ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະດີດຫົວໜ້າອົງການ ສະຫະປະຊາຊາດ ທ່ານ ໂຄຟີ ອານນັນ ເສຍຊີວິດ ຮວມອາຍຸໄດ້ 80 ປີ


ທ່ານ ໂຄຟີ ອານນັນ, ເດີນທາງຮອດງານເປີດຕົວ ລາຍການ
ຄວາມກ້າວໜ້າ ໃນ ອາຟຣິກາ ຕໍ່ຊື່ມວນຊົນໃນນະຄອນຫຼວງ ລອນດອນ, 8 ພຶດສະພາ 2014.
ທ່ານ ໂຄຟີ ອານນັນ, ເດີນທາງຮອດງານເປີດຕົວ ລາຍການ ຄວາມກ້າວໜ້າ ໃນ ອາຟຣິກາ ຕໍ່ຊື່ມວນຊົນໃນນະຄອນຫຼວງ ລອນດອນ, 8 ພຶດສະພາ 2014.

ທ່ານ ໂຄຟີ ອານນັນ, ອະດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໄດ້ເຖິງແກ່
ມໍລະນະກຳແລ້ວ. ທ່ານມີອາຍຸໄດ້ 80 ປີ.

ຄອບຄົວຂອງທ່ານ ອານນັນ ແລະ ມູນນິທິຂອງທ່ານ ໄດ້ປະກາດໃນ ທວິດເຕີ ເມື່ອວັນ
ເສົາວານນີ້ວ່າ “ທ່ານໄດ້ຈາກໄປຢ່າງສະຫງົບ”, ຫຼັງຈາກໄດ້ເຈັບປ່ວຍບໍ່ດົນ.

ການປະກາດຢູ່ທວິດເຕີ ໄດ້ອະທິບາຍກ່ຽວກັບທ່ານ ອານນັນວ່າ “ນັກການທູດຂອງ
ໂລກ ແລະ ມີຄວາມຜູກມັດຢ່າງເລິກເຊິ່ງ ກັບບັນດາຜູ້ທີ່ນິຍົມໃນຫຼັກສາກົນນິຍົມ ຜູ້ທີ່
ໄດ້ຕໍ່ສູ້ຕະຫຼອດຊີວິດຂອງເຂົາເຈົ້າ ເພື່ອໂລກທີ່ມີຄວາມຍຸຕິທຳກວ່າເກົ່າ ແລະ ສະຫງົບ
ສຸກຂຶ້ນກວ່າເກົ່າ. ໃນລະຫວ່າງການເຮັດວຽກງານທີ່ມີຊື່ສຽງຂອງທ່ານ ແລະ ເປັນຜູ້ນຳ
ຂອງອົງການສະຫະປະຊາຊາດນັ້ນ, ທ່ານໄດ້ເປັນຜູ້ຕໍ່ສູ້ ສະໜັບສະໜູນສັນຕິພາບ,
ການພັດທະນາແບບຍືນຍົງ, ສິດທິມະນຸດ ແລະ ລະບຽບກົດໝາຍຢ່າງກະຕືລືລົ້ນ.”

ຫົວໜ້າອົງການສະຫະປະຊາຊາດຄົນປັດຈຸບັດ ທ່ານ ແອນໂຕນີໂອ ກູເຕເຣັສ ໄດ້ພັນ
ລະນາ ວ່າທ່ານ ອານນັນ “ເປັນແຮງບັນດານໃຈສຳລັບສິ່ງທີ່ດີ ແລະໄດ້ເວົ້າວ່າ “ໃນ
ຫຼາຍໆດ້ານ, ທ່ານ ອານນັນ ແມ່ນສະຫະປະຊາຊາດ.”

ທ່ານ ອານນັນ ເກີດຢູ່ໃນປະເທດ ການາ, ເປັນຄົນອາຟຣິກັນ ຜິວດຳຄົນທຳອິດທີ່ໄດ້
ຂຶ້ນເປັນຫົວໜ້າຂອງອົງສະຫະປະຊາຊາດ, ແລະ ດຳລົງຕຳແໜ່ງເປັນຜູ້ນຳຂອງອົງ
ການນັ້ນຈາກປີ 1997 ຫາ 2006.

ນອກນັ້ນ ທ່ານຍັງໄດ້ເປັນເລຂາທິການໃຫຍ່ຄົນທຳອິດ ທີ່ໄດ້ໄຕ່ເຕົ້າຕຳແໜ່ງຂຶ້ນຈາກ
ການເປັນພະນັກງານ ຂອງອົງການສະຫະປະຊາຊາດ.

ໃນຖານະເປັນເລຂາທິການໃຫຍ່ນັ້ນ, ທ່ານ ອານນັນ ໄດ້ເປັນຜູ້ຊ່ວຍເຫຼືອໃນການສ້າງ
ກອງທຶນໂລກ ເພື່ອຕໍ່ສູ້ກັບໂຣກ ເອດສ໌, ວັນນະໂລກ ແລະ ມາເລເຣຍ, ການຮັບຮອງ
ເອົາແຜນຍຸດທະສາດປາບປາມລັດທິກໍ່ການຮ້າຍເປັນຄັ້ງທຳອິດຂອງອົງການ ສະຫະ
ປະຊາຊາດ ແລະ ການຮັບຮອງ “ຄວາມຮັບຜິດຊອບ ທີ່ຈະປົກປ້ອງ” ປະຊາຊົນຈາກ
ການຂ້າລ້າງເຜົ່າພັນ, ອາຊະຍາກຳສົງຄາມ, ການກວາດລ້າງຊົນເຜົ່າ ແລະ ອາຊະຍາ
ກຳຕໍ່ມວນມະນຸດ ໂດຍບັນດາປະເທດສະມາຊິກ. ໂຄງການລິເລີ່ມ Global Compact
ຂອງທ່ານ, ທີ່ໄດ້ໄຂຂຶ້ນໃນປີ 1999 ນັ້ນ, ໄດ້ກາຍເປັນການປະຕິບັດການ ເພື່ອສົ່ງເສີມ
ຄວາມຮັບຜິດຊອບທາງສັງຄົມຮ່ວມກັນ ທີ່ໃຫຍ່ທີ່ສຸດຂອງໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG