ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາແລະປະ ທານາທິບໍດີອີຣ່ານ ແມ່ນຮວມຢູ່ໃນຈຳນວນພວກຜູ້ນຳທີ່ມີ ກຳນົດຈະຂຶ້ນກ່າວຄຳປາໄສ ໃນພິທີເປີດກອງປະຊຸມສະມັດ ຊາໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກໃນ ວັນພະຫັດມື້ນີ້.

ກອງປະຊຸມດັ່ງກ່າວ ໄຂຂຶ້ນທ່າມກາງການສືບຕໍ່ ໃນການດຳ ເນີນຄວາມພະຍາຍາມ ​ເພື່ອຮຽກຮ້ອງໃຫ້ອີຣ່ານກັບຄືນເຂົ້າ ຮ່ວມ ການເຈລະຈາ ກ່ຽວກັບໂຄງການນິວເຄລຍຂອງຕົນ. ລັດຖະມົນຕີການຕ່າງປະເທດ ຈາກອັງກິດ ຈີນ ຝຣັ່ງ ຣັດເຊຍ ສະຫະລັດ ແລະເຢຍຣະມັນ ໄດ້ປຶກສາຫາລືກັນ ກ່ຽວກັບໂຄງການນິວເຄລຍຂອງ ອີຣ່ານ ໃນມື້ວັນພຸດວານນີ້.

ການປະຊຸມ ຂອງ​ກຸ່ມທີ່ເອີ້ນວ່າ P5+1 ຫລື 5 ມະຫາອຳນາດບວກ 1 ມີຂຶ້ນຢູ່ນອກກອງ ປະຊຸມສຸດຍອດ 3 ມື້ ຂອງອົງການສະຫະປະຊາຊາດກ່ຽວກັບເປົ້າໝາຍການພັດທະນາສະ ຫັດສະວັດ ທີ່ຮວມທັງ ການລຶບລ້າງຄວາມທຸກຍາກຢ່າງສາຫັດ ແລະປາບປາມການແຜ່ລະ ບາດ ຂອງເຊື້ອ HIV ແລະໂຣກເອດສ໌.

ທ່ານໂອບາມາ ກ່າວຕໍ່ພວກຜູ້ນຳຂອງໂລກ ໃນມື້ສຸດທ້າຍ ຂອງກອງປະຊຸມສຸດຍອດດັ່ງກ່າວ ໃນວັນພຸດວານນີ້ວ່າ ສະຫະລັດກຳລັງພິຈາລະນາ​ຄືນໃໝ່ກ່ຽວກັບວ່າຕົນຈະໃຫ້ການຊ່ອຍເຫຼືອ ປະເທດອື່ນໄດ້ແນວໃດ ເພື່ອໃຫ້ບັນລຸເປົ້າໝາຍ ໃນການພັດທະນາເຫຼົ່ານີ້. ປະທານາທິບໍດີ ສະຫະລັດເວົ້າວ່າ ຈຸດເພັ່ງເລັງຄວນຈະເນັ້ນໃສ່ ການຊ່ອຍເຫຼືອປະເທດອື່ນໆ​ໃຫ້ດຳເນີນການ ດ້ວຍຕົນເອງ​ໄດ້ ເພື່ອໃຫ້ມີການເຕີບໂຕແບບຍືນຍົງ ສ້າງເງື່ອນໄຂຕ່າງໆ ເພື່ອເຮັດໃຫ້ການ ຊ່ອຍເຫຼືອ ຈາກຕ່າງປະເທດ ບໍ່ມີຄວາມຈຳເປັນ ອີກຕໍ່ໄປ.

XS
SM
MD
LG