໍ່ມີຜູ້ໃດ ສະແດງ
ອາການຂອງໂຣກນີ້ ຈັກຄົນ.

Liberia ແມ່ນເປັນປະເທດທີ່ມີ ​ກໍລະນີ​ຕິດ​ເ​ຊື້​ອອີ​ໂບລາ ທີ່ສົງ​ໄສແລະ​ໄດ້​ຮັບ​ການຢືນຢັນ ນັ້ນ​ຫລາຍ​ທີ່​ສຸດ ​ໃນການແຜ່ລະບາດທີ່ຮ້າຍແຮງທີ່ສຸດຂອງໂຣກນີ້ ໂດຍມີຢ່າງນ້ອຍ 4,000 ກໍລະນີ.

Ebola CNPK 1ST UPD
please wait
Embed

No media source currently available

0:00 0:03:12 0:00
ລິງໂດຍກົງ

ອົງການອະນາໄມໂລກ ຫຼື WHO ກ່າວວ່າ ໂຣກດັ່ງກ່າວນີ້ ໄດ້ສັງຫານ ຫຼາຍກວ່າ 2,300 ຜູ້ຄົນໄປແລ້ວໃນປີນີ້ ທີ່Liberia ຊຶ່ງຮວມທັງ ພະນັກງານຮັກສາ​ສຸຂະພາບ 95 ຄົນ.

ສະມາຄົມພະນັກງານຮັກສາສຸຂະພາບຂອງ Liberia ໄດ້ຮຽກຮ້ອງ​ເອົາ​ຄ່າ​ແຮງ​ງານເພີ້​ມ
ສຳ​ຫລັບວຽກ​ອັນຕະລາຍ​ນີ້ ​ເພື່ອ​ຊົດ​ເຊີຍ​ກັບ​ຄວາມ​ສ່ຽງ​ທີ່​ເຂົາ​ເຈົ້າ​ ອາດຖືກເຜີຍແບໃສ່ ໂຣກອີໂບລານີ້ ​ແລະໄດ້ຮຽກຮ້ອງ​ໃຫ້ມີການຢຸດງານປະທ້ວງ ​ແຕ່​ກໍມີລາຍງານວ່າ ບັນດາ
ພະນັກງານຮັກສາສຸຂະພາບນັ້ນ ຍັງ​ພາກັນໄປ​ເຮັດ​ການ​ຢູ່ ໃນວັນຈັນວານນີ້.​

ວີດີໂອ: ລັດຖະບານອັງກິດ ຖືກຕ້ອງຕິວ່າ ບໍ່ມີນະໂຍບາຍທີ່ເດັດຂາດ ກ່ຽວກັບອີໂບລາ:

British Government Criticized Over ‘Indecisive’ Policy on Ebola
please wait

No media source currently available

0:00 0:02:46 0:00

XS
SM
MD
LG