ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ເຕືອນວ່າ ການປ່ອຍ ແກັສເຮືອນແກ້ວ ໃນປີກາຍນີ້ ສູງເປັນປະຫວັດການ


ເຄຶ່ອງຈັກໃຫຍ່ ຂຸດຖ່ານຫີນຂະໜາດໃຫຍ່ ທີ່ບໍ່ຖ່ານຫີນ Garzweuker ຢູ່ຕໍ່ໜ້າໂຮງໄຟຟ້າ ທີ່ສົ່ງຄວັນໄຟອອກມາ ຢູ່ເມືອງ Grevenbroich ປະເທດເຢຍຣະມັນ.
ເຄຶ່ອງຈັກໃຫຍ່ ຂຸດຖ່ານຫີນຂະໜາດໃຫຍ່ ທີ່ບໍ່ຖ່ານຫີນ Garzweuker ຢູ່ຕໍ່ໜ້າໂຮງໄຟຟ້າ ທີ່ສົ່ງຄວັນໄຟອອກມາ ຢູ່ເມືອງ Grevenbroich ປະເທດເຢຍຣະມັນ.

ອົງການສະຫະ​ປະຊາຊາດ ກ່າວ​ວ່າ ​ການປ່ອຍແກັ​ສຄາບອນ
ໄດອັອກໄຊ ທີ່ເພີ້ມທະວີຂຶ້ນ ​ໄດ້ເຮັດໃຫ້ປະລິມານຂອງແກັສ
ເຮືອນແກ້ວຢູ່ໃນບັນຍາ​ກາດ​ສູງ​ເປັນ​ປະຫວັດ​ການໃນ​ປີແລ້ວ​
ນີ້.

ຢູ່​ໃນ​ລາຍ​ງານ​ປະ​ຈຳປີຂອງຕົນ ກ່ຽວກັບຄວາມໜ້າແໜ້ນຂອງ
ແກັສເຮືອນແກ້ວທີ່ນຳອອກເຜີຍແຜ່ໃນວັນ​ອັງຄານ​ມື້​ນີ້ອົງ​ການ​
ພະຍາກອນ​ອາກາ​ດຂອງໂລກ ຫຼື WMO ກ່າວ​ວ່າ ​ລະດັບຂອງ​
ແກັ​ສຄາ​ບອນໄດອັອ​ກ​ໄຊ​ ລະຫວ່າງ​ປີ 2012 ​ແລະປີ 2013 ​ແມ່ນເປັນການເພີ້ມຂຶ້ນລະຫວ່າງປີທີ່ຫຼາຍທີ່ສຸດ ​ນັບ​ແຕ່ໄດ້ເລີ້ມ
ມີການຈົດບັນທຶກທີ່​ເຊື່ອ​ຖືໄດ້ ຢູ່ໃນທົ່ວ​ໂລ​ກ ​ເລີ້ມ​ຂື້ນເມື່ອ 30 ​ປີ​ກ່ອນ.

ເປີເຊັນໃນການປ່ອຍແກັສຄາບອນໄດອັອກໄຊສ່ວນໃຫຍ່ແມ່ນໄດ້ຮັບການດູດຊຶມເອົາ
ໂດຍມະຫາສະມຸດຕ່າງໆ.

ຢູ່​ໃນ​ຖະ​ແຫລ​ງການ ​ທີ່ຄັດຕິດມາກັບ​ລາຍ​ງານນັ້ນ ຫົວໜ້າອົງ​ການ​ພະຍາກອນ​ອາກາ​ດ​
ໂລກ ທ່ານ Michel Jarraud ​ໄດ້​ເຕືອນ​ວ່າ “ອະດີດ ປັດຈຸບັນ ​ແລະ ອະນາ​ຄົດ ການ
ປ່ອຍແກັສຄາບ​ອນໄດອອກ​ໄຊ ຈະ​ມີຜົນກະທົບແບບສະສົມ ຕໍ່ ຄວາມຮ້ອນເອົ້າຂອງ​
ໂລກ​ແລະ​ຂັ້ນຕອນທີ່ມະຫາ​ສະມຸດຈະຫັນປ່ຽນເປັນນ້ຳກົດ.” ທ່ານກ່າວ​ວ່າ “ກົດຂອງ
ຟີສິກແມ່ນໂຕ້ຖຽງບໍ່ໄດ້.”

ບັນດາ​ນັກ​ວິທະຍາສາດ​ຫລາຍ​ຄົນເຊື່ອ​ວ່າ ການ​ເພີ້​ມຂຶ້ນຂອງແກັສເຮືອນແກ້ວ ​ແມ່ນ
ເປັນສາເຫດທີ່ພາໃຫ້ໂລກຮ້ອນເຂົ້າຂຶ້ນ ຫລືເປັນການ​ເຕືອນ​ກ່ຽວກັບການ ຮ້ອນເອົ້າ
ຂອງບັນຍາກາດ. ທ່ານ Jarraud ກ່າວ​ອີກ​ວ່າ ບໍ່​ມີ​ຂໍ້​ສົງ​ໄສ​ເລີ​ຍວ່າ ອຸນຫະພູມ​ຂອງ​
ໂລກ​ກຳລັງສູງ​ຂຶ້ນ. ​

XS
SM
MD
LG