ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມັດຊາດໃຫຍ່ ສະຫະປະຊາຊາດ ຕັດສິນ ປະຕິເສດ ການຮັບເຂົ້າເປັນສະມາຊິກ ຂອງກຸ່ມ ຕາລິບານ ແລະ ມຽນມາ


ຫ້ອງກອງປະຊຸ່ມສະມັດຊາໃຫຍ່ ກ່ອນເລີ້ມກອງປະຊຸມສະມັດຊາວໃຫບ່ຄັ້ງທີ 76 ທີີ່ນະຄອນນິວຢອກ ວັນທີ 20 ກັນຍາ 2021.
ຫ້ອງກອງປະຊຸ່ມສະມັດຊາໃຫຍ່ ກ່ອນເລີ້ມກອງປະຊຸມສະມັດຊາວໃຫບ່ຄັ້ງທີ 76 ທີີ່ນະຄອນນິວຢອກ ວັນທີ 20 ກັນຍາ 2021.

ສະມັດຊາໃຫຍ່ຂອງອົງ​ການສະຫະປະຊາຊາດ ໄດ້ຢືນ​ຢັກນການຕັດສິນໃນວັນຈັນ ວານນີ້ ທີ່​ຈະເລື່ອນການອະນຸຍາດໃຫ້ລັດ​ຖະ​ບານ​ຂອງກຸ່ມຕາລີບານ ແລະ ຂອງທະຫານມຽນມາເປັນຜູ້ຕາງໜ້າປະ​ເທດອັຟການິສຖານ ແລະມຽນມາ ຢູ່ໃນອົງ​ການສາກົນນີ້.

ຄະນະກຳມະການດ້ານການໃຫ້​ການ​ຮັບ​ຮອງຂອງສະມັດຊາໃຫຍ່ ໄດ້ປະກາດໃນອາທິດແລ້ວນີ້ວ່າ ຕົນຈະເລື່ອນການປະຕິບັດງານໃນການຊັ່ງ​ຊາ​ເບິ່ງຄຳຮ້ອງຂອງກຸ່ມຕາລີບານ ແລະລັດ​ຖະ​ບານທະຫານມຽນມາໃນ​ການ ເປັນຜູ້ຕາງໜ້າໃຫ້ປະເທດຂອງເຂົາເຈົ້າຢູ່ໃນອົງ​ການທີ່​ມີສະມາຊິກ 193 ປະ​ເທດນັ້ນ.

ສະ​ນັ້ນ, ບັນດາທູດພິເສດທີ່ແຕ່ງຕັ້ງໂດຍອະ​ດີດ​ລັດ​ຖະ​ບານ​ຂອງອັຟການິສຖານ ແລະອະດີດລັດຖະບານມຽນມາໃນປັດຈຸບັນນີ້ ຍັງ​ໄດ້ສືບ​ຕໍ່​ປະຈຳ​ຢູ່ບ່ອນນັ່ງ ຂອງປະເທດເຫລົ່ານີ້ຢູ່ ຊຶ່ງ​ເປັນການຕັດສິນທີ່ໄດ້ຮັບ​ການສະໜັບສະໜູນໂດຍ ສະມັດຊາໃຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນວັນຈັນວານນີ້.

ຫຼັງຈາກມີການຂຶ້ນກຳອຳນາດຂອງກຸ່ມຕາລີບານ ແລະທະຫານມຽນມາໃນປະ ເທດຂອງເຂົາເຈົ້າແລ້ວ ລັດ​ຖະ​ບານໃໝ່ເຫລົ່ານີ້ໄດ້ພະຍາຍາມທ້າທາຍສິດ ແລະ​ຄວາມ​ໜ້າ​ເຊື່ອ ຖືຂອງເຈົ້າໜ້າທີ່ຂອງບັນດາເອກອັກຄະລັດຖະທູດ ຂອງອັຟການິສຖານ ແລະມຽນມາ​ປະ​ຈຳ​ອົງ​ການ​ດັ່ງ​ກ່າວໃນປັດຈຸບັນນີ້. ກຸ່ມຕາລີບານໄດ້ຂັບໄລ່ລັດຖະບານອັຟການິສຖານໃນເດືອນສິງຫາທີ່ຜ່ານມາ ຫຼັງຈາກນັ້ນ​ກໍໄດ້ເລີ້ມຕັ້ງຄຳຖາມເຖິງໜັງ​ສື​ຮັບ​ຮອງຂອງເອກອັກຄະລັດຖະທູດ ກູລໍາ ອີແຊກຊາຍ (Ghulum Isaczai). ລັດຖະບານຂອງ​ກຸ່ມຕາລີບານ ໄດ້ ຊອກຫາວິ​ທີ​ທີ່​ຈະ​ໃຫ້ຜູ້ຕາງໜ້າຖາວອນຄົນໃໝ່, ທ່ານໂມຮໍາມັດ ຊູເຮລ (Mohammad Suhail) ຜູ້ທີ່ເປັນໂຄສົກຂອງ​ກຸ່ມຕາລີບານໃນ​ໄລ​ຍະ​ທີ່ມີ ການເຈລະຈາສັນ​ຕິ​ພາບໃນກາຕານັ້ນ ໄປແທນທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG