ປະຊາຄົມນາໆຊາດໄດ້ສົ່ງສັນຍານຢ່າງຈະແຈ້ງໄປຍັງມົສກູໃນວັນພຸດວານນີ້ ໂດຍປະກາດວ່າ ອັນທີ່ເອີ້ນວ່າການລົງປະຊາມະຕິຂອງຣັດເຊຍ ແລະຄວາມພະຍາຍາມທີ່ຈະຮວມເອົາບາງເຂດຂອງຢູເຄຣນເຂົ້າເປັນສ່ວນນຶ່ງຂອງຕົນນັ້ນ ແມ່ນຜິດກົດໝາຍ ແລະເປັນໂມຄະພາຍໃຕ້ກົດໝາຍລະຫວ່າງປະເທດ.
ໃນການສະແດງຄວາມສະໜັບສະໜຸນທີ່ເຂັ້ມແຂງສຸດຕໍ່ຢູເຄຣນ ນັບແຕ່ມົສກູໄດ້ທຳການຮຸກຮານເມື່ອວັນທີ 24 ກຸມພາຜ່ານມາ ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ລົງຄະແນນສຽງ 143 ຕໍ່ 5 ຮັບຮອງເອົາມະຕິປະນາມ ແລະປະຕິເສດຕໍ່ການເຄື່ອນໄຫວຂອງຣັດເຊຍ ທີ່ຮວມເອົາຢູເຄຣນເຂົ້າເປັນດິນແດນຂອງຕົນ. ມີ 35 ປະເທດບໍ່ອອກສຽງ ແຕ່ບັນດາປະເທດທີ່ລົງຄະແນນບໍ່ໄດ້ນັບສຽງໃສ່ສອງສ່ວນສາມທີ່ມີຄວາມຈຳເປັນໃນການຮັບຜ່ານມະຕິ.
ປະເທດທີ່ລົງຄະແນນສຽງກັບຣັດເຊຍ ກໍມີເບລາຣຸສ ເກົາຫຼີເໜືອ ຊີເຣຍ ແລະນີກາຣາກົວ.
ໃນການຂຽນຂໍ້ຄວາມລົງໃນທວີດເຕີ້ນັ້ນ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາປະເທດທີ່ໃຫ້ການສະໜັບສະໜຸນ ໃນອັນທີ່ທ່ານເອີ້ນວ່າ “ມະຕິທີ່ມີຄວາມສຳຄັນຄັ້ງປະຫວັດສາດຂອງສະມັດຊາໃຫຍ່ສະຫະປະຊາຊາດ.”
ເອກອັກຄະລັດຖະທູດຂອງຢູເຄຣນ ທ່ານເຊີກີ ກິສລິດເຊຍ ກ່າວຕໍ່ພວກນັກຂ່າວວ່າ ຜົນຂອງການລົງຄະແນນສຽງ ແມ່ນ “ພິເສດເປັນຢ່າງຍິ່ງ.”
ທ່ານກ່າວວ່າ “ຂ້າພະເຈົ້າຄິດວ່າ ປະເທດຕ່າງໆແມ່ນໄດ້ເລືອກໃນທາງທີ່ຖືກຕ້ອງ ຄືປົກປ້ອງຫຼັກການໃນກົດບັດຂອງສະຫະປະຊາຊາດ ແລະປະຕິບັດຕາມກົດບັດ.”
ປະທານາທິບໍດີໂຈ ໄບເດັນ ໄດ້ກ່າວຊົມເຊີຍການລົງຄະແນນສຽງ ໂດຍເວົ້າວ່າ “ຄະແນນສຽງສ່ວນຫຼາຍຢ່າງຖ້ວມລົ້ນຂອງໂລກ ໄດ້ເຫັນພ້ອມກັບການປ້ອງກັນກົດບັດສະຫະປະຊາຊາດ ແລະປະນາມການພະຍາຍາມແບບຜິດກົດໝາຍຂອງຣັດເຊຍທີ່ຈະຜະນວກເອົາດິນແດນຂອງຢູເຄຣນດ້ວຍການໃຊ້ກຳລັງ…ໂລກໄດ້ສະແດງໃຫ້ເຫັນວ່າ ຕົນມີຄວາມສາມັກຄີແລະມີຄວາມໝາຍໝັ້ນກວ່າໃນເວລາອື່ນໃດທັງໝົດ ເພື່ອໃຫ້ຣັດເຊຍເປັນຜູ້ຮັບຜິດຊອບຕໍ່ການລ່ວງລະເມີດຕ່າງໆ.”
ເຖິງແມ່ນໄດ້ມີຄວາມວິຕົກກັງວົນຢ້ານວ່າການໃຫ້ຄວາມສະໜັບສະໜຸນຂອງນາໆຊາດຈະຫຼຸດນ້ອຍຖອຍລົງຫຼັງຈາກເຮັດສົງຄາມມາໄດ້ເກືອບ 8 ເດືອນແລ້ວນັ້ນ ທີ່ໄດ້ເຮັດໃຫ້ລາຄາອາຫານຂອງໂລກ ພະລັງງານ ແລະວິກິດການເງິນເຟີ້ ແຕ່ການລົງຄະແນນສຽງຂອງສະມັດຊາໃຫຍ່ສະຫະປະຊາຊາດໄດ້ສະແດງໃຫ້ເຫັນວ່າ ສ່ວນໃຫຍ່ຂອງປະຊາຄົມນາໆຊາດຍັງມີຄວາມເປັນນ້ຳນຶ່ງໃຈດຽວ ໃນການເອົາທ່າທີຕ້ານການເຮັດສົງຄາມຂອງຣັດເຊຍ.