ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ​ອງປະຊຸມ ສະມັດ​ຊາ​ໃຫຍ່​​ ສປຊ ເລີ່ມ​​ໄຂ​ຂຶ້ນ ໃນມື້ນີ້


ຕຶກ ອົງການສະຫະປະຊາຊາດທີ່ ນະຄອນ ນິວຢອກ
ຕຶກ ອົງການສະຫະປະຊາຊາດທີ່ ນະຄອນ ນິວຢອກ

ກ​ອງປະຊຸມປະຈຳປີຂອງສະມັດ​ຊາ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ​ໄດ້ໄຂ​ຂຶ້ນແລ້ວ
ໃນ​ວັນ​ອັງຄານ​ມື້​ນີ້ ໂດຍມີບັນດາ​ຜູ້​ນໍາ​ຈາກ​ຫຼາຍກວ່າ 100 ປະ​ເທດ​ໃນ​ໂລກມາ​ຮ່ວມ
​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍໆບັນຫາໃນຂອບເຂດທີ່ກວ້າງຂວາງ ​ຮວມທັງການ​ເປັນ
​ປະ​ເທດ​ຂອງປາ​ແລສຕາຍ ອາ​ນາ​ຄົດ​ຂອງ​ລິເບຍໃນຍຸກຫຼັງ Gadhafi ​ແລະພວກ​ໂຣກ
ທີ່ບໍ່​ຕິດ​ແປດ​ຕ່າງ​ໆ​.

ໃນ​ບັນດາ​ບັນຫາ​ທີ່​ເດັ່ນ​ນໍາ​ໜ້າ​ໝູ່ ກໍ​ຄືຄຳຖາມກ່ຽວກັບການເຂົ້າເປັນສະມາຊິກອົງການ
ສະຫະປະຊາຊາດຂອງປະເທດປາແລສຕາຍ ແຕ່ນອກນັ້ນກໍຍັງຈະມີການ​ສົນ​ທະ​ນາ​ຫາລື
​ກັນ ກ່ຽວ​ກັບ​ບັນຫາ​ອື່ນໆ​ອີກນໍາ ອັນ​ຮວມທັງ​ການ​ມອບ​ໂອນ​ອໍານາດ​ທາງການ​ເມືອງໃນ
ລີ​ເບຍ​. ​ໃນ​ອາທິດ​ທີ່​ແລ້ວ​ນີ້ ສະພາ​ຄວາມ​ໝັ້ນຄົງ​ຂອງອົງການສະຫະ​ປະຊາ​ຊາດ ​ໄດ້​ລົງ
ມະຕິດ້ວຍຄະແນນສຽງຢ່າງ​ຖ້ວມລົ້ນ ມອບບ່ອນ​ນັ່ງ​ທີ່​ເຄີ​ຍ​ເປັນຂອງ​ລິ​ເບຍໃນສະມັດຊາ
ໃຫຍ່ສະຫະປະຊາຊາດ​ນັ້ນ​ໃຫ້ແກ່ສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ ຊຶ່ງມີ ​
ຜົນເທົ່າກັບເປັນການຮັບຮູ້ ເຖິງການ​ສິ້ນ​ສຸດ​ໃນການ​ປົກຄອງຂອງ Gadhafi ນັ້ນ.

ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ໄປເຖິງນະຄອນ New York
​ໃນຕອນ​ບ່າຍ​ວັນ​ຈັນ​ວານ​ນີ້ ພ້ອມ​ກັບ​ລາຍ​ການ​ພົບປະກັບບຸກຄົນສໍາຄັນຫລາຍໆທ່ານ.
ເປັນຕົ້ນ ທ່ານ Obama ມີແຜນທີ່​ຈະ​ພົບ​ປະ​ກັບຜູ້​ນໍາຂອງສະພາປົກຄອງໄລຍະຂ້າມຜ່ານ
ແຫ່ງຊາດລິ​ເບຍ (NTC) ທ່ານ Mustafa Abdel Jalil. ນອກ​ນີ້ ​ທ່ານ​ຍັງ​ຈະ​ພົບ​ປະ​ກັບ
ປະທານາທິບໍດີຂອງ​ປະ​ເທ​ດທີ່​ໃໝ່​ທີ່​ສຸດ​ໃນ​ໂລກ ຄືປະ​ເທດ Sudan ​ໃຕ້ ທ່ານ Salva
Kiir. ​ຕໍ່ຈາກນັ້ນທ່ານ Obama ຍັງ​ຈະ​ພົບ​ປະ​ກັບ​ນາຍົກລັດຖະມົນ​ຕີອິສຣາແອລ ທ່ານ
Benjamin Netanyahu ​ແລະທ່ານ Obama ​ກໍກ່າວຄຳປາໄສຕໍ່​ກ​ອງປະຊຸມຊະມັດ​ຊາ​
ໃຫຍ່​ໃນ​ວັນ​ພຸດ​ ມື້​ອື່ນ​ນີ້.

XS
SM
MD
LG