ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ເວົ້າ​ວ່າ​ເຂດ​ກາ​ຊາ ແມ່ນ​ສະ​ຖານ​ທີ່ໆ​ອັນ​ຕະ​ລາຍ​ທີ່​ສຸດ​ໃນ​ໂລກ​ ສຳ​ລັບ​ເດັກ​ນ້ອຍ


​ເດັກ​ນ້ອ​ຍ ປາ​ແລັ​ສ​ໄຕ​ນ໌ ທີ່ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ຖືກ​ນຳ​ສົ່ງ​ໄປ​ໂຮງ​ໝໍ​ໃນ​ເມືອງ ແດ ອາ​ລ ບາ​ລາ, ເຂດ​ກາ​ຊາ, 11 ທັນ​ວາ 2023.
​ເດັກ​ນ້ອ​ຍ ປາ​ແລັ​ສ​ໄຕ​ນ໌ ທີ່ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ຖືກ​ນຳ​ສົ່ງ​ໄປ​ໂຮງ​ໝໍ​ໃນ​ເມືອງ ແດ ອາ​ລ ບາ​ລາ, ເຂດ​ກາ​ຊາ, 11 ທັນ​ວາ 2023.

ອົງ​ການ​ລະ​ດັບ​ສູງ​ຂອງສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ເຂດ​ກາ​ຊາ ແມ່ນ “ສະ​ຖານ​ທີ່ໆ​ອັນ​ຕະ​ລາຍ​ທີ່​ສຸດ​ໃນ​ໂລກ​ສຳ​ລັບ​ພວກເດັກ​ນ້ອຍ” ໃນ​ຂະ​ນະ​ທີ່​ການ​ລະ​ດົມ​ຍິງ​ໂດຍ​ທະ​ຫານ​ຂອງ ອິ​ສ​ຣາ​ແອ​ລ ໃນ​ດິນ​ແດນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເດັກ​ນ້ອຍ​ເສຍ​ຊີ​ວິດ ແລະ ບາດ​ເຈັບຫຼາ​ຍ​ພັນ​ຄົນ ແລະ ອີກຫຼາຍ​ພັນ​ຄົນ​ປະ​ສົບ​ຄວາມ​ທຸກ​ທໍ​ລະ​ມານ​ຈາກ​ໂຣກ​ຕິດ​ຕໍ່ ແລະ ຂາດ​ແຄນ​ອາ​ຫານ, ນ້ຳ ແລະ ຢາ​ໃນ​ໂຮງ​ໝໍ ແລະ ບ່ອນ​ລີ້​ໄພ​ທີ່​ແອ​ອັດ ແລະ ບໍ່​ສະ​ອາດ.

ທ່ານ ເຈມ​ສ໌ ແອ​ລ​ເດີ, ໂຄ​ສົກ​ຂອງ​ອົງ​ການ UNICEF ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ຢູ່​ນະ​ຄອນ ເຈ​ນີ​ວາ ວ່າ “ຂ້າ​ພະ​ເຈົ້າ​ໃຈ​ຮ້າຍ​ທີ່​ພວກ​ທີ່​ມີ​ອຳ​ນາດບໍ່​ໃຫ້​ຄວາມ​ສົນ​ໃຈ​ໃນ​ຂະ​ນະ​ທີ່​ຝັນ​ຮ້າຍ​ດ້ານ​ມະ​ນຸດ​ສະ​ທຳ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ເດັກ​ນ້ອຍ​ເປັນ​ລ້ານ​ຄົນ.” ທ່ານ ແອ​ລ​ເດີ ຜູ້​ທີ່​ໄດ້​ເດີນ​ທາງ​ກັບ​ຈາກ​ພາ​ລະ​ກິດ​ສອງ​ອາ​ທິດ​ໃນ​ກາ​ຊາ​ເມື່ອບໍ່​ດົນ​ມານີ້​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໃຈ​ຮ້າຍ​ທີ່​ເດັກ​ນ້ອຍ​ທີ່​ກຳ​ລັງ​ພັກ​ຟື້ນ​ຈາກ​ການ​ຖືກ​ຕັດ​ແຂນ​ຕັດ​ຂາ​ຖືກ​ຖິ້ມ​ລະ​ເບີດ​ໃສ່ ແລະ ຖືກ​ຂ້າ​ຕາຍ​ໃນ​ໂຮງ​ໝໍ ນາ​ສ​ເຊີ. ຂ້າ​ພະ​ເຈົ້າ​ໃຈ​ຮ້າຍ​ທີ່​ມີ​ເດັກ​ນ້ອ​ຍຫຼາຍກວ່າ​ເກົ່າ, ​ທີ່ຫຼົບ​ລີ້​ຢູ່​ບ່ອນ​ອື່ນ, ມີ​ອະ​ໄວ​ຍາ​ວະ​ຮ່າງ​ກາຍ​ຖືກ​ລະ​ເບີດ​ກະ​ຈາຍ​ໄປ​ທຸກ​ບ່ອນ.

ທ່ານ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໃຈ​ຮ້າຍ​ທີ່​ເດັກ​ນ້ອຍ​ຈຳ​ນວນຫຼາຍ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ພົບ​ບໍ່​ສາ​ມາດ​ສະ​ແດງ​ຄວາມ​ເສຍ​ໃຈ​ສຳ​ລັບ​ພໍ່​, ແມ່ ແລະ ຄອບ​ຄົວ​ທີ່​ຖືກ​ຂ້າ​ຕາຍ.”

ປະ​ຊາ​ຊົນ​ກວດ​ກາ​ຄວາມ​ເສຍ​ຫາຍ​ໃນ​ຫ້ອງ​ນຶ່ງ​ລຸນຫຼັງ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ຢູ່​ໂຮງ​ໝ​ໍ ນາ​ສ​ເຊີ ໃນ​ເມືອງ ຄານ ຢູ​ນິ​ສ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ, 17 ທັນ​ວາ 2023.
ປະ​ຊາ​ຊົນ​ກວດ​ກາ​ຄວາມ​ເສຍ​ຫາຍ​ໃນ​ຫ້ອງ​ນຶ່ງ​ລຸນຫຼັງ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ຢູ່​ໂຮງ​ໝ​ໍ ນາ​ສ​ເຊີ ໃນ​ເມືອງ ຄານ ຢູ​ນິ​ສ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ, 17 ທັນ​ວາ 2023.

ອີງ​ຕາມ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ກາ​ຊາ, ເຊິ່ງ​ຖືກ​ດຳ​ເນີນ​ການ​ໂດຍ​ກຸ່ມ​ຮາ​ມາ​ສ​ນັ້ນ, ​ກ່າວ​ວ່າ ຊາວ​ປາ​ແລັ​ສ​ໄຕ​ນ໌ ຫຼາຍກວ່າ 19,400 ຄົນ​ຖືກ​ຂ້າ​ຕາຍ, ປະ​ມານ 70 ເປີ​ເຊັນ​ແມ່ນ​ແມ່​ຍິງ ແລະ ເດັກ​ນ້ອຍ, ນັບ​ຕັ້ງ​ແຕ່ ອິ​ສ​ຣາ​ແອ​ລ ໄດ້​ເລີ່ມ​ການ​ລະ​ດົມ​ຍິງ​ຂອງ​ເຂົາ​ເຈົ້າ ແລະ ປິດ​ລ້ອມ​ດິນ​ແດນ​ດັ່ງ​ກ່າວ​ໃນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ຂອງວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ​ໂດຍ​ພວກ​ກໍ່​ການ​ຮ້າຍ ຮາ​ມາ​ສ ແລະ ກຸ່ມ​ຕິດ​ອາ​ວຸດ​ອື່ນໆ, ເຊິ່ງ​ໄດ້​ສັງ​ຫານ​ພົນ​ລະ​ເຮືອນຫຼາຍກວ່າ 1,200 ຄົນ​ໃນ​ອິ​ສ​ຣາ​ແອ​ລ.

ທ່ານ ແອ​ລ​ເດີ ໄດ້​ກ່າວ​ວ່າໂຮງ​ໝໍ ອາ​ລ ນາ​ສ​ເຊີ ໃນ​ເມືອງ ຄານ ຢູ​ນິ​ສ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ​ນັ້ນ ຖືກ​ໂຈມ​ຕີ​ດ້ວຍ​ການ​ລະ​ດົມ​ຍິງ​ສອງ​ຄັ້ງ​ໃນ 48 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ໂດຍ​ກ່າວ​ຢ້ຳ​ວ່າ​ໂຮງ​ໝໍ​ດັ່ງ​ກ່າວ​ເປັນ​ບ່ອນ​ລີ້​ໄພ​ສຳ​ລັບເດັກ​ນ້ອຍ​ຈຳ​ນວນຫຼາຍ​ທີ່​ໄດ້​ຮັບ​ບາດ​ເຈັບ​ຮຸນ​ແຮງ ພ້ອມ​ກັບ​ແມ່​ຍິງ ແລະ ເດັກ​ນ້ອຍຫຼາຍ​ຮ້ອຍ​ຄົນ​ທີ່​ຊອກ​ຫາ​ຄວາມ​ປອດ​ໄພ.

ທ່ານ​ໄດ້​ຖາມ​ວ່າ “ແລະ​ສະ​ນັ້ນ​ພວກ​ເດັກ​ນ້ອຍ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ຄວນ​ໄປ​ໃສ? ເຂົາ​ເຈົ້າ​ບໍ່​ໄດ້​ປອດ​ໄພ​ຢູ່​ໃນ​ໂຮງ​ໝໍ. ເຂົາ​ເຈົ້າ​ບໍ່​ປອດ​ໄພ​ຢູ່​ໃນ​ບ່ອນ​ລີ້​ໄພ. ແລະ ເຂົາ​ເຈົ້າ​ແມ່ນ​ແນ່ນອນບໍ່​ປອດ​ໄພ​ໃນ​ບ່ອນ​ທີ່​ຖືກ​ເອີ້ນ​ວ່າ​ເຂດ​ປອດ​ໄພ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG