ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມັດຊາໃຫຍ່ ສປຊ ບອກກຸ່ມຕາລີບານ ໃຫ້ຕ່າວປີ້ນນະໂຍບາຍທີ່ຈຳກັດຮັດແຄບ ຕໍ່ແມ່ຍິງ ແລະ ເດັກຍິງ


ນັກລົບຕາລີບານຄົນນຶ່ງຢືນຍາມສວນສະໜຸກໃນນະຄອນຫຼວງ ກາບູລ, ອັຟການິສຖານ,10 ພະຈິກ 2022.
ນັກລົບຕາລີບານຄົນນຶ່ງຢືນຍາມສວນສະໜຸກໃນນະຄອນຫຼວງ ກາບູລ, ອັຟການິສຖານ,10 ພະຈິກ 2022.

ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮຽກຮ້ອງອຳນາດການປົກຄອງຕາລີບານຂອງ ອັຟການິສຖານ ໃນວັນພະຫັດວານນີ້ໃຫ້ຕ່າວປີ້ນນະໂຍບາຍ ແລະ ການປະຕິບັດຂອງເຂົາເຈົ້າ ໃນການຈຳກັດສິດທິມະນຸດ ແລະ ເສລີພາບພື້ນຖານ ຂອງແມ່ຍິງ ແລະ ເດັກຍິງ ອັຟການິສຖານ.

ປະທານສະມັດຊາໃຫຍ່ ທ່ານ ຊາບາ ໂຄໂຣຊີ (Csaba Korosi) ໄດ້ກ່າວຕໍ່ ກອງປະຊຸມຂອງສະມັດຊາໃຫຍ່ ກ່ຽວກັບ ສະຖານະການໃນປະເທດດັ່ງກ່າວ ເຊິ່ງພວກ ຕາລີບານ ໄດ້ຄອງອຳນາດມາໄດ້ 15 ເດືອນແລ້ວວ່າ “ອັຟການິສຖານ ຕອນນີ້ແມ່ນພຽງປະເທດດຽວໃນໂລກ ທີ່ຈະປະຕິເສດສິດທິຢ່າງເຕັມທີ່ ຂອງເດັກຍິງຂອງເຂົາເຈົ້າຕໍ່ການສຶກສາ. ອະນາຄົດໃນການສຶກສາຂອງພວກ ເດັກຍິງ ແມ່ນຖືກປະໄວ້ໃນຄວາມບໍ່ແນ່ນອນ ທ່າມກາງຄຳສັ່ງທີ່ປາກົດວ່າບໍ່ມີ ແຜນການຈາກພວກຕາລີບານ.

ຄຳເຫັນຂອງທ່ານໄດ້ມີຂຶ້ນທ່າມກາງລາຍງານໃໝ່ຈາກປະເທດດັ່ງກ່າວວ່າ ກຸ່ມຕາລີບານ ໄດ້ຫ້າມແມ່ຍິງບໍ່ໃຫ້ໄປສວນສາທາລະນະ ແລະ ສະຖານທີ່ ອອກ ກຳລັງກາຍ, ໃນຂະນະທີ່ພວກເຂົາຂະຫຍາຍການຫ້າມຕ່າງໆຕໍ່ຊີວິດປະຈຳວັນຂອງພວກແມ່ຍິງ. ກຸ່ມຫົວຮຸນແຮງອິສລາມດັ່ງກ່າວແມ່ນໄດ້ຫ້າມ ແມ່ຍິງບໍ່ໃຫ້ພະຍາຍາມເຂົ້າຮຽນຊັ້ນມັດທະຍົມແລ້ວ.

ທູດພິເສດ ການາດາ ທ່ານ ບອບ ແຣ (Bob Rae) ໄດ້ຖາມສະມັດໃຫຍ່ວ່າ “ຖ້າເວົ້າກັບເດັກຍິງອາຍຸ 12 ປີວ່າ, ອ້າຍຂອງເຈົ້າສາມາດໄປໂຮງຮຽນ. ແຕ່ເຈົ້າບໍ່ສາມາດໄປ. ແລ້ວເຮົາຈະຮັບມັນໄດ້ແນວໃດ?

ສະມັດຊາໃຫຍ່ໄດ້ຮັບຮອງເອົາຍັດຕິທີ່ມີຂອບເຂດກວ້າງຂວາງ ໃນການລົງຄະ ແນນສຽງສະໜັບສະໜູນ 116 ຄະແນນນັ້ນ, ບໍ່ມີປະເທດໃດຕໍ່ຕ້ານ ແລະ 10 ປະເທດບໍ່ໄດ້ອອກສຽງ (ເຊິ່ງລວມມີ ຣັດເຊຍ, ຈີນ ແລະ ປາກິສຖານ). ໃນຂະ ນະທີ່ຍັດຕິດັ່ງກ່າວແມ່ນບໍ່ໄດ້ມີຂໍ້ຜູກມັດທາງກົດໝາຍ, ​ແຕ່ມັນກໍມີນໍ້າໜັກດ້ານ ສິນທຳ ໃນປະຊາຄົມນານາຊາດ.

ເອກອັກຄະລັດຖະທູດ ເຢຍຣະມັນ ປະຈຳອົງການສະຫະປະຊາຊາດ ທ່ານ ແອນເຈີ ລີນເດີດເຊີ (Antje Leendertse) ໄດ້ກ່າວໃນການສະເໜີຂໍ້ຄວາມ ວ່າ “ຍັດຕິດັ່ງກ່າວແມ່ນເຫັນໄດ້ຊັດເຈນວ່າຮຽກຮ້ອງຕໍ່ຄວາມເຄົາລົບ, ການປົກ ປ້ອງ ແລະ ບັນລຸສິດທິມະນຸດ, ພັດທະນາການປົກຄອງທີ່ກວມລວມ ແລະ ຕໍ່ສູ້ກັບລັດທິກໍ່ການຮ້າຍ. ມັນປະກອບມີຂໍ້ມູນທີ່ຊັດເຈນທີ່ບໍ່ສາມາດເປັນການເຄື່ອນ ໄຫວຕາມປົກກະຕິ ແລະ ບໍ່ມີເສັ້ນທາງໄປສູ່ການຮັບຮູ້ໂດຍປາສະຈາກການເອົາບາດກ້າວຕ່າງໆທີ່ວ່ານີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG