ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮັບຮູ້ ປາ​ແລ​ສໄຕ​ ໃນ​ຖານະ​ "ລັດ​" ສັງເກດການ (ວີດີໂອ)


ຊາວປາແລສໄຕ ພາກັນຮ້ອງໂຮດີໃຈ ທີ່ຖືກ ສະຫະປະຊາດຮັບຮູ້ ໃນ​ຖານະ​ລັດ​ສັງ​ເກດ​ການ ທີ່​ບໍ່​ແມ່ນສະມາຊິກ.
ຊາວປາແລສໄຕ ພາກັນຮ້ອງໂຮດີໃຈ ທີ່ຖືກ ສະຫະປະຊາດຮັບຮູ້ ໃນ​ຖານະ​ລັດ​ສັງ​ເກດ​ການ ທີ່​ບໍ່​ແມ່ນສະມາຊິກ.

ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໄດ້​ລົງ​ຄະ​ແນນ
ສຽງ​ຢ່າງ​ຖ້ວມ​ລົ້ນ ຮັບ​ຮູ້ ປາ​ແລ​ສໄຕ​ ໃນ​ຖານະ​ລັດ​ສັງ​ເກດ
​ການທີ່​ບໍ່​ແມ່ນ​ສະມາຊິກ.

ມີ​ການສ​ະຫລອງ​ກັນຢ່າງ​ໃຫຍ່ ທີ່​ຫ້ອງ​ປະຊຸມ​ສະມັດຊາ​ໃຫຍ່ ຫລັງ​ຈາກໄດ້​ມີ​ການ​ຮັບຮ​ອງ​ເອົາ​ມະຕິ​ດັ່ງກ່າວ​ໃນ​ວັນ​ພະຫັດວານ​ນີ້ ​ດ້ວຍ​ຄະ​ແນນ ​ສຽງ 138 ຕໍ່ 9 ​ແລະ​ອີກ 41 ປະທດ ​ບໍ່​ອອກສຽງ. ຊາວ​ປະ​ແລ​ສ​ໄຕ ທີ່​ເມືອງ Ramallah ​ໃນ​ເຂດ​ West Bank ພາກັນ​ຮ້ອງ​ໂຮ​ດ້ວຍ​ຄວາມ​ດີ​ໃຈ ກອດ​ຫັດ​ກັນ ​ແລະ​ບີ​ບ​ແກ​ລົດ​ຢ່າງ​ນອງສະ​ໜັ່ນ ຫລັງ​ຈາກໄດ້​ມີການ​ລົງ​ຄະ​ແນນ​ສຽງ.

​ເລຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ທີ່​ວ່າ​ນີ້ ​ໄດ້​ເນັ້ນຢໍ້າ​ໃຫ້​ເຫັນ​ເຖິງ​ຄວາມ​ຮີບ​ດ່ວນ​ສຳ ລັບຟື້ນ
ຟູ​ການ​ເຈລະຈາ​ແບບ​ມີ​ຄວາມ​ໝາຍ​ ​ໃນ​ການເຈລະຈາ​ລະຫວ່າງ ອິສຣາ​ແອ​ລ ​ແລະປາ​ແລ​ສໄຕ. ທ່ານ​ໄດ້​ຮຽກຮ້ອງໃຫ້​ທັງ​ສອງ​ຝ່າຍຈົ່ງ​ ລິ​ເລີ້ມ​ຄືນ​ໃໝ່ຄວາມໝາຍໝັ້ນ​ຕັ້ງ​ໃຈ​
ຂອງ​ເຂົາ​ເຈົ້າ ຕໍ່​ການ​ເຈລະຈາ​ສັນ ຕິ​ພາບ.

​ແຕ່​ວ່າ ​ເອກ​ອັກຄະ​ລັດຖະທູດສະຫະລັດ ປະ​ຈໍາອົງການສະຫະ​ປະຊາ​ຊາດ ທ່ານ​ນາງ Susan Rice ບັນ​ລະ​ຍາຍ​ການ​ລົງ​ຄະ​ແນນ​ສຽງ​ວ່າ “​ບໍ່​ເປັນ​ຈັ່ງ​ໂຊກ ​ແລະ​ບໍ່​ມີ​ຜົນ​ດີ​ຫຍັງເລີຍ” ​ໂດຍເວົ້າວ່າ ມັນເປັນ​ການ ​ສ້າງ​ອຸບປະສັກ​ຫຼາຍຂຶ້ນຕໍ່​ເສັ້ນທາງ​ໄປ​ສູ່​ສັນຕິພາບ.

ທ່ານ​ນາງ Rice ກ່າວ​ວ່າ ສະຫະລັດ ຈະ​ຮຽກຮ້ອງ​ໃຫ້ທຸກພັກ​ຝ່າຍຫລີກ​ລ້ຽງຈາກ​ການ​ດຳ ​ເນີນ​ການ​ແບບ​ທ້າ​ທາຍ​ເກາ​ະຜິດ​ໃດໆ​ກໍ​ຕາມ​ຕື່ມ​ອີກ ​ແລະ​ໃຫ້​ເລີ້ມ​ເປີດ ການ​ເຈລະຈາ​ຄືນ​ໃໝ່​ໃນ​ທັນທີໂດຍ​ບໍ່​ມີ​ການວາງ​ເງື່ອນ​ໄຂ​ລ່ວງ​ໜ້າ​ໃດໆ ທັງ​ສິ້ນ.

XS
SM
MD
LG