ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິທະຍາສາດ ເວົ້າວ່າ ປາເປັນແຫຼ່ງ ສະໜອງ ທາດໂປຣຕິນຫຼັກ ໃຫ້ແກ່ຄົນ ໃນຍຸກຫີນ ແລະດີຕໍ່ສຸຂະພາບ ເຮົາ


ພະນັກງານປະມູນປາຢູ່ເກາະໂຮໂນລູລູ ຂອງລັດຮາວາຍ ໄປຮັບເອົາປາຈາກເຮືອຫາປາຂອງສະຫະລັດ ຢູ່ເກາະດັ່ງກ່າວ ໃນວັນທີ 23 ມີນາ 2016
ພະນັກງານປະມູນປາຢູ່ເກາະໂຮໂນລູລູ ຂອງລັດຮາວາຍ ໄປຮັບເອົາປາຈາກເຮືອຫາປາຂອງສະຫະລັດ ຢູ່ເກາະດັ່ງກ່າວ ໃນວັນທີ 23 ມີນາ 2016

ສະມາຄົມກ່ຽວກັບຫົວໃຈຂອງອາເມຣິກາແນະນໍາວ່າ ການກິນປາຢ່າງ
ໜ້ອຍສອງຄັ້ງຕໍ່ອາທິດ ແມ່ນເປັນສ່ວນນຶ່ງຂອງການກິນອາຫານທີ່ດີ ສຳ
ລັບສຸຂະພາບຂອງຄົນເຮົາ. ແລະ ບັດນີ້ການຄົ້ນຄວ້າບັ້ນໃໝ່ສະແດງໃຫ້
ເຫັນວ່າ ຄົນໃນສະໄໝກ່ອນອາດຈະຮູ້ຈັກຄຸນປະໂຫຍດຂອງການກິນປາ
ສຳລັບຮ່າງກາຍຂອງເຮົາມາແຕ່ດົນນານແລ້ວ. ທີ່ຈິງແລ້ວ ພວກນັກວິທະ
ຍາສາດປັດຈຸບັນນີ້ ກໍາລັງຮຽນຮູ້ວ່າ ປາເປັນແຫລ່ງສະໜອງທາດໂປຣຕິນ
ຫລັກ ໃຫ້ແກ່ຄົນໃນຍຸກຫີນ ຢູ່ພາກໃຕ້ຂອງເຂດສະແກນດີເນເວຍ ທີ່ຢູ່ເຂດ
ເໜືອຂອງທະວີບຢູໂຣບນັ້ນ ໃນຫລາຍພັນປີກ່ອນໜ້ານີ້. ຈູລີ ທາບໍ, ນັກຂ່າວ
ຂອງວີໂອເອ ມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ຖ້າຫາກທ່ານຢາກຈະເຮັດຕາມການກິນອາຫານແບບດັ້ງເດີມແທ້ໆ ຂອງຊາວ
ເພລຽວ (Payleo) ຊຶ່ງເປັນການກິນອາຫານ ທີ່ອີງໃສ່ສິ່ງທີ່ບັນພະບຸລຸດຂອງ
ພວກເຮົາກິນໃນສະໄໝດຶກດໍາບັນນັ້ນແລ້ວ ອາຫານຂອງທ່ານກໍຄວນເພັ່ງເລັງ
ໃສ່ປາເປັນສ່ວນໃຫຍ່.

ພວກນັກຄົ້ນຄວ້າທັງຫລາຍ ທີ່ມະຫາວິທະຍາໄລລັນ ຄົ້ນພົບວ່າ ນັ້ນຄືສິ່ງທີ່
ຄົນໃນຍຸກຫີນ ໃນດຶກດໍາບັນ ຢູ່ເຂດສະແກນດີເນເວຍກິນແທ້ໆ ໃນ 10 ພັນປີ
ກ່ອນໜ້ານີ້.

ພວກເຂົາເຈົ້າ ໄດ້ມີການຄົ້ນພົບ ໂດຍການເຮັດການວິໄຈທາງເຄມີຕໍ່ກະດູກ
ຂອງຫລາຍກວ່າ 80 ຄົນ ທີ່ຮ່າງກະດູກຂອງພວກເຂົາເຈົ້າເປັນກະດູກທີ່ເກົ່າ
ແກ່ທີ່ສຸດ ທີ່ໄດ້ຖືກຄົ້ນພົບ ຢູ່ໃນເຂດສະແກນດີເນເວຍ.

ທ່ານອາດາມ ໂບດຽສ ນັກວິໄຈດ້ານກະດູກມະຫາວິທະຍາໄລລັນ ກ່າວວ່າ
“ໂດຍພື້ນຖານແລ້ວ ເຮົາເປັນຄືກັນກັບສິ່ງທີ່ເຮົາກິນ. ແລະເພາະສະນັ້ນ ເມື່ອ
ທ່ານສຶກສາເບິ່ງທາດໄອໂຊໂທບ ຫລືທາດໂປຣຕິນທີ່ເປັນອາຫານຫລັກພວກ
ນີ້ເຮົາກໍຈະສາມາດເຫັນຕົວຊີ້ບອກເຖິງສິ່ງທີ່ຄົນກິນ.”

ການສຶກສາຄົ້ນຄວ້າດັ່ງກ່າວ ໄດ້ກວດເບິ່ງຄວາມສໍາຄັນຂອງແຫລ່ງທາດ
ໂປຣຕິນຫລາຍແຫລ່ງຢູ່ໃນການກິນອາຫານຂອງຄົນໃນສາມພັນປີ ນັບແຕ່
ປະມານ 10,500 ປີ ຫາ 7,500 ປີກ່ອນ.

ທ່ານໂບດຽສ ກ່າວອີກວ່າ “ປາ ຂ້ອນຂ້າງວ່າຈະກວາມເອົາປະມານ 50 ຫລື
70 ເປີເຊັນຂອງອາຫານ... ຈາກນັ້ນ ຖ້າຫາກເຮົາເພີ້ມແມວນໍ້າ ແລະປາໂດ
ຟິນ ແລະສັດນໍ້າລ້ຽງລູກດ້ວຍນົມອື່ນໆເຂົ້າໄປອີກ ມັນກໍອາດເວົ້າໄດ້ວ່າ 70
ເປີເຊັນຫາ 100 ເປີເຊັນຂອງອາຫານ ແມ່ນມາຈາກຊັບພະຍາກອນທາງນໍ້າ
ທັງນັ້ນ.”

ຢູ່ໃນນິຄົມແຫ່ງນຶ່ງໃນປະເທດສະວີເດັນ ຫລາຍກວ່າເຄິ່ງນຶ່ງຂອງຈໍານວນ
ທາດໂປຣຕິນ ທີ່ຄົນກິນ ແມ່ນມາຈາກປາ ທີ່ປາກົດວ່າ ໄດ້ຖືກດອງ ເພື່ອໄວ້
ກິນດົນ.

ຂໍ້ມູນໄດ້ສະແດງໃຫ້ຮູ້ ກ່ຽວກັບສິ່ງທີ່ພວກກິນອາຫານຕາມແບບຂອງຊາວ
ເພລຽວ ຮູ້ດີຢູ່ແລ້ວ.... ວ່າຖ້າສູດອາຫານທີ່ອຸດົມສົມບູນໄປດ້ວຍທາດໂປຣ
ຕິນໃຊ້ໄດ້ຜົນດີຕໍ່ຄົນໃນສະໄໝ 10,000 ປີ ກ່ອນໜ້ານີ້ ມັນກໍຍັງສາມາດ
ເປັນສ່ວນນຶ່ງຂອງການເລືອກແບບແຜນດໍາລົງຊີວິດ ທີ່ເຮັດໃຫ້ມີສຸຂະພາບ
ສົມບູນດີ ໃນທຸກວັນນີ້ເຊັ່ນກັນ.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG