ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ມອບເງິນ 150 ລ້ານໂດລາໃນການຊ່ວຍເຫຼືອ ໃຫ້ 13 ປະເທດທີ່ຢູ່ໃນວິກິດການ


ນາງ ອາເບຍ ອາໂບ ອາລມາເຈດ, 10 ປີ, ນັ່ງຢູ່ຕໍ່ໜ້າຕູບຜ້າຂອງຄອບຄົວຂອງລາວໃນເມືອງ ບາບິສກາ, ເຂດຊົນນະບົດທາງພາກເໜືອຂອງແຂວງ ອິດລິບ, ປະເທດ ຊີເຣຍ. 29 ພະຈິກ, 2021.
ນາງ ອາເບຍ ອາໂບ ອາລມາເຈດ, 10 ປີ, ນັ່ງຢູ່ຕໍ່ໜ້າຕູບຜ້າຂອງຄອບຄົວຂອງລາວໃນເມືອງ ບາບິສກາ, ເຂດຊົນນະບົດທາງພາກເໜືອຂອງແຂວງ ອິດລິບ, ປະເທດ ຊີເຣຍ. 29 ພະຈິກ, 2021.

ອົງການສະຫະປະຊາຊາດ ໄດ້ຈັດເງິນ 150 ລ້ານໂດລາ ຈາກສູນກາງກອງທຶນຕອບສະໜອງເຫດສຸກເສີນ ເພື່ອສະໜັບສະໜູນການປະຕິບັດການມະ ນຸດສະທຳທີ່ຂາດເງິນທຶນຢ່າງຮຸນແຮງໃນ 13 ປະເທດຢູ່ທະວີບອາຟຣິກາ, ອາເມຣິກາ, ເອເຊຍ ແລະ ພາກຕາເວັນອອກກາງ. ນັກຂ່າວວີໂອເອ ລີຊາ ສໄລນ໌ (Lisa Schlein) ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະເທດທີ່ຢູ່ໃນລາຍຊື່ຂອງວິກິດການຂາດເງິນທຶນແມ່ນປະເທດ ຊີເຣຍ, ສາທາ ລະນະລັດ ປະຊາ ທິປະໄຕ ຄອງໂກ ແລະ ຊູດານ. ແຕ່ລະປະເທດທີ່ວ່ານີ້ ຈະໄດ້ຮັບເງິນລະຫວ່າງ 20 ແລະ 25 ລ້ານໂດລາ ເພື່ອຊ່ວຍເຂົາເຈົ້າຈັດ​ຕັ້ງປະຕິ ບັດການຊ່ວຍຊີວິດດ້ານມະນຸດສະທຳ.

ການສະໜັບສະໜູນສາກົນສຳລັບ ຊີເຣຍ ແມ່ນໄດ້ໝົດໄປ ຫຼັງຈາກຄວາມຂັດແຍ້ງດົນກວ່ານຶ່ງທົດ ສະວັດ. ອົບພະຍົບປະມານ 13 ລ້ານຄົນ ແລະ ຊາວ ຊີເຣຍ ທີ່ບໍ່ມີບ່ອນຢູ່ອາໄສແມ່ນກຳລັງດຳລົງຊີວິດຢູ່ໃນສະພາບຄວາມທຸກຍາກ, ດ້ວຍການເພິ່ງພາອາໄສພຽງເລັກນ້ອຍ ຕໍ່ການຊ່ວຍເຫຼືອພື້ນ ຖານ.

ສາທາລະນະລັດ ປະຊາທິປະໄຕ ຄອງໂກ ແມ່ນນຶ່ງໃນປະເທດທີ່ຢູ່ໃນວິກິດການດ້ານມະນຸດສະທຳທີ່ຍາວທີ່ສຸດ ແລະ ຫຍຸ້ງຍາກທີ່ສຸດ. ຫຼາຍລ້ານຄົນ ແມ່ນກຳລັງທຸກທໍລະມານຍ້ອນຄວາມຂັດແຍ້ງ, ການພັດຖິ່ນ, ໂຣກລະບາດ ແລະ ຄວາມອຶດຫິວຮຸນແຮງ.

ອົງການສະຫະປະຊາຊາດ ໄດ້ເຕືອນວ່າ ວິກິດການມະນຸດສະທຳໃນ ຊູດານ ແມ່ນກຳລັງຮຸນແຮງ, ໃນຂະນະທີ່ຄວາມບໍ່ໝັ້ນຄົງດ້ານການເມືອງໄດ້ເຕີບໂຕ ແລະ ການຕໍ່ສູ້ຂອງປະເທດກັບໄພນໍ້າຖ້ວມ, ລາຄາອາຫານທີ່ສູງຂຶ້ນ ແລະ ການແຜ່ລະບາດຂອງເຊື້ອໂຣກ.

ທ່ານ ເຈັນສ໌ ເລີກ ແມ່ນໂຄສົກສຳລັບຫ້ອງການປະສານງານບັນຫາມະນຸດສະ ທຳ. ທ່ານເວົ້າວ່າການແຈກຢາຍທຶນໂດຍຜູ້ປະສານງານການຊ່ວຍເຫຼືອເຫດສຸກເສີນ ທ່ານ ມາຕິນ ກຣິຟຟິດສ໌ ແມ່ນໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ. ທ່ານກ່າວວ່າມັນໄດ້ກາຍເງິນ 135 ລ້ານໂດລາຂອງປີກາຍນີ້ 15 ລ້ານໂດລາ.

ທ່ານ ເລີກ ກ່າວວ່າ “ການປະກາດ ກ່ຽວກັບ ເງິນທຶນນີ້ຈະຊ່ວຍການໃຫ້ບູລິມະສິດໂຄງການຊ່ວຍຊີວິດ ເພື່ອຕອບໂຕ້ກັບບັນຫາຕ່າງໆຕົວຢ່າງ ຄວາມປອດໄພດ້ານອາຫານ, ໂພຊະນາການ, ແລະ ຄວາມຕ້ອງການສຳລັບການປ້ອງກັນ. ແຜນຍຸດທະສາດທີ່ມີລາຍລະອຽດກວ່ານນີ້ແມ່ນຄາດວ່າຈະມີຈາກປະເທດພວກນີ້ໃນທ້າຍເດືອນນີ້.”

ຜູ້ເຂົ້າຮ່ວມໂຄງການອື່ນໆລວມມີປະເທດ ມຽນມາ, ເຊິ່ງອົງການ ສະຫະປະຊາຊາດ ໄດ້ສະໜອງການຊ່ວຍເຫຼືອ ໃຫ້ປະຊາຊົນປະມານ 3 ລ້ານຄົນ ທີ່ປະສົບຄວາມລຳບາກຈາກຄວາມຂັດແຍ້ງ, ໂຄວິດ-19 ແລະ ເສດຖະກິດທີ່ກຳລັງລົ້ມແຫຼວ. ການຊ່ວຍເຫຼືອຂອງອົງການສະຫະປະຊາຊາດ ຍັງຈະຖືກມອບໃຫ້ປະເທດ ເບີກິນາ ຟາໂຊ, ຈາດ ແລະ ໄນເຈີ, ສາມປະເທດໃນພາກພື້ນ ຊາແຮລ ທາງພາກກາງຂອງ ອາຟຣິກາ ທີ່ກຳລັງດີ້ນຮົນກັບການບໍ່ມີທີ່ຢູ່ອາໄສຢ່າງກວ້າງຂວາງຍ້ອນການໂຈມຕີດ້ວຍອາວຸດ.

ທ່ານ ເລີກ ກ່າວວ່າປະເທດທີ່ວ່ານີ້ພ້ອມກັບອີກ 6 ປະເທດທີ່ປະສົບໄພຮ້າຍແຮງຫຼາຍໃນ ອາຟຣິ ກາ, ເຂດຕາເວັນອອກກາງ ແລະ ອາເມຣິກາ, ລວມທັງ ເຮຕີ ແລະ ຮອນດູຣາສ, ແຕ່ລະປະເທດຈະໄດ້ຮັບລະຫວ່າງ 5 ລ້ານ ແລະ 12 ລ້ານໂດລາຈາກກອງທຶນອົງການສະຫະປະຊາຊາດ ເພື່ອຊ່ວຍເຂົາເຈົ້າຕໍ່ສູ້ກັບຄວາມຕ້ອງການສຸກເສີນຂອງເຂົາເຈົ້າ.

ທ່ານ ເລີກ ໄດ້ກ່າວວ່າ “ການຈັດສັນເງິນທີ່ວ່ານີ້ ເກີດຂຶ້ນສອງຄັ້ງຕໍ່ປີ ສຳລັບບັນດາປະເທດທີ່ຖືກເລືອກ ຍ້ອນລະດັບທີ່ຕໍ່າຂອງເຂົາເຈົ້າ ກ່ຽວກັບ ເງິນທຶນ, ຄວາມຕ້ອງການດ້ານມະນຸດສະທຳທີ່ຮ້າຍແຮງ ແລະ ຄວາມສ່ຽງ. ປະເທດທີ່ວ່ານີ້ຫາກໍ່ໄດ້ເຂົ້າການປະຕິບັດການລະດົມທຶນ ແລະ ໂຄງ ການດ້ານມະນຸດສະທຳຮອບໃໝ່ ເຊິ່ງກ້າວຂ້າມມາຈາກການຮ້ອງຮຽນຂາດທຶນຈາກປີກາຍນີ້, ເຊິ່ງທຸກປະເທດແມ່ນປົກຄຸມຕໍ່າກວ່າ 50 ເປີເຊັນໃນຕອນທ້າຍປີ.”

ຄວາມຕ້ອງການດ້ານມະນຸດສະທຳແມ່ນກຳລັງເພີ່ມຂຶ້ນໃນທົ່ວໂລກ. ອົງການສະຫະປະຊາຊາດເວົ້າວ່າເຂົາເຈົ້າຄາດວ່າປະຊາຊົນຢ່າງໜ້ອຍ 274 ລ້ານຄົນຈະຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳໃນປີ 2022 ແລະ ມັນຈະຕ້ອງ ການເງິນ 41 ຕື້ໂດລາ ເພື່ອຊ່ວຍເຫຼືອຜູ້ທີ່ມີຄວາມສ່ຽງທີ່ສຸດ.

ອັຟການິສຖານ ແມ່ນຜູ້ຮ້ອງຂໍດ້ານມະນຸດສະທຳທີ່ໃຫຍ່ທີ່ສຸດໃນໂລກ. ອົງການສະຫະປະຊາຊາດເມື່ອບໍ່ດົນມານີ້ໄດ້ເປີດການຮ້ອງຂໍເງິນ ສີ່ພັນຫ້າຮ້ອຍລ້ານໂດລາທີ່ສູງເປັນປະຫວັດການ ເພື່ອຊ່ວຍເຫຼືອປະຊາຊົນ ອັຟການິສຖານ 22 ລ້ານຄົນ, ເຊິ່ງຫຼາຍກວ່າປະຊາກອນເຄິ່ງນຶ່ງຂອງປະເທດ.

XS
SM
MD
LG