ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະ​ນັກ​ງານ ສ​ປ​ຊ, ທະ​ຫານ ອັ​ຟ​ກາ​ນິ​ສ​ຖານ 8 ຄົນ ຖືກ​ຂ້າ​ຕາຍ​ ໃນ​ການ​ໂຈມ​ຕີ


ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ ອັ​ຟ​ກາ​ນິ​ສ​ຖານ ເດີນ​ທາງ​ຮອດ​ຈຸດ​ເກີດ​ເຫດ​ລະ​ເບີດ​ແຕກ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 24 ພະ​ຈິກ, 2019.
ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ ອັ​ຟ​ກາ​ນິ​ສ​ຖານ ເດີນ​ທາງ​ຮອດ​ຈຸດ​ເກີດ​ເຫດ​ລະ​ເບີດ​ແຕກ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 24 ພະ​ຈິກ, 2019.

ປະ​ຊາ​ຊົນຫຼາຍກວ່າ​ສາມສິບຄົນ​ມີລາຍ​ງານ​ວ່າ ໄດ້ເສຍ​ຊີ​ວິດ ໃນ​ເຫດ​ການ​ທີ່​ກ່ຽວ​ຂອງ​ກັບ​ຄວາມ​ປອດ​ໄພຫຼາຍ​ຄັ້ງ​ໃນ​ປະ​ເທດ ອັ​ຟກ​ນິ​ສ​ຖານ, ລວມ​ທັງ​ການ​ໂຈມ​ຕີ​ທີ່​ຮຸນ​ແຮງ​ເຖິງ​ແກ່​ຊີ​ວິດ​ຕໍ່​ລົດ​ຂອງ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນຫຼວງ ກາ​ບູ​ລ. ຜູ້​ທີ່​ໄດ້​ເສຍ​ຊີ​ວິດຫຼາຍ​ຄົນ​ແມ່ນ​ພົນ​ລະ​ເຮືອນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ໄດ້​ເວົ້າ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ກຸ່ມ​ກະ​ບົດ ຕາ​ລີ​ບານ ໄດ້​ໂຈມ​ຕີ​ໜ່ວຍ​ຮັກ​ສາ​ຄວາມ​ປອດ​ໄພໃນ​ແຂວງ ເດ​ຄຸນ​ດີ ໃນ​ຂ້າມ​ຄືນ​ທີ່​ຜ່ານ​ມາ, ສັງ​ຫານ​ທະ​ຫານ 8 ຄົນ ແລະ ບາດ​ເຈັບ​ 4 ຄົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ແຂວງ ໄດ້​ອ້າງວ່າການ​ຍິງ​ກັນ​ໃນ​ເວ​ລາ​ຕໍ່​ມາ​ໄດ້​ສັງ​ຫານ​ມື​ປືນ​ຢ່າງ​ໜ້ອຍ 20 ຄົນ, ແນວ​ໃດ​ກໍ​ຕາມ​ກຸ່ມ​ຕາ​ລີບານ ໄດ້​ປະ​ຕິ​ເສດ​ການ​ກ່າວ​ອ້າງ​ທີ່​ວ່າ​ນັ້ນ.

ໃນ​ຂະ​ນະ​ດຽວ​ກັນ, ບັນ​ດາ​ແພດ​ໝໍ ແລະ ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ໃນ​ແຂວງ ຟາ​ຣາ ທາງ​ພາກ​ຕາ​ເວັນ​ຕົກ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາ​ດ​ຂອງ​ລັດ​ຖະ​ບານ ອັ​ຟກ​າ​ນິ​ສ​ຖານ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 9 ຄົນ ແລະ ບາດ​ເຈັບ​ອີກຫຼາຍ​ຄົນ.

ໂທ​ລະ​ພາບ TOLO ທີ່​ສຳ​ຄັນ​ໃນ​ທ້ອງ​ຖິ່ນ​ໄດ້​ລາຍ​ງານ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ບັນ​ດາ​ຍາດ​ຕິ​ພີ່​ນ້ອງ​ໄດ້​ອອກ​ມາ​ຖະ​ໜົນພ້ອມ​ກັບ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ ເພື່ອ​ປະ​ທ້ວງ ແລະ ຮຽກ​ຮ້ອງ​ໃຫ້​ທຳ​ການ​ສືບ​ສວນ​ສອບ​ສວນ​ໃນ​ທັນ​ທີ ກ່ຽວ​ກັບ ເຫດ​ການ​ທີ່​ໂຫດ​ຮ້າຍ​ນັ້ນ.

ໃນ​ນະ​ຄອນຫຼວງ ກາ​ບູ​ລ, ໂຄ​ສົກ​ກະ​ຊວງ​ພາຍ​ໃນ​ທ່ານ ນາ​ສ​ຣັດ ຣາ​ຮີ​ມີ ໄດ້​ກ່າວ​ວ່າ ຄົນ​ຕ່າງ​ປະ​ເທດ​ຜູ້​ນຶ່ງ​ໄດ້​ເສຍ​ຊີ​ວິດ ແລະ 5 ຄົນ​ໄດ້​ຮັບ​ບາດ​ເຈັບ​ຈາກ​ລະ​ເບີດ​ມື​ທີ່​ຖືກ​ດຶກ​ໃສ່​ລົດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ເຂດ ມາ​ໂກຼຣາ​ຢານ ຂອງ​ເມືອງ​ນັ້ນ. ໂຄ​ສົກ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ແຕ່​ລາຍ​ງານ​ຂ່າວ​ໃນ​ທ້ອງ​ຖິ່ນ​ໄດ້​ສະ​ເໜີ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ອາດ​ເພີ່ມ​ຂຶ້ນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ​ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ນັ້ນ ແລະ ໄດ້​ຢືນ​ຢັນ​ການ​ຕາຍ​ຂອງ​ພະ​ນັກ​ງານ​ຕ່າງ​ປະ​ເທດ​ຄົນ​ນຶ່ງ ​ໃນ​ການ​ໂຈມ​ຕີ​ຂອງ​ຄືນ​ວັນ​ອາ​ທິດ​ວານ​ນີ້. ເຂົາ​ເຈົ້າ​ເວົ້າ​ວ່າ ພະ​ນັກ​ງານ​ອີກ​ສອງ​ຄົນ, ເຊິ່ງ​ແມ່ນ​ຄົນ​ຕ່າງ​ປະ​ເທດ ແລະ ອັ​ຟ​ກາ​ນິ​ສ​ຖານ​, ກໍໄດ້​ຮັບ​ບາດ​ເຈັບ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ “ຂໍ້​ມູນ​ເພີ່ມ​ເຕີມ ກ່ຽວ​ກັບ ລັກ​ສະ​ນະ​ຂອງ​ເພື່​ອນ​ຮ່ວມງານ​ຕ່າງ​ປະ​ເທດ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ ຫຼື ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ, ເຊິ່ງ​ແມ່ນ​ພະ​ນັກ​ງານ​ຄົນ​ ອັ​ຟ​ກາ​ນິ​ສ​ຖານ ແລະ ອີກ​ຄົນ​ນຶ່ງ​ແມ່ນ​ຕ່າງ​ປະ​ເທດ, ຈະ​ບໍ່​ຖືກ​ເປີດ​ເຜີຍ​ໃນ​ອະ​ນາ​ຄົດ.”

ອົງ​ການ​ຂອງ​ໂລກ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອັ​ຟ​ກາ​ນິ​ສ​ຖານ ໃຫ້​ທຳ​ການ​ສືບ​ສວນ​ສອບ​ສວນການ​ໂຈມ​ຕີ​ນັ້ນ​ຢ່າງ​ຮີບ​ເລັ່ງ ແລະ ນຳ​ເອົາ​ຜູ້​ກະ​ທຳ​ຜິດ​ມາ​ລົງ​ໂທດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG