ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເລຂາທິການໃຫຍ່ ສປຊ ຄົນໃໝ່ ຊຸກຍູ້ໃຫ້ ໃຊ້ການທູດ ເພື່ອປ້ອງກັນ ການຂັດແຍ້ງ

ເລຂາທິການໃຫຍ່ ອົງການ ສປຊ ຄົນໃໝ່ ທ່ານ Antonio Guterres ໂອ້ລົມກັບບັນດາພະນັກງານຂອງອົງການ ຢູ່ທີ່ສຳນັກງານໃຫຍ່, ວັນທີ 3 ມັງກອນ 2017.
ເລຂາທິການໃຫຍ່ ອົງການ ສປຊ ຄົນໃໝ່ ທ່ານ Antonio Guterres ໂອ້ລົມກັບບັນດາພະນັກງານຂອງອົງການ ຢູ່ທີ່ສຳນັກງານໃຫຍ່, ວັນທີ 3 ມັງກອນ 2017.

ເລຂາທິການໃຫຍ່ອົງການສະຫະປະຊາຊາດຄົນໃໝ່ ທ່ານ Antonio Guterres ຜູ້ທີ່ໄດ້ກ່າວວ່າ ການປ້ອງກັນບໍ່​ໃຫ້​ເກີດບັນຫາຂັດແຍ້ງ ຈະເປັນບູລິມະສິດ ອັນສູງ ສຸດຂອງທ່ານ ແລະໄດ້ນຳສະເໜີວິໄສທັດ ໃນວັນອັງຄານວານນີ້ ສຳລັບ ວຽກງານ
ຂອງອົງການນີ້ ທີ່ໄດ້ຮັບການປັບປຸງ ຈາກການຮັບມືກັບບັນຫາຂັດແຍ້ງທັງຫຼາຍ ເປັນສ່ວນໃຫຍ່ ກັບຄືນມາ ເປັນການປ້ອງກັນ ບໍ່ໃຫ້ມັນເກີດຂຶ້ນ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ລົງຄະແນນສຽງ ຢ່າງເປັນເອກກະສັນ ຕໍ່ຍັດຕິ ວ່າດ້ວຍການຊ່ອຍເຫຼືອດ້ານມະນຸດສະທຳ ໃນຊີເຣຍ ຢູ່ທີ່ສຳນັກງານໃຫຍ່ ຂອງ ສະຫະປະຊາຊາດ, ວັນທີ 19 ທັນວາ 2016.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ລົງຄະແນນສຽງ ຢ່າງເປັນເອກກະສັນ ຕໍ່ຍັດຕິ ວ່າດ້ວຍການຊ່ອຍເຫຼືອດ້ານມະນຸດສະທຳ ໃນຊີເຣຍ ຢູ່ທີ່ສຳນັກງານໃຫຍ່ ຂອງ ສະຫະປະຊາຊາດ, ວັນທີ 19 ທັນວາ 2016.

ທ່ານ Guterres ໄດ້ກ່າວຕໍ່ຜູ້ຊົມ ທີ່ເຕັມແໜ້ນຫໍປະຊຸມ ຂອງສະພາຄວາມໝັ້ນຄົງ ອັນເປັນການປາກົດໂຕເທື່ອທຳອິດ ນັບຕັ້ງແຕ່ໄດ້ເຂົ້າຮັບໜ້າທີ່ ເມື່ອວັນທີ 1 ມັງກອນ ຜ່ານມາ ວ່າ “ພວກເຮົາຕ້ອງເຮັດໃຫ້ກ້ຳເກີງຄືນໃໝ່ ແນວທາງຂອງພວກເຮົາ ຕໍ່
ສັນຕິພາບ ແລະ ຄວາມໝັ້ນຄົງ.”
ທ່ານກ່າວຕື່ມວ່າ “ຫຼາຍທົດສະຫວັດຜ່ານມານີ້ ການຮັບມືກັບບັນຫາຂັດແຍ້ງ ໄດ້ຄອບງຳອົງການນີ້ ໃນອະນາຄົດ ພວກເຮົາຕ້ອງ ທຳງານຫຼາຍຕື່ມອີກເພື່ອປ້ອງກັນບໍ່ໃຫ້ມີສົງຄາມ ແລະ ໃຫ້ມີສັນຕິພາບທີ່ຍືນຍົງ.”

ພົນລະເມືອງຈຳນວນນຶ່ງ ຮ້ອງໂຮ ຄຳຂວັນ ຕໍ່ຕ້ານປະທານາທິບໍດີ Joseph Kabila ຂອງຄອງໂກ ຂະນະທີ່ ທະຫານຮັກສາສັນຕິພາບ ຂອງ UN ລາດຕະເວນ ໃນຖະໜົນສາຍຕ່າງໆ ໃນນະຄອນຫຼວງ Kinshasa ຂອງສາທາລະນະລັດ ປະຊາທິປະໄຕ ຄອງໂກ, ວັນທີ 20 ທັນວາ 2016.

ອະດີດນາຍົກລັດຖະມົນຕີ ຂອງປອກຕຸຍການ ຜູ້ມີອາຍຸ 67 ປີ ແລະ ເປັນຫົວໜ້າ ຮັກສາການດ້ານອົບພະຍົບ ຂອງອົງການສະຫະປະຊາຊາດ ທ່ານນີ້ ໄດ້ກ່າວວ່າ ໃນຂະນະທີ່ ສາເຫດຕ່າງໆ ທີ່​ພາ​ໃຫ້​ເກີດວິກິດການທັງຫຼາຍນັ້ນ ແມ່ນພົວພັນກັນ ການຮັບມືຂອງອົງການສະຫະປະຊາຊາດ ຍັງແຕກແຍກເປັນສ່ວນຢູ່.

ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ຮັບ​ເອົາ​ວິທີ​ການ​ຮັບ​ມື​ກັບ​ບັນຫາ​ແບບ​ຮ່ວມກັນ ທີ່​ຈະ​ຮວມທັງ
​ແກ້​ໄຂ​ສາ​ເຫດ​ຕົ້ນຕໍ ​ເຊັ່ນ​ປັບປຸງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ເຮັດ​ໃຫ້ ອັດຕາ​ຄົນ​ຫວ່າງ​ງານ​ຕ່ຳລົງ ດ້ວຍ​ການ​ດຳ​ເນີນ​ງານ​ພາຍ​ໃນ​ເພີ້ມຂຶ້ນຂອງ​ອົງ ການ​ສະຫະ​ປະຊາ​ຊາດ ​ເພື່ອ​ເສີມ​ຂະ​ຫຍາ​ຍຄວາມ​ສາມາດໃນ​ການໄກ່​ເກ່ຍ ​ແລະ​ຂັ້ນຕອນ​ການ​ຕັດສິນ​ໃຈ. ນອກ​ນັ້ນ ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ວຽກ​ງານ ຕົ້ນຕໍ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນຫາ
​ຂັດ​ແຍ້​ງ ​ແມ່ນ​ຂຶ້ນຢູ່​ກັບ​ບັນດາ​ປະ​ເທດ ສະມາຊິກ.

ທ່ານ Guterres ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ນຳ​ໃຊ້ ຄວາມ​ພະຍາຍາມ​ທາງດ້ານ​
ການ​ທູດ​ຕື່ມ​ຂຶ້ນ ​ແລະການ​ປ້ອງ​ກັນ​ບໍ່ໃຫ້​ເກີດ​ບັນຫາ​ຂັດ​ແຍ້​ງຕ່າງໆ ຕ້ອງ​ຖື​ວ່າ​ມີ​ຄຸນຄ່າ​
ໃນ​ຕົວ​ມັນ​ເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG